ຂໍສະແດງຄວາມເສຍໃຈກັບການຈາກໄປຈາກນັກສະແດງຮຸ່ນໃຫຍ່

0
1503

ເຊື່ອວ່າຄົນລາວສ່ວນຫຼາຍຄົງຈະຄຸ້ນໜ້າຄຸ້ນຕາ ນັກສະແດງອາວຸໂຊ, ສໍລະພົງ ຊາຕີ ບຸກຄົນສຳຄັນທີ່ຢູ່ໃນວົງການສະແດງໄທມາຍາວນານ. ສໍລະພົງ ຊາຕີ ເປັນນັກສະແດງທີ່ມີຄວາມສາມາດສະແດງໄດ້ທຸກບຸດບາດຕັ້ງແຕ່ສະໄໝຍັງໝຸ່ມກໍເປັນພະເອກຂວັນໃຈທັງພາຍໃນ ແລະ ຕ່າງປະເທດ.

ສໍລະພົງ ຊາຕີ ເປັນມະເຮັງປອດດົນເຖິງ 5-6 ປິ ແລະ ໄດ້ຮັກສາຕາມອາການມາເລື່ອຍໆ ແລະ ເດືອນກຸມພາທີ່ຜ່ານມາ ກໍໄດ້ເຂົ້າຫ້ອງໄອຊີຢູ ເນື່ອງຈາກສະໝັກອາຫານ ໂຊກດີສາມາດຮັກສາໄດ້ທັນ ແລະ ປອດໄພ.

ມາເຖິງມື້ນີ້ ວັນທີີ 10 ມີນາ 2022, ສໍລະພົງ ຊາຕີ ມີອາການບໍ່ຄ່ອຍດີ ແລະ ໜັກລົງເລື່ອຍໆ ຈົນເຮັດໃຫ້ຫົວໃຈເຕັ້ນອ່ອນລົງ ແລະ ຈາກໄປຢ່າງສະຫງົບ.

ໃນຖານະແຟນລະຄອນ ສປປ ລາວ ທີມງານໂທລະໂຄ່ງຂໍສະແດງຄວາມເສຍໃຈມາຍັງຄອບຄົວ ສໍລະພົງ ຊາຕີ ກັບການຈາກໄປໃນຄັ້ງນີ້.

ຂໍ້ມູນ: Thairath

LEAVE A REPLY

Please enter your comment!
Please enter your name here