ສຳພາດທາງໄກ ກ່ຽວກັບການຄ້າມະນຸດ

0
1361

ອົງການ ໄຈກ້າ (JICA) ປະຈໍາ ສປປ ລາວ ໄດ້ສໍາພາດທາງໄກຄະນະວິຊາການອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຕ້ານການຄ້າມະນຸດ.

ໃນວັນທີ 24 ກຸມພາ 2022 ຜ່ານມາ, ທີ່ອົງການໄອຍະການປະຊາຊົນສູງສຸດ ອົງການ ໄຈກ້າ (JICA) ປະຈໍາ ສປປ ລາວ ໄດ້ສໍາພາດທາງໄກຄະນະວິຊາການອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຕ້ານການຄ້າມະນຸດ ຊຶ່ງນຳໂດຍ ທ່ານ ວິລະສິດ ສິງກາວົງໄຊ ຮອງຫົວໜ້າກົມ ຕິດຕາມກວດກາການດຳເນີນຄະດີອາຍາ.

ໃນວາລະດັ່ງກ່າວ ອົງການໄຈກາ ໄດ້ຊີ້ໃຫ້ເຫັນວ່າ ການຄ້າມະນຸດ ເປັນບັນຫາອັນລວມ ແລະ ບັນຫາຮ້າຍແຮງ ສໍາລັບ ທຸກປະເທດໃນລຸ່ມແມ່ນໍ້າຂອງ ເນື່ອງຈາກວ່າ ເສດຖະກິດ, ຂໍ້ມູນການເຄື່ອນຍ້າຍຖິ່ນຖານຂອງຄົນເຮົາ ວ່ອງໄວ ແລະ ການລະບາດຂອງພະຍາດໂຄວິດ 19 ເຮັດໃຫ້ຄົນຈຳນວນໜຶ່ງ ຕົກເປັນເຫຍື່ອຂອງການຄ້າມະນຸດ; ອາຊະຍາກໍາເທິງ​ອິນ​ເຕີ​ເນັດ ເພີ່ມຂຶ້ນ, ແຕ່ການຈັບກຸມຜູ້ກະທຳຜິດ ກ່ຽວກັບການຄ້າມະນຸດ ແມ່ນຫຍຸ້ງຍາກ, ສະຫຼັບສັບຊ້ອນ ແລະ ພົບກັບບັນຫາ.

ສະນັ້ນ ​ເພື່ອປະກອບສ່ວນໃນການຕ້ານການຄ້າມະນຸດ ອົງການໄຈກາ ຈຶ່ງດໍາເນີນການວິເຄາະ, ວິໄຈຂັ້ນພື້ນຖານ ໂດຍ​ໄດ້​ເລີ່ມ​ໃນເດືອນ ກຸມພາ 2022 ແຕ່​ກໍ​ພົບ​ກັບ​ບັນ​ຫາໃນການວິເຄາະ, ວິໄຈ ພາກສະໜາມ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19.

ໃນໂອກາດດັ່ງກ່າວ ທ່ານ ວິລະສິດ ສິງກາວົງໄຊ ຮອງຫົວໜ້າກົມ ຕິດຕາມກວດກາການດຳເນີນຄະດີອາຍາ ໄດ້ອະທິບາຍກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ເຮັດໜ້າທີ່ໃນການຕິດຕາມກວດກາການເຄົາລົບ, ປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານໃນຄະດີຄ້າມະນຸດຂອງ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ, ເປົ້າໝາຍ ແລະ ຄວາມ​ຕ້ອງ​ການທີ່ຈະຕ້ອງໃຫ້ການສະໜັບສະໜູນຢ່າງມີປະສິດທິພາບໃນ​ບັນ​ດາປະເທດ ​ຊຶ່ງ​ໃນ​ນັ້​ນ ລວມ​ທັງ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ ຂອງ ສ​ປ​ປ ລາວ ເປັນ​ຕົ້ນ ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ ກ່ຽວ​ກັບ​ການ​ຕິດ​ຕາມກວດ​ກາ​ການ​ດຳ​ເນີນ​ຄະ​ດີ​ຄ້າ​ມະ​ນຸດ ດ້ວຍ​ການ​ຝຶກ​ອົບ​ຮົມ, ການ​ສຳ​ມະ​ນາ, ການ​ແລກ​ປ່ຽນ​ບົດ​ຮຽນ​ທີ່​ດີ ກ່ຽວ​ກັບ​ວຽກ​ງານ​ຕ້ານ​ການ​ຄ້າ​ມະ​ນຸດ, ​ ໃຫ້ການຊ່ວຍເຫຼືອຜູ້ຕົກເຫຍື່ອຂອງການຄ້າມະນຸດ, ຜູ້ຖືກເສຍຫາຍ; ການ​ຮ່ວມ​ມື​ຍຸ​ຕິ​ທຳ​ກັບ​ຕ່າງ​ປະ​ເທດ, ເພີ່ມ​ທະ​ວີ​ການຮ່ວມມື ລະ​ຫວ່າງ ສ​ປ​ປ ລາວ ກັບ ປະເທດ ຍີ່ປຸ່ນ ​ໃນ​ການສະກັດກັ້ນຕ້ານການຄ້າມະນຸດ, ນຳເອົາຜູ້ກະທຳຜິດມາລົງໂທດຕາມກົດໝາຍ, ຕ້ານອາຊະຍາກຳ​ຂ້າມ​ຊາດ ດ້ວຍຜົນສຳເລັດ ຢ່າງບໍ່ຢຸດຢັ້ງ.

ແຫຼ່ງຂ່າວ: ອົງການໄອຍະການປະຊາຊົນສູງສຸດ

LEAVE A REPLY

Please enter your comment!
Please enter your name here