ສະເພາະເດືອນກຸມພາ 2022 ມີຜູ້ເສຍຊີວິດເຖິງ 108 ຄົນ ຈາກອຸບັດຕິເຫດ

0
1355

ສະພາບການເກີດອຸບັດເຫດຕາມທ້ອງຖະຫນົນຢູ່ປະເທດລາວ ຍັງຫນ້າເປັນຫ່ວງ ເຖິງແມ່ນວ່າເຈົ້າຫນ້າທີ່ຕໍາຫຼວດ ຈະໃຊ້ມາດຕະການຕ່າງໆເພື່ອຫຼຸດຜ່ອນອຸບັດເຫດກໍຕາມ, ຊຶ່ງອຸບັດເຫດທີ່ເກີດຂຶ້ນ ສ່ວນໃຫຍ່ ຍ້ອນການລະເມີດກົດລະບຽບການສັນຈອນຂອງຜູ້ຂັບຂີ່ ທີ່ເປັນປັດໄຈພາໃຫ້ເກີດອຸບັດເຫດ ແລະ ເຮັດໃຫ້ມີທັງເສຍຊີວິດ ແລະ ເສຍຫາຍທາງດ້ານຊັບສິນ.

ກົມຕໍາຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ສະເພາະເດືອນກຸມພາ 2022 ຜ່ານມານີ້ ມີຜູ້ເສຍຊີວິດເຖິງ 108 ຄົນ, ບາດເຈັບ 1.071 ຄົນ ແລະ ມີ ພາຫະນະເປ່ເພ 1. 237 ຄັນ ຈາກອຸບັດເຫດເກີດຂຶ້ນທັງຫມົດ 649 ກໍລະນີ ໃນທົ່ວປະເທດ ແຕ່ເມື່ອທຽບກັບຜູ້ເສຍຊີວິດໃນເດືອນມັງກອນ ທີ່ຜ່ານມາ ແມ່ນຫຼຸດລົງ 1 ຄົນ ຊຶ່ງມີຜູ້ເສຍຊີວິດ 109 ຄົນ.

ໃນນັ້ນ, ສາເຫດການເກີດອຸບັດເຫດສ່ວນໃຫຍ່ ແມ່ນເກີດຈາກການລະເມີດກົດລະບຽບການສັນຈອນຂອງຜູ້ຂັບຂີ່ ໂດຍສະເພາະ ຂັບຂີ່ໄວເກີນກໍານົດ, ແຊງຊ້າຍ-ຂວາບໍ່ຮັບປະກັນ ແລະ ອື່ນໆ, ຮ້າຍ ແຮງກ່ວານັ້ນ ຜູ້ຂັບຂີ່ຍັງດື່ມສິ່ງມຶນເມົາ ເປັນສາເຫດຂອງການເກີດອຸບັດເຫດຕາມທ້ອງຖະຫນົນ, ໃນນັ້ນ ອຸບັດເຫດສ່ວນຫຼາຍແມ່ນເກີດນັບ ແຕ່ເວລາ 18:00-24:00 ໃນກຸ່ມອາຊີບ ກໍາມະກອນ ແລະ ກຸ່ມນັກຮຽນ ນັກສຶກສາ.

ຂໍ້ມູນ: ກົມຕໍາຫຼວດຈະລາຈອນ

LEAVE A REPLY

Please enter your comment!
Please enter your name here