ສປປ ລາວ ມາຮອດມື້ນີ້ ແມ່ນປະເຊີນໜ້າກັບການລະບາດເປັນຮອບທີ 3

0
2817

ຕາມການລາຍງານຈາກຄະນະສະເພາະກິດປະຈຳວັນທີ 11 ມີນາ 2022 ໂດຍທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ໃຫ້ຮູ້ວ່າ: ສຳລັບ ສປປ ລາວ ມາຮອດມື້ນີ້ ພວກເຮົາໄດ້ປະເຊີນໜ້າ ກັບການລະບາດເປັນຮອບທີ 3 ແລ້ວ ແລະ ທ່າອ່ຽງໃນປະຈຸບັນ ແມ່ນກຳລັງຢູ່ໃນໄລຍະຂາຂື້ນ ຊຶ່ງຕົວເລກໃນບາງແຂວງ ໂດຍສະເພາະນະຄອນຫຼວງວຽງຈັນ ເຫັນວ່າ ຕົວເລກກັບຄືນມາ ເພີ້ມສູງຂື້ນໃນແຕ່ລະວັນ ພາຍຫຼັງທີ່ພວກເຮົາເຫັນຕົວເລກຜູ້ຕິດເຊື້ອປະຈຳວັນ ຕ່ຳກ່ວາ 200 ຄົນ ເປັນເວລາເກືອບ 1 ເດືອນ!

ຈາກການສຸ່ມເກັບ 10 ຕົວຢ່າງ ໃນນະຄອນຫຼວງວຽງຈັນ ພົບວ່າ 90% ແມ່ນກວດພົບເຫັນ ສາຍພັນ ໂອມິກຣອນ ແລະ ບົດຮຽນຈາກຫຼາຍໆປະເທດ ໂດຍສະເພາະ ປະເທດໃກ້ຄຽງ ການລະບາດຮອບໃໝ່ນີ້ຈະເຖິງຈຸດສູງສຸດໃນ 1 ຫາ 2 ເດືອນນີ້. ສະນັ້ນ, ຖ້າຫາກພວກເຮົາ ຫາກບໍ່ມີມາດຕະການທີ່ຮັດກຸມອອກມາເພື່ອຕອບໂຕ້ ແລະ ຮອງຮັບການລະບາດໃນຄັ້ງນີ້, ເຖິງວ່າອັດຕາການເສຍຊີວິດ ຈະບໍ່ຮຸນແຮງຄືກັບ ສາຍພັນແດນຕ້າກໍ່ຕາມ ແຕ່ການເສຍຊີວິດ ແມ່ນຈະກະທົບຢ່າງໜັກໜ່ວງ ຕໍ່ຜູ້ທີ່ມີອາຍຸສູງກ່ວາ 60 ປີ, ຜູ້ທີ່ມີພະຍາດປະຈຳໂຕ, ແມ່ຍິງຖືພາ ແລະ ຜູ້ທີ່ບໍ່ທັນໄດ້ສັກວັກຊີນ ຫຼື ສັກວັກຊີນບໍ່ຄົບທຸກເຂັມທີ່ແນະນຳ!

LEAVE A REPLY

Please enter your comment!
Please enter your name here