ແຕ່ງ​ຕັ້ງຮອງ​ຫົວ​ໜ້າ​​ຫ້ອງວ່າ​ການ​ສຳ​ນັກ​ງານ​ປະ​ທານ​ປະ​ເທດ

0
1898

ແຕ່ງ​ຕັ້ງ ທ່ານ ອິນທະປັນຍາ ຂຽວວົງພະຈັນ ເປັນ​ຮອງ​ຫົວ​ໜ້າ​​ຫ້ອງວ່າ​ການ​ສຳ​ນັກ​ງານ​ປະ​ທານ​ປະ​ເທດ.

ຫ້ອງວ່າການສໍານັກງານປະທານປະເທດ (ຫສປທ), ປະກາດການຈັດຕັ້ງພາຍໃນຂອງຕົນຂຶ້ນ ໃນວັນທີ 9 ມີນານີ້ ທີ່ຫ້ອງປະຊຸມດັ່ງກ່າວ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ນາງ ເຂັມມະນີ ພົນເສນາ ກໍາມະການສູນກາງພັກ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ມີຮອງຫົວຫ້ອງການ, ຫົວໜ້າກົມ-ຮອງກົມ ພ້ອມດ້ວຍ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ສຸລິຍາ ພົມມີສິດ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຫ້ອງວ່າການສູນກາງພັກ ໄດ້ຜ່ານຄຳສັ່ງວ່າດ້ວຍ ການຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່, ຄະ​ນະເລຂາທິການສູນກາງພັກ ອອກຄຳສັ່ງຍົກຍ້າຍ ທ່ານ ອິນທະປັນຍາ ຂຽວວົງພະຈັນ ກຳມະການຄະນະພັກ ຫົວໜ້າກົມກົດໝາຍ ກະຊວງຍຸຕິທຳໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການສຳນັກງານປະທານປະເທດ, ມະຕິຕົກລົງວ່າດ້ວຍການແຕ່ງຕັ້ງກຳມະການຄະນະພັກ ຫ້ອງວ່າການສຳນັກງານປະທານປະເທດ ແລະ ດຳລັດວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ໂດຍເຫັນດີແຕ່ງຕັ້ງ ທ່ານ ອິນທະປັນຍາ ຂຽວວົງພະຈັນ ເປັນກຳມະການຄະນະພັກ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະທານ.

ໂອກາດນີ້, ທ່ານຮອງປະທານປະເທດໄດ້ໃຫ້ກຽດໂອ້ລົມ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ທ່ານ ອິນທະປັນຍາ ຂຽວວົງພະຈັນ ທີ່ໄດ້ຮັບແຕ່ງຕັ້ງເປັນ ​ກຳ​ມະ​ການ​ພັກ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະທານ ຊຶ່ງຈະເປັນກໍາລັງແຮງປະກອບສ່ວນສໍາຄັນ ເຂົ້າໃນການນໍາພາ, ຊີ້ນໍາວຽກງານຂອງ ຫສປທ ໃຫ້ນັບມື້ນັບເຂັ້ມແຂງຂຶ້ນ, ເຫັນໄດ້ວ່າ ສະຫາຍ ເປັນຜູ້ທີ່ໄດ້ຜ່ານການຝຶກຝົນຫຼໍ່ຫຼອມ ຜ່ານບັ້ນທົດສອບໃນວຽກງານຕົວຈິງຫຼາຍດ້ານ ໂດຍສະເພາະ ວຽກງານທີ່ຕິດພັນກັບວຽກງານວິຊາສະເພາະ, ດ້ານກົດໝາຍ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກຂັ້ນເທິງ ຊຶ່ງມີຄວາມເຊື່ອໝັ້ນວ່າ ຈະສືບຕໍ່ຜັນຂະຫຍາຍບົດຮຽນ, ປະສົບການ, ຄວາມຮູ້ ແລະ ຄວາມສາມາດຂອງຕົນເຂົ້າໃນການຈັດຕັ້ງປະຕິບັດວຽກງານ ຫສປທ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.

ແຫຼ່ງຂ່າວ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here