ທົ່ວແຂວງອັດຕະປື ມີໂຄງການເຂື່ອນໄຟຟ້າທັງໝົດ 31 ໂຄງການ

0
1873

ແຂວງອັດຕະປື ມີໂຄງການເຂື່ອນໄຟຟ້າ 31 ໂຄງການ

ຕາມການລາຍງານຈາກ ທ່ານ ວິທະຍາ ພົມມະຈັນ ຫົວໜ້າພະແນກພະ ລັງງານ ແລະ ບໍ່ແຮ່ ແຂວງອັດຕະປື ຕໍ່ກອງປະຊຸມສະຫລຸບວຽກງານພະລັງງານ ແລະ ບໍ່ແຮ່ ປະຈໍາປີ 2021 ເມື່ອບໍ່ດົນນີ້ວ່າ: ປັດຈຸບັນ, ທົ່ວແຂວງອັດຕະປື ມີໂຄງການເຂື່ອນໄຟຟ້າທັງໝົດ 31 ໂຄງການ, ໃນນີ້ ເຂື່ອນໄຟຟ້າທີ່ມີກໍາລັງຕິດຕັ້ງຫລາຍກວ່າ 5 MW ຂຶ້ນໄປ ມີ 29 ໂຄງການ, ລວມກໍາລັງຕິດຕັ້ງທັງໝົດ 1.882,90 MW ແລະ ເຂື່ອນໄຟຟ້າທີ່ມີກໍາລັງຕິດຕັ້ງ 5 MW ລົງມາ ມີຈໍານວນ 2 ໂຄງການ ລວມກໍາລັງຄິດຕັ້ງ 5,65 MW.

ໄລຍະຜ່ານມາ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື ໄດ້ເອົາໃຈໃສ່ປະສານງານ, ອໍານວຍຄວາມສະດວກ, ຊຸກຍູ້, ສົ່ງເສີມ, ຄຸ້ມຄອງ ແລະ ຕິດຕາມຄວາມຄືບໜ້າຂອງບັນດາໂຄງການເຂື່ອນໄຟຟ້າ ຕາມພາລະບົດບາດຂອງທ້ອງຖິ່ນ ແລະ ຕາມການມອບໝາຍຂອງກະຊວງພະລັງງານ ແລະ ບໍ່ແຮ່, ໃນນັ້ນ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການ ເຂື່ອນໄຟຟ້າທີ່ມີກໍາລັງຕິດຕັ້ງຫລາຍກວ່າ 5 MW ຂຶ້ນໄປ ມີຄື: ຢູ່ໃນຂັ້ນຕອນບົດບັນທຶກຊ່ວຍຈໍາ 6 ໂຄງການ, ຢູ່ໃນຂັ້ນຕອນບົດວິພາກເສດຖະກິດ-ເຕັກນິກ 6 ໂຄງການ, ຢູ່ໃນຂັ້ນຕອນສັນຍາຄຸ້ມຄອງ-ກໍ່ສ້າງໂຄງການ 5 ໂຄງການ, ຢູ່ໃນຂັ້ນຕອນສັນຍາສໍາປະທານໂຄງການ 1 ໂຄງການ, ຢູ່ໃນຂັ້ນຕອນສັນຍາພັດທະນາໂຄງ ການ 4 ໂຄງການ ແລະ ໂຄງການທີ່ໄດ້ດໍາເນີນການຂາຍໄຟຟ້າແລ້ວ 8 ໂຄງການຄື: ເຂື່ອນໄຟຟ້າຫ້ວຍເຫາະ, ເຂື່ອນໄຟຟ້າເຊກະໝານ 1, ເຂື່ອນໄຟຟ້າເຊກະໝານຊານໄຊ,ເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ, ເຂື່ອນໄຟຟ້າເຊນໍ້ານ້ອນ 1, ເຂື່ອນໄຟຟ້ານໍ້າກົງ 1, ນໍ້າກົງ 2 ແລະ ນໍ້າກົງ 3.

ສ່ວນເຂື່ອນໄຟຟ້າທີ່ມີກໍາລັງຕິດຕັ້ງ 5 MW ລົງມາ ຈໍານວນ 2 ໂຄງການນັ້ນມີ 1 ໂຄງການ ຢູ່ໃນຂັ້ນຕອນບົດບັນທຶກຊ່ວຍຈໍາ ແລະ ດໍາເນີນງານປ່ອຍກະແສໄຟຟ້າແລ້ວ 1 ໂຄງການ ຄື ເຂື່ອນໄຟຟ້າຫ້ວຍສະໝອງ.ທ່ານ ວິທະຍາ ພົມມະຈັນ ຍັງໃຫ້ຮູ້ອີກວ່າ: ນອກຈາກການຄຸ້ມຄອງບັນດາໂຄງການເຂື່ອນໄຟຟ້າແລ້ວ ທາງພະແນກພະລັງງານ ແລະ ບໍ່ແຮ່ແຂວງ ຍັງໄດ້ເອົາໃຈໃສ່ ແລະ ອໍານວຍຄວາມສະດວກ ພ້ອມທັງໃຫ້ການຮ່ວມມືຕາມລະບຽບກົດໝາຍ, ປະຕິບັດຂັ້ນຕອນການລົງທຶນໃນການສຶກສາຄວາມເປັນໄປໄດ້ ກ່ຽວກັບການກໍ່ສ້າງໂຄງການ ໄຟຟ້າແສງຕາເວັນ, ໂຄງການພະລັງງານລົມ, ໄຟຟ້າພະລັງງານຄວາມຮ້ອນ, ມາຮອດປັດຈຸບັນມີສະຖາ ນີຈໍານວນ 17 ໂຄງການ ມີກໍາລັງຕິດຕັ້ງ 3.475 MW.

ໃນນີ້, ຢູ່ໃນຂັ້ນຕອນ ບົດບັນທຶກຊ່ວຍຈໍາ 11 ໂຄງການ, ຢູ່ໃນຂັ້ນຕອນ ສັນຍາພັດທະນາ 4 ໂຄງການ ແລະ ຢູ່ໃນຂັ້ນຕອນສຶກສາຄວາມເປັນໄປໄດ້ 1 ໂຄງການ

ແຫຼ່ງຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here