ກຽມຄວາມພ້ອມທີ່ຈະນຳຮູບຈຳລອງພໍ່ກະດວດຂຶ້ນແຖ່ນປະດິດສະຖານຢ່າງເປັນທາງການ

0
1900

ແຂວງສະຫວັນນະເຂດ ກຽມຄວາມພ້ອມທີ່ຈະນຳຮູບຈຳລອງພໍ່ກະດວດຂຶ້ນແຖ່ນປະດິດສະຖານຢ່າງເປັນທາງການ.

ໃນຕອນເຊົ້າວັນທີ 1 ມີນາ 2022 ຢູ່ທີ່ສະຖານທີ່ປະດິດສະ ຖານຮູບຫຼໍ່ຈໍາລອງພໍ່ກະດວດ (ຕໍ່ໜ້າໂຮງໝໍແຂວງສະຫວັນນະເຂດ) ທ່ານ ບຸນສະໜອງ ສີຫາລາດ ຫົວໜ້າກົມວິຈິດສິນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ, ມີທ່ານ ນາງ ຄໍາສີ ບູລົມ ຮອງຫົວໜ້າ ພະແນກ ໂຍທາທິການ ແລະຂົນສົ່ງແຂວງ, ທ່ານ ນໍລະເດດ ນັນທະວົງ ຫົວ ໜ້າຫ້ອງການບໍລິຫານພະແນກ ຖວທ ແຂວງ ແລະບໍລິສັດທິບພະຈັນກໍ່ສ້າງ ເຊິ່ງເປັນຜູ້ຮັບເໝົາໃນ ການກໍ່ສ້າງແຖ່ນຕັ້ງຮູບຫຼໍ່ພໍ່ກະດວດ ໄດ້ລົງຕິດຕາມກວດກາສະ ຖານທີ່ດັ່ງກ່າວ ເພື່ອກຽມຄວາມ ພ້ອມໃນການນໍາຮູບຫຼໍ່ພໍ່ກະດວດ ມາປະດິດສະຖານທີ່ແຂວງສະຫວັນນະເຂດ.

ໂອກາດນີ້, ທ່ານ ບຸນສະໜອງ ສີຫາລາດ ໄດ້ໃຫ້ຮູ້ກ່ຽວກັບການ ຫຼໍ່ຮູບຈຳລອງພໍ່ກະດວດ ເພື່ອຈະ ນຳມາປະດິດສະຖານຢູ່ແຂວງສະ ຫວັນນະເຂດ, ສຳລັບການປັ້ນ ແບບຮູບຈຳລອງພໍ່ກະດວດແມ່ນ ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ເດືອນ ຕຸລາຫາ ເດືອນພະຈິກ ປີ 2021, ການປັ້ນຮູບຈໍາລອງພໍ່ກະດວດ ແມ່ນປະດິດດ້ວຍດິນດາກ ຫຼືດິນ ໜຽວ ທີ່ມີຄວາມສູງປະມານ 4 ແມັດເຄິ່ງ, ຫຼັງຈາກປັ້ນແລ້ວກ່ໍ ເອົາມາຫຼໍ່, ເຊິ່ງລວມນໍ້າໜັກຢູ່ປະ ມານ 2-3 ໂຕນ ໃນການປັ້ນຮູບ ຫຼໍ່ຈໍາລອງແມ່ນກຳນົດເອົາໄລຍະ ເວລາໜຶ່ງ ດືອນສຳເລັດ 100%, ຈາກນັ້ນ, ກໍ່ໄດ້ເຊີນທາງພະແນກ ຖວທ ຂອງແຂວງສະຫວັນນະເຂດ, ບັນດານັກວິຊາການຈຳນວນໜຶ່ງຂຶ້ນກວດຮູບຫຼໍ່ຢູ່ທາງ ກົມວິຈິດສິນຢູ່ນະຄອນຫຼວງວຽງ ຈັນຕາມເຊັນສັນຍາແມ່ນ 120 ວັນ, ຈົນມາຮອດ ປະຈຸບັນນີ້ການ ຫຼໍ່ຮູບຈຳລອງຂອງພໍ່ກະດວດຖື ວ່າສຳເລັດ 100% ແລ້ວ, ພຽງ ແຕ່ລໍຖ້າລົງສີ, ຫຼັງຈາກນັ້ນ, ກໍ່ຈະໄດ້ ເຄື່ອນຍ້າຍມາປະດິດສະຖານຢູ່ສະຫວັນນະເຂດ ຕາມແຜນຂອງ ແຂວງແມ່ນຈະໄດ້ນໍາຮູບຫຼໍ່ຈໍາລອງມາປະດິດສະຖານໃນຕົ້ນ ເດືອນເມສາ 2022 ນີ້ ໃນລະຫວ່າງ ວັນ ທີ 1-4 ແມ່ນຈະໄດ້ກະກຽມ ຫຼື ເຄື່ອນຍ້າຍແຮ່ລົງມາ ທີ່ແຂວງສະຫວັນນະເຂດ.

ສໍາລັບສະຖານທີ່ປະດິດສະ ຖານຮູບຫຼໍ່ຈໍາລອງພໍ່ກະດວດ ທ່ານ ນາງ ຄໍາສີ ບູລົມ ຮອງຫົວໜ້າພະ ແນກ ຍທຂ ແຂວງໃນນາມຄະນະ ຮັບຜິດຊອບສະຖານທີ່ໄດ້ໃຫ້ຮູ້ ວ່າ: ກ່ຽວກັບການກະກຽມຕ້ອນ ຮັບພິທີ ແລະສະຖານທີ່ປະດິດ ສະ ຖານຮູບຫຼໍ່ຈໍາລອງພໍ່ກະດວດທາງ ຄະນະກຳມະການກໍໄດ້ກະກຽມ ວຽກສືບຕໍ່ໃນການຈັດຕັ້ງປະຕິບັດ ຕາມໂຄງການ ສັນຍາກໍ່ສ້າງ ສະ ຖານທີ່ກ່ຽວກັບບ່ອນປະດິດສະ ຖານທີ່ແຫ່ງນີ້ ເຊິ່ງວຽກທີ່ ຍັງຄົງ ຄ້າງຈະຕ້ອງສືບຕໍ່ແຖ່ນຕັ້ງເພື່ອ ປະດິດສະຖານຮູບຫຼໍ່, ການປະດັບ ປະດາສະຖານທີ່ຄືນ, ກວດກາ ວຽກທີ່ໄດ້ສຳເລັດແລ້ວໃນເມື່ອກ່ອນ, ແຕ່ມາຮອດປະຈຸບັນນີ້ ກໍມີບາງອັນທີ່ໄດ້ເປ້ເພຈະຕ້ອງ ໄດ້ປັບປຸງ ແລະ ສ້ອມແປງຄືນຖືວ່າໄດ້ປະສານທາງກົມວິຈິດສິນ ກ່ຽວກັບຂໍ້ມູນລະອຽດ ເພື່ອໃຫ້ ມັນສຳເລັດຕາມຄາດໝາຍ.

ຂໍ້ມູນ: ສະຫວັນພັດທະນາ ຂ່າວ / Savanhphathana News

LEAVE A REPLY

Please enter your comment!
Please enter your name here