ມອບເຄື່ອງບັນເທົາທຸກປະຊາຊົນບ້ານນໍ້າຂອງນ້ອຍ

0
634

ແຫຼ່ງຂ່າວຈາກທ້ອງຖິ່ນ ໃຫ້ຮູ້ວ່າ: ໃນວັນທີ 07.03. 2022; ທ່ານວົງຈິດ ມີວິໄລ ຫົວໜ້າກາແດງເມືອງວຽງພູຄາ, ແຂວງຫຼວງນໍ້ຳທາ ໄດ້ແຈ້ງບົດບົດບັນທຶກການມອບ-ຮັບເຮືອນໃຫ້ຜູ້ທຸກຍາກຂາດເຂີນ, ປ່ຽວພອຍ ແລະ ຂາດກຳລັງແຮງງານບ້ານນໍ້າຂອງນ້ອຍ ທີ່ຫ່າງຈາກເທດສະບານເມືອງ 36 ກມ, 65 ຄົວເຮືອນ, 82 ຄອບຄົວ, ພົນລະເມືອງ 372 ຄົນ, ຍິງ 207 ຄົນ, ມີຄອບຄົວທຸກຍາກ 16 ຄົວເຮືອນ, ຜູ້ທີຂາດບ່ອນຢູ່ອາໃສ, ຂາດກໍງລັງແຮງງານ ມີ 2 ຄອບຄົວ; ຊຶ່ງອົງການກາແດງເມືອງສົມທົບກັບຄະນະບ້ານປຸກສ້າງເຮືອນ 2 ຫຼັງ ໃຫ້ 2 ຄອບຄົວ ຄື: ຄອບຄົວຂອງທ່ານ ຈາດີກຸ ແລະ ຄອບຄົວຂອງທ່ານ ຈາເອີນະ ຊຶ່ງຫຼັງທີ 1 ປຸກສ້າງດ້ວຍໄມ້ 100%, ມຸງສັງກະສີ, ສ່ວນຫຼັງທີ 2 ໄດ້ປັບປຸງຫຼັງຄາປ່ຽນສັງກະສີສໍາເລັດ ແລະໃນວັນທີ 07.03 ຈຶ່ງໄດ້ມອບຮັບເຮືອນ, ເຄື່ອງໃຊ້ຄົວເຮືອນ ແລະ ເຄື່ອງນຸງຫົ່ມຈໍານວນໜຶ່ງໃຫ້ 2 ຄອບຄົວນໍາໃຊ້ຢ່າງເປັນທາງການ.

ທ່ານ ດຣ. ສົມສຸກ ສົມສະຫວັດ ຫົວໜ້າ ອົງການກາແດງແຂວງ ກ່າວວ່າ: ເຄື່ອງທີ່ໄດ້ຮັບການຊ່ວຍເຫຼືອຈາກອົງ ການກາແດງແຂວງມີມູນຄ່າ 4.400.000 ກິບໃນນີ້ຊື້ສັງກະ ສີ, ເຫຼັກຕະປູ ແລະອື່່ນໆລວມ 2.816 000 ກິບ, ຊື້ເຄື່ອງສຸ ຂະອະນາໄມ ສໍາລັບຄົວເຮືອນ 1.584 000 ກິບ; ຊາວບ້ານໄດ້ປະກອບສ່ວນແຮງງານ, ໄມ້ຈຳນວນໜຶ່ງ ລວມມູນຄ່າການຊ່ວຍເຫຼືອທັງ 2 ພາກສ່ວນທັງໝົດ 7.300.000 ກີບ; ຈາກນັ້ນ ກໍ່ມອບເຄື່ອງນຸ່ງຫົ່ມ 12 ຖົງແກ່ຄອບຄົວທຸກຍາກບ້ານນໍ້າຂອງນ້ອຍ 12 ຄອບຄົວມູນຄ່າ 600.000 ກິບ.

ທ່ານ ພັທ ທອງພັນ ຄຸນສະໝອນ ກຳມະການປະຈຳພັກເມືອງ ຮຽກຮ້ອງໃຫ້ອົງການຈັດຕັ້ງຂັ້ນບ້ານ ເພີ່ມການສຶກສາອົບຮົມໃຫ້ເຂົາເຈົ້າມີຄວາມດຸໝັ້ນ, ຊ່ວຍເບິ່ງແຍງດູ ແລຜູ້ທີ່ທຸກຍາກຂາດເຂີນ; ຂໍໃຫ້ 2 ຄອບຄົວຈົ່ງຮັກສາ, ປົວແປງ, ນໍາໃຊ້ເຮືອນໃຫ້ກຸ້ມຄ່າ, ຍາວນານ. ພ້ອມນັ້ນ, ຄະນະດັ່ງກ່າວ ຍັງມອບເຄື່ອງນຸ່ງຫົ່ມ ແລະ ເກີບໃຫ້ນ້ອງນັກຮຽນ ທີ່ທຸກຍາກຢູ່ ໂຮງຮຽນ ມໍຕົ້ນ ນໍ້າຈິຣ ຈໍານວນ 32 ນ້ອງ ມູນຄ່າທັງໝົດ 5.440.000 ກິບ.

LEAVE A REPLY

Please enter your comment!
Please enter your name here