ເມືອງນາແລ ຈູດທໍາລາຍເຄື່ອງອຸປະໂພກ-ບໍລິໂພກທີ່ໝົດອາຍຸການນຳໃຊ້

0
1062

ເມືອງນາແລ ຈູດທໍາລາຍເຄື່ອງອຸປະໂພກ-ບໍລິໂພກທີ່ໝົດອາຍຸການນຳໃຊ້.

ແຫລ່ງຂ່າວຈາກ ແຂວງຫລວງນໍ້າທາ ໃຫ້ຮູ້ວ່າ: ພິທີຈູດທໍາລາຍເຄື່ອງອຸປະໂພກ-ບໍລິໂພກທີ່ໝົດອາຍຸການນຳໃຊ້ ລວມມູນຄ່າ 2.420.000 ກີບ ໄດ້ຈັດໃນວັນທີ 7 ມີນາ ຜ່ານມາ ຢູ່ໂຮງໝໍຊຸມຊົນເມືອງນາແລ ໂດຍມີ ທ່ານ ຕັນ ວັນປະເສີດ ຮອງເຈົ້າເມືອງນາແລ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ສອນເພັດ ຈັນພົມມາ ຮອງອໍານວຍການໂຮງໝໍຊຸມຊົນເມືອງນາແລ ໄດ້ລາຍງານການຈັດຕັ້ງປະຕິບັດ ລົງການກວດອາຫານສໍາເລັດຮູບ ຕາມທ້ອງຕະຫລາດ ແລະ ເຄື່ອງດື່ມ, ສິນຄ້າທີ່ໝົດອາຍຸການນຳໃຊ້ຢູ່ເຂດເທສະບານເມືອງ ໂດຍສົມທົບກັບເຈົ້າໜ້າທີ່ກວດກາອາຫານ ແລະ ຢາ,ຫ້ອງການອຸດສາຫະກໍາ ແລະ ການຄ້າ ແລະ ຂະແໜງການທີ່ກ່ຽວຂ້ອງ ລົງກວດຕາມຮ້ານ, ຈຸດຕ່າງໆ ພາຍໃນຂອບເຂດເທສະບານເມືອງເປັນເວລາ 2 ວັນ, ໃນນັ້ນ ມີຮ້ານຂາຍຍົກ ແລະ ຂາຍຍ່ອຍ ທັງໝົດ 38 ຮ້ານ, ກວດພົບອາຫານ ແລະ ເຄື່ອງດື່ມທີ່ໝົດອາຍຸ 16 ຮ້ານ ລວມມູນຄ່າ 2.420.000 ກີບ ເຊິ່ງເຄື່ອງທີ່ກວດພົບສ່ວນຫລາຍແມ່ນ ເຂົ້າໜົມ, ແປັບຊີ, ໝີ່, ສະບູ, ອາຫານກະປ່ອງ, ໂຟມລ້າງໜ້າ ແລະ ອື່ນໆ.ການລົງກວດກາສິນຄ້າໃນຄັ້ງນີ້, ກໍເພື່ອໃຫ້ຜູ້ຈໍາໜ່າຍສິນຄ້າ ມີສະຕິໃນການກວດອາຫານສໍາເລັດຮູບຢູ່ໃນຮ້ານຂອງຕົນ ໃຫ້ຮັບປະກັນຄຸນນະພາບສິນຄ້າທີ່ດີໃຫ້ແກ່ລູກຄ້າ, ໃຫ້ຜູ້ບໍລິໂພກໄດ້ຮັບອາຫານທີ່ດີ, ນໍາໃຊ້ສິນຄ້າທີ່ດີ ສະອາດປອດໄພຈາກສິ່ງເຈືອປົນຕ່າງໆ ທີ່ຈະກະທົບຕໍ່ສຸຂະພາບຂອງຜູ້ບໍລິໂພກໃນຕໍ່ໜ້າ ແລະ ຍາວນານ.

ແຫຼ່ງຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here