ເຕືອນຝົນຕົກໜັກ! ປະຈໍາວັນທີ ວັນທີ 06 ມີນາ 2022

0
11433

ແຈ້ງເຕືອນຝົນຕົກໜັກ ແລະ ລົມພັດແຮງ ປະຈໍາວັນທີ ວັນທີ 06 ມີນາ 2022

ຄວາມກົດດັນຕໍ່າຂອງອາກາດຮ້ອນໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ, ພ້ອມດຽວກັນສອງຂະບວນລົມຕາເວັນ ຕົກ ໄດ້ພັດປົກຄຸມພາກເຫນືອ ແລະ ພາກກາງດ້ວຍກໍາລັງແຮງປານກາງ ແລະ ລົມຕາເວັນອອກສ່ຽງໃຕ້ພັດປົກຄຸມພາກໃຕ້, ຊຶ່ງຈະເຮັດອາກາດ ຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ໃນແຕ່ລະພາກ ແລະ ຈະມີຝົນຫນັກ ພ້ອມມີລົມພັດແຮງຢູ່ບາງ ທ້ອງຖິ່ນແຂວງພາກເຫນືອ ລົງຫາ ພາກກາງ.

ດັ່ງນັ້ນຈຶ່ງແຈ້ງເຕືອນເຖິງ ອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ທີ່ອາໄສ ຢູ່ແຂວງພາກເຫນືອ ແລະ ພາກກາງ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຫນັກ ຟ້າຮ້ອງ ຟ້າເຫຼື້ອມ ຫມາກເຫັບຕົກ ແລະ ລົມພັດແຮງທີ່ຈະ ເຮັດໃຫ້ມີ ຕົ້ນໄມ້, ເສົາໄຟຟ້າ, ປ້າຍໂຄສະນາຫັກລົ້ມ ແລະ ຫຼັງຄາເຮືອນເປເພ່ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດໃນໄລຍະ 1 ຫາ 2 ວັນນີ້.

ເນື້ອໃນລະອຽດໃນແຈ້ງການ

LEAVE A REPLY

Please enter your comment!
Please enter your name here