ສະຫາຍເລຂາທິການໃຫຍ່ ໃຫ້ທິດຊີ້ນຳ ຕໍ່ກອງປະຊຸມວຽກງານການທະຫານທ້ອງຖິ່ນ ທົ່ວປະເທດ ຄັ້ງທີ 5

0
1344

ວັນທີ 4 ມີນາ 2022 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ປະທານຄະນະກໍາມະການ ປກຊ-ປກສ ສູນກາງ ໄດ້ໃຫ້ທິດຊີ້ນຳຕໍ່ ກອງປະຊຸມວຽກງານການທະຫານທ້ອງຖິ່ນທົ່ວປະເທດຄັ້ງທີ 5 ໂດຍໄດ້ເນັ້ນບາງບັນຫາສຳຄັນ ໂດຍສະເພາະໃຫ້ເບິ່ງຄືນຄຳສັ່ງແນະນຳສະບັບເລກທີ 09/ກມສພ, ລົງວັນທີ 08 ມີນາ 2004 ວ່າດ້ວຍການສ້າງບ້ານ ແລະ ກຸ່ມບ້ານພັດທະນາ ມີຖືກຕ້ອງ ແລະ ສອດຄ່ອງແນວໃດ, ມີສ່ວນໃດຍັງໃຊ້ໄດ້, ສ່ວນໃດທີ່ຈະຕ້ອງປັບປຸງ, ເພາະນະໂຍບາຍວາງອອກມາໄດ້ 18 ປີແລ້ວ, ອາດມີຫລາຍຕົວຊີ້ວັດ ບໍ່ແທດກັບສະພາບຕົວຈິງ ໃນເງື່ອນໄຂປັດຈຸບັນ; ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 25/ກມສພ, ລົງວັນທີ 22 ທັນວາ 2014 ວ່າດ້ວຍທິດທາງ, ເປົ້າໝາຍ ແລະ ມາດຕະ ການສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານ ເປັນຫົວໜ່ວຍພັດທະນາ (3 ສ້າງ).

ເພາະນະໂຍບາຍນີ້ ຕິດພັນກັບການສ້າງຮາກຖານ, ການສ້າງໂຄງປະກອບວຽກງານພັດທະນາການປົກຄອງ ຕິດພັນກັບການສ້າງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ທ້ອງຖິ່ນຮາກຖານໂດຍກົງ ຄື: “ສ້າງແຂວງໃຫ້ເປັນຫົວໜ້າຍຸດທະສາດ, ສ້າງເມືອງໃຫ້ເປັນຫົວໜ່ວຍເອກະລາດ, ສ້າງບ້ານໃຫ້ເປັນບ້ານປ້ອມໝັ້ນສູ້ລົບຕິດລ່ຽນ”.

ພ້ອມນີ້, ຄະນະພັກ, ອຳນາດການປົກຄອງ, ຄະນະປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂັ້ນຕ່າງໆ ຕ້ອງໄດ້ຊີ້ນໍາຢ່າງໃກ້ຊິດ, ແທດເຖິງ, ໂດຍກົງຮອບດ້ານ, ຮູ້ນໍາໃຊ້ໂອ ກາດ ແລະ ກາລະເທສະ; ການສ້າງກໍາລັງທະຫານທ້ອງຖິ່ນ ແມ່ນສ້າງສາມດ້ານໄປພ້ອມໆກັນ ຄື: ສ້າງ, ຝຶກຝົນດ້ານການເມືອງແນວຄິດປະຕິວັດ ບວກກັບຄຸນສົມບັດສິນທຳ, ນໍ້າໃຈຮັກຊາດ; ສ້າງໃຫ້ກຳລັງເຮົາຮູ້ໜ້າທີ່ຂອງຕົນ, ຮູ້ເຮັດວຽກເພື່ອຊາດ ເພື່ອປະຊາ ຊົນ ແລະ ສ້າງໃຫ້ມີດ້ານສິນລະປະຍຸດ-ຍຸດທະວີທີ, ສ້າງໃຫ້ທະຫານທ້ອງຖິ່ນ ປະກອບມີຄວາມຮູ້ໃໝ່ທາງດ້ານການພັດທະນາ, ຮັບເອົາວິທະຍາສາດມາພັດທະນາກຳລັງ ໃຫ້ມີຄວາມສາມາດຮອບດ້ານ, ທັງນີ້ ກໍເພື່ອເປັນກຳລັງແຮງສ້າງກົມກອງ, ຊ່ວຍປະຊາຊົນສ້າງທ້ອງຖິ່ນ, ສ້າງຄອບຄົວຕົວແບບ ແລະ ທະຫານທ້ອງຖິ່ນ ຕ້ອງຮູ້ຕິດພັນກັບຮາກຖານ ແລະ ຕິດພັນກັບປະຊາຊົນ.

ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຍົກໃຫ້ເຫັນເຖິງມູນເຊື້ອ ແລະ ຄວາມໝາຍສຳຄັນຂອງກຳລັງທະຫານທ້ອງຖິ່ນວ່າ: ນັບແຕ່ມີກອງທັບປະຊາຊົນ ເກີດຂຶ້ນ, ພັກເຮົາ ໄດ້ວາງແນວທາງສ້າງຂະບວນການສົງຄາມປະຊາຊົນ, ໂດຍສ້າງຕັ້ງໜ່ວຍໂຄສະ ນາປະກອບອາວຸດ ຢູ່ແຕ່ລະທ້ອງຖິ່ນຂຶ້ນນັບແຕ່ນ້ອຍໄປຫາໃຫຍ່, ສ້າງໄດ້ໜ່ວຍໃດກໍຂະ ຫຍາຍອອກໃຫ້ກວ້າງຂວາງ, ເປົ້າໝາຍເວລານັ້ນ ແມ່ນລຸກຂຶ້ນຈັບອາວຸດຕໍ່ສູ້ກັບຜູ້ຮຸກຮານ ແລະ ສູ້ກັບອຳນາດການປົກຄອງ ທີ່ເປັນຕີນມືຂອງພວກເຂົາ ເພື່ອເອກະລາດແຫ່ງຊາດ, ເພື່ອຄວາມຍຸຕິທຳຂອງສັງຄົມ ເພື່ອປົດປ່ອຍປະຊາຊົນອອກຈາກຄວາມມືດມົນໃນລະບອບການປົກຄອງທີ່ຫລ້າຫລັງ, ກົດຂີ່ຂູດຮີດປະຊາຊົນ ເປັນເປົ້າໝາຍຫລັກ, ພັກເຮົາເອົາແນວ ທາງນະໂຍບາຍນີ້ລົງສູ່ປະຊາຊົນ ຜ່ານການຈັດຕັ້ງທີ່ເປີດເຜີຍ ເຊັ່ນ: ຜ່ານແນວລາວອິດສະຫລະ, ແນວລາວຮັກຊາດ. ຜ່ານການປຸກລະດົມຈາກແນວທາງດັ່ງກ່າວ, ຈຶ່ງສາມາດຂະ ຫຍາຍ ເປັນຂະບວນປະຕິວັດທີ່ກວ້າງໃຫຍ່ອອກ, ສາມາດຕໍ່ສູ້ຕ້ານສັດຕູ ທີ່ມີກໍາລັງແຮງ ເໜືອກວ່າ ຈາກໄຊຊະນະນີ້ ໄປສູ່ໄຊຊະນະໃໝ່ ໃຫຍ່ຫລວງຂຶ້ນເລື້ອຍໆ ຈົນສາມາດສ້າງໄດ້ເຂດປົດປ່ອຍ ກ້າວມາເຖິງປົດປ່ອຍປະເທດໄດ້ຢ່າງສົມບູນ, ສະຖາປະນາໄດ້ ສປປ ລາວ ຂຶ້ນ ຢ່າງສະຫງ່າອົງອາດ ແລະ ດຳເນີນການພັດທະນາມາໄດ້ 46 ປີ ເທົ່າທຸກວັນນີ້.

46 ປີ ຜ່ານມາ, ພັກເຮົາ ໄດ້ສືບຕໍ່ມູນເຊື້ອຂອງພັກ, ຂອງກອງທັບເຮົາ, ປົກປັກຮັກສາ ແລະ ເສີມຂະຫຍາຍໝາກຜົນຂອງການປະຕິວັດ, ສືບຕໍ່ວາງແນວທາງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ; ພັກຊີ້ນໍາແທດເຖິງ, ເດັດຂາດຮອບ ດ້ານຕໍ່ກຳລັງປະກອບອາວຸດ ຂອງທົ່ວປະເທດ, ໃນນັ້ນ ເອົາໃຈໃສ່ເປັນພິເສດ ໃນການສ້າງກໍາລັງປະກອບອາວຸດ ຫລື ກຳລັງປ້ອງກັນຕົນເອງຂອງທ້ອງຖິ່ນ (ທີ່ວ່າທະຫານທ້ອງ ຖິ່ນ) ຖ້າຈະເວົ້າຢ່າງກວມລວມແມ່ນ ກໍາລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຢູ່ທ້ອງຖິ່ນຮາກຖານ; ພັກເຮົາຮັບຮູ້ຢ່າງເລິກເຊິ່ງເຖິງທິດສະດີ ແລະ ພຶດຕິກໍາຜ່ານຂະບວນການປະຕິວັດປົດປ່ອຍຊາດ ແລະ ພຶດຕິກໍາການປົກປັກຮັກສາປະເທດຊາດວ່າ: “ການຕໍ່ສູ້ປົດປ່ອຍຊາດນັ້ນຍາກທີ່ສຸດ, ດຸເດືອດຂ້ຽວ ຂາດທີ່ສຸດ, ມີຄວາມເສຍສະຫລະອັນໃຫຍ່ຫລວງທີ່ສຸດ…”, ແຕ່ກໍສາມາດເອົາຊະນະໄດ້, ເອົາອຳນາດມາມືໄດ້. ແຕ່ການປົກປັກຮັກສາອໍານາດທີ່ໄດ້ມາແລ້ວນັ້ນ, ຍິ່ງມີຄວາມທ້າທາຍ ແລະ ຫຍຸ້ງຍາກກວ່ານັ້ນອີກ, ແຕ່ເຖິງຈະມີຄວາມຫຍຸ້ງຍາກ, ທ້າທາຍປານໃດກໍຕາມ, ພວກເຮົາກໍສາມາດຮັກສາອຳນາດໄວ້ໄດ້ ຈົນເທົ່າທຸກວັນນີ້ ດ້ວຍຄວາມໝັ້ນທ່ຽງ ແລະ ນັບມື້ນັບໜັກແໜ້ນ.

ນີ້ສະແດງໃຫ້ເຫັນວ່າ: ຮາກຖານຂອງພວກເຮົາໜັກແໜ້ນ, ການທີ່ມີຮາກຖານໄດ້ນັ້ນ ກໍປະກອບດ້ວຍຫລາຍປັດໄຈ, ແຕ່ປັດໄຈສຳຄັນອັນໜຶ່ງ ກໍຍ້ອນວ່າ: ພັກເຮົາໄດ້ມີຄວາມສະດຸ້ງ ຕໍ່ທຸກໆສະຖານະການ ທີ່ຈະເກີດຂຶ້ນ ໃນຂະບວນວິວັດແຫ່ງການປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ຍຸດທະສາດ ແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດເຮົາ, ໃນນັ້ນ ໄດ້ນໍາເອົາບົດຮຽນ ແລະ ມູນເຊື້ອຂອງການວາງແນວທາງສົງຄາມປະຊາຊົນ ໃນເມື່ອກ່ອນມາເປັນແນວທາງປ້ອງກັນ ຊາດທົ່ວປວງຊົນຮອບດ້ານໃນໄລຍະຕໍ່ມາ ໃນນັ້ນ ແມ່ນແນວທາງການສ້າງ ແລະ ພັດທະ ນາທະຫານທ້ອງຖິ່ນ ໃຫ້ເປັນກຳລັງຄ້ຳປະກັນ ໃຫ້ແກ່ການປົກປັກຮັກສາໝາກຜົນຂອງການປະຕິວັດ, ສ້າງກຳລັງແຮງຢູ່ຮາກຖານ ເພື່ອໃຫ້ປະຊາຊົນໄດ້ມີໂອກາດ, ໄດ້ເຂົ້າຮ່ວມການປົກປັກຮັກສາ ແລະ ພັດທະນາບ້ານຊ່ອງ ແລະ ທ້ອງຖິ່ນຂອງຕົນ ດ້ວຍຄວາມຕື່ນຕົວປະຕິວັດ.

ແຫຼ່ງຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here