ຮອງປະທານປະເທດ ເນັ້ນສານປະຊາຊົນສູງສຸດ ແກ້ໄຂ 7 ໜ້າວຽກ

0
1559

ໃນໂອກາດທີ່ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ທິດທາງແຜນການ ປະຈໍາປີ 2022 ຂອງສານປະຊາຊົນສູງສຸດ ໃນວັນ ທີ 2 ມີນາ, ໄດ້ເນັ້ນ 7 ໜ້າວຽກ ທີ່ເປັນຈຸດສຸມສະເພາະ.

ທັງນີ້, ກໍເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດການພິຈາລະນາຕັດສິນຄະດີຂອງສານປະຊາຊົນໃນຂອບເຂດທົ່ວປະເທດມີປະສິດທິພາບຫຼາຍຂຶ້ນກວ່າເກົ່າ.ທ່ານ ນາງ ປານີ ຢາທໍ່ຕູ້ ກ່າວວ່າ: ເພື່ອຮັບປະກັນ ແລະ ຍົກສູງປະສິດທິ ພາ ໃນການບໍລິຫານສານ, ບໍລິຫານຄະດີຢູ່ສານປະຊາຊົນໃຫ້ດີຂຶ້ນກວ່າເກົ່າ ແລະ ເຮັດໃຫ້ສານປະຊາຊົນເປັນເຄື່ອງມືພະເດັດການທີ່ສັກສິດ ແລະ ເດັດຂາດຂອງພັກ ທັງເປັນທີ່ໄວ້ເນື້ອເຊື່ອໃຈຈາກປະຊາຊົນຮຽກຮ້ອງໃຫ້ຄະນະ ພັກ-ຄະນະ ສານສືບຕໍ່ເອົາໃຈໃສ່ຊີ້ນໍາ-ນໍາພາ ບັນດາສະມາຊິກທຸກຂັ້ນຈັດຕັ້ງ ປະຕິບັດ 7 ໜ້າວຽກທີ່ເປັນຈຸດສຸມ ສະເພາະສະແດງອອກຄື: ໃຫ້ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານຂອງສານມີແນວຄິດ, ຈິນຕະນາການທີ່ຖືກຕ້ອງ, ມີຈິດໃຈຮັບໃຊ້ປະຊາຊົນ ແລະ ຮັກສາຈັນຍາບັນ-ຈັນຍາທໍາໃນການປະຕິບັດທີ່ແທ້ໆ; ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກກ່ຽວກັບການດໍາເນີນຄະດີຕາມຂະບວນການຍຸຕິທໍາ ກໍຄື:

ມະຕິ ວ່າດ້ວຍການຍົກສູງປະສິດທິພາບໃນການດຳເນີນຄະດີຕາມຂະບວນຍຸຕິທໍາ, ແຜນພັດທະນາເສດທະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ກໍຄືແຜນພັດທະນາລະບົບສານປະຊາຊົນໃຫ້ປະກົດຜົນເປັນຈິງ, ຜັນຂະຫຍາຍເປັນແຜນວຽກລະອຽດຢູ່ແຕ່ລະຂົງເຂດວຽກງານຂອງສານສອດຄ່ອງກັບສະພາບຄວາມເປັນຈິງ ແລະ ພາລະບົດບາດຂອງແຕ່ລະສານ, ມີການຊຸກຍູ້, ຕິດຕາມ ແລະ ສະຫຼຸບຖອດຖອນບົດຮຽນເປັນ ແຕ່ລະໄລຍະຮັບປະກັນການຄຸ້ມຄອງບໍລິ ຫານສານມີຄຸນນະພາບ ແລະ ຫັນໄປສູ່ທັນສະໄໝ; ສຸມໃສ່ສ້າງພະນັກງານຂອງສານໃຫ້ມີຄວາມຮູ້-ຄວາມສາມາດ, ມີຄວາມຊ່ຽວຊານ ແລະ ເປັນມືອາ ຊີບໃນສະເພາະດ້ານ, ຫັນພະນັກ ງານລົງຮາກຖານ, ຄົ້ນຄວ້າຊັບຊ້ອນ, ຈັດ ວາງພະນັກງານໃຫ້ຖືກຕ້ອງ ແລະ ເໝາະສົມກັບພາລະບົດບາດ ແລະ ໜ້າ ທີ່; ເອົາໃຈໃສ່ຄຸ້ມຄອງນໍາໃຊ້ຊັບສົມບັດຂອງລັດຢູ່ສານປະຊາຊົນ ໃຫ້ມີປະສິດ ທິພາບ, ເກີດຜົນປະໂຫຍດສູງສຸດແກ່ປະເທດຊາດ, ປະຊາຊົນ, ຄຸ້ມຄອງລາຍຈ່າຍງົບປະມານໃຫ້ຖືກຕ້ອງຕາມກົດໝາຍ ວ່າດ້ວຍງົບປະມານ, ຮັບປະ ກັນການເບີກຈ່າຍ, ການສະຫຼຸບໃຫ້ມີຄວາມໂປ່ງໃສ ແລະ ຖືກຕ້ອງ, ຊຸກ ຍູ້ສົ່ງເສີມການເກັບລາຍຮັບງົບປະມານ, ຄ່າທໍານຽມ, ຄ່າບໍລິການທີ່ຕິດພັນກັບການເຄື່ອນໄຫວວຽກງານຂອງສານປະຊາຊົນຕາມທີ່ກໍານົດໄວໃນກົດ ໝາຍວ່າດ້ວຍຄ່າທໍານຽມສານ ແລະ ລັດຖະບັນຍັດຂອງປະທານປະ ເທດວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ເພື່ອປະກອບສ່ວນສ້າງລາຍຮັບເຂົ້າງົບປະມານແຫ່ງລັດ; ປັບປຸງແບບແຜນ, ກົນໄກການດໍາເນີນຄະດີໃຫ້ໂປ່ງໃສໃນ ທຸກຂັ້ນຕອນການດໍາເນີນຄະດີຢູ່ສານ, ສາມາດກວດສອບໄດ້ທຸກຂັ້ນຕອນການດຳເນີນຄະດີ, ຫຼີກລ່ຽງທີ່ສຸດບໍ່ມີກົດໝາຍ, ບໍ່ມີນິຕິກໍາ ກໍພາກັນເຮັດ, ສວຍໃຊ້ຊ່ອງຫວ່າງກົດໝາຍກົດໜ່ວງຖ່ວງດຶງການດຳເນີນຄະດີໃຫ້ຊັກຊ້າ-ແກ່ຍາວ ແລະ ມີສອງມາດຕະຖານໃນການປະຕິບັດພາໃຫ້ເກີດມີການຊັ່ງຊາ-ປຽບ ທຽບໃນການແກ້ໄຂຄະດີ, ຄົ້ນຄວ້ານິຕິກໍາໃຕ້ກົດໝາຍ ເພື່ອອັດຊ່ອງວ່າງໃນບັນຫາໃດ, ຂັ້ນຕອນໃດກົດໝາຍກໍານົດບໍ່ຈະແຈ້ງ, ຊັດເຈນ ຫຼື ຍັງບໍ່ທັນໄດ້ກໍານົດ ເພື່ອເປັນຄູ່ມື, ເປັນບ່ອນອີງໃນການປະຕິບັດ ແລະ ເອົານິຕິກໍາດັ່ງກ່າວເປັນການຕິດຕາມກວດກາການປະພຶດ ແລະ ປະຕິບັດໜ້າທີຂອງພະນັກງານສານໃຫ້ມີຄວາມຖືກຕ້ອງ, ເປັນເອກະພາບ, ບໍ່ໂຍນຄວາມຮັບ ຜິດຊອບໃຫ້ແກ່ກັນ, ບັນຫາດຽວ, ກົດໝາຍມາດຕາດຽວ ມີການປະຕິບັດຕ່າງກັນອັນຈະເຮັດໃຫ້ປະຊາຊົນມີຄວາມສັບສົນ ແລະ ບໍ່ເຊື່ອໝັ້ນຕໍ່ການດໍາເນີນຄະດີ, ການຕັດສິນ ແລະ ການພິພາກສາຄະດີຂອງສານປະຊາຊົນ; ຄົ້ນຄວ້າສ້າງກົນໄກການໂຄສະນາເຜີຍແຜ່ກົດໝາຍໃຫ້ການຈັດຕັ້ງ, ປະຊາ ຊົນກວ້າງຂວາງ ແລະ ທົ່ວເຖິງ ເພື່ອໃຫ້ຮັບຮູ້, ເຂົ້າໃຈຕໍ່ກົດໝາຍ ແລະ ຍົກສູງ ສະຕິກົດໝາຍຢູ່ໃນສັງຄົມໃຫ້ສູງຂຶ້ນ ເນື່ອງຈາກວ່າ ຜ່ານມາກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍໄດ້ອອກມາຫຼາຍແຕ່ກົດໝາຍ ແລະ ນິຕິກໍາເຫຼົ່ານັ້ນຍັງຢູ່ໃນຕູ້, ຢູ່ຫ້ອງການເຮັດວຽກ, ຍັງບໍ່ໄດ້ແຈກຢາຍ ຫຼື ເຜີຍແຜ່ໃຫ້ປະຊາຊົນ ແລະ ພາກສ່ວນອື່ນຮັບຮູ້ເຂົ້າໃຈຢ່າງທົ່ວເຖິງເຮັດໃຫ້ການສ້າງຂໍ້ຜູກພັນ, ສັນຍາຕ່າງໆບໍ່ໄປຕາມກົດໝາຍກໍານົດ, ມີການລະເມີດກົດໝາຍ, ກໍ່ອາຊະຍາກໍາທີ່ຂັດກັບກົດໝາຍ ນັບມື້ນັບຫຼາຍຂຶ້ນ.

ສຸດທ້າຍ, ແມ່ນຕ້ອງປະສານສົມທົບກັບຄະນະພັກ, ອຳນາດການປົກຄອງຂັ້ນຂອງຕົນ ເພື່ອຍາດແຍ່ງຄຳຄິດຄຳເຫັນ, ຂໍທິດຊີ້ນຳ ແລະ ອໍານວຍຄວາມສະດວກໃນການເຄື່ອນໄຫວວຽກງານຂອງສານ ໂດຍສະເພາະການເກັບກຳຂໍ້ມູນຫຼັ້ກຖານ, ຊີ້ແຈງ ແລະ ສະໜອງຂໍ້ມູນຫຼັກຖານໃຫ້ແກ່ສານ ເພື່ອເຮັດໃຫ້ຄະດີມີຄວາມແຈ້ງຂາວ ພ້ອມທັງໃຫ້ຮັບການປະສານສົມທົບໃນການແກ້ໄຂຄະດີທີ່ມີຄວາມຫຍຸ້ງຍາກ, ສັບສົນ ແລະ ພົວພັນກັບຫຼາຍຝ່າຍຢ່າງລະອຽດ.

ຂໍ້ມູນ: ຄວາມສະຫງົບ

LEAVE A REPLY

Please enter your comment!
Please enter your name here