ຍັງລໍຖ້າການພິຈາລະນາກ່ຽວກັບການປັບຂຶ້ນຄ່າແຮງຂັ້ນຕໍ່າຈາກ 1,1 ລ້ານເປັນ 1,5 ລ້ານກີບ

0
1520

ພາຍຫຼັງທີ່ມີຂ່າວອອກມາວ່າຈະມີການປັບຂຶ້ນຄ່າແຮງຂັ້ນຕໍ່າຈາກ 1,1 ລ້ານເປັນ 1,5 ລ້ານກີບ ຕໍ່ຄົນຕໍ່ເດືອນ ແລະ ຈະປະຕິບັດນັບແຕ່ວັນທີ 1 ພຶດສະພາ 2022 ເປັນຕົ້ນໄປ; ຢ່າງໃດກໍຕາມ, ເລື່ອງນີ້ຍັງຈະຕ້ອງລໍຖ້າລັດຖະບານພິຈາລະນາຄືນໃຫມ່ອີກຄັ້ງຫຼັງຈາກທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວສະເຫນີຂໍເລື່ອນ.

ຈາກບັນຫາຄ່າຄອງຊີບທີ່ຖີບຕົວສູງຂຶ້ນຊຶ່ງມາຈາກຫຼາຍປັດໄຈຊຶ່ງກະທົບຕໍ່ຊີວິດການເປັນຢູ່ຂອງທົ່ວສັງຄົມຢ່າງຫຼີກລ່ຽງບໍ່ໄດ້, ຕໍ່ຫນ້າສະພາບເຂົ້າຍາກຫມາກແພງ; ອົງການ3ຝ່າຍ (ສູນກາສະຫະພັນກໍາມະບານລາວ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ,ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ) ທີ່ມີ ບົດບາດຄຸ້ມຄອງ,ປົກປ້ອງ ແລະ ພັດທະນາແຮງງານລາວ, ກໍ່ມີຄວາມເປັນຫ່ວງເປັນໃຍຈຶ່ງໄດ້ມີການຫາລື 3 ຝ່າຍມາແລ້ວຫຼາຍຄັ້ງເພື່ອສະເຫນີປັບຂຶ້ນຄ່າແຮງຂັ້ນ ຕ່ໍາ, ຫຼ້າສຸດ,ເລື່ອງນີ້ກໍ່ເປັນຫນຶ່ງໃນຫົວຂໍ້ສໍາຄັນຂອງກອງປະຊຸມ 3 ຝ່າຍກ່ຽວກັບວຽກງານສາຍພົວພັນແຮງງານ ຄັ້ງທີ 19 ຊຶ່ງຈັດຂຶ້ນເມື່ອວັນທີ 4 ມີນາ 2022 ທີ່ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ນາງ ໃບຄໍາ ຂັດທິຍະ, ລັດຖະມົນຕີກະຊວງແຮງງານແລະສະຫວັດດີການສັງຄົມ (ຮສສ). ທ່ານ ນາງອາລີ ວົງຫນໍ່ບຸນທໍາ, ປະທານຄະນະບໍລິຫານສູນກາງສະຫະພັນກໍາມະບານລາວ ແລະທ່ານ ວັນທອງ ສິດທິກຸນ, ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ.

ທັງນີ້, ມີຫຼາຍບັນຫາທີ່ກອງປະຊຸມໄດ້ນໍາຂຶ້ນປຶກສາຫາລື, ໂດຍສະເພາະກໍແມ່ນຊ່ອງທາງເພື່ອນໍາໄປສູ່ການຊ່ວຍເຫຼືອແຮງງານລາວທີ່ພວມປະສົບບັນຫາຢຸດຈ້າງ. ງານເພາະຫຼາຍກິດຈະການຕ້ອງປິດຕົວລົງຈາກຜົນກະທົບໂຄວິດ-19. ເຮັດໃຫ້ອັດຕາຫວ່າງງານເພີ່ມຂຶ້ນຈາກ 9,7% ມາເປັນ 21,8% ໃນປີ2021.

ທີ່ສໍາຄັນແມ່ນລັດຖະມົນຕີ ຮສສ ກໍ່ໄດ້ກ່າວເຖິງການຄົ້ນຄວ້າພິຈາລະນາປັບປຸງຄ່າແຮງງານຂັ້ນຕ່ໍາ, ໂດຍລະບຸວ່າ ໄດ້ມອບໃຫ້ແຕ່ລະຝ່າຍນໍາໄປຄົ້ນຄວ້າເຖິງຄວາມ ເປັນໄປໄດ້. ຊຶ່ງເບື້ອງຕົ້ນກໍຄາດການວ່າຈະປັບຂຶ້ນໃນວັນທີ 1 ພຶດສະພາປີນີ້, ຢ່າງໃດກໍຕາມ, ເນື່ອງຈາກເງື່ອນໄຂ ແລະ ຄວາມພ້ອມຕ່າງໆຍັງບໍ່ທັນອໍານວຍ, ດັ່ງນັ້ນສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດລາວຈຶ່ງສະເຫນີຂໍເລື່ອນການປັບຂຶ້ນຄ່າແຮງງານ ໄປເປັນວັນທີ 1 ພຶດສະພາ 2023, ແຕ່ນັ້ນກໍເປັນພຽງຂໍ້ສະຫຼຸບທີ່ຍັງຕ້ອງລໍຖ້າການພິຈາລະນາຄືນອີກຄັ້ງຂອງລັດຖະບານ. ຄ່າແຮງຂັ້ນຕໍ່າທີ່ຈ່າຍກັນຢູ່ໃນປັດຈຸບັນ, ແມ່ນປະຕິບັດມາໄດ້3ປີກວ່າແລ້ວ,ນັບຈາກການປັບປຸງຄັ້ງທີ 8 ເມື່ອປີ 2018 ຊຶ່ງປັບຂຶ້ນ 2ແສນກີບ ຈາກ 9 ແສນກີບເປັນ 1,1 ລ້ານກີບຕໍ່ຄົນຕໍ່ເດືອນ.

ແຫຼ່ງຂ່າວ: ເສດຖະກິດສັງຄົມ

LEAVE A REPLY

Please enter your comment!
Please enter your name here