ນໍ້າມັນປັບຂຶ້ນສູງທີ່ສຸດເປັນປະຫວັດການໃນຮອບສິບປີ ແລະ ມີທ່າອ່ຽງຈະປັບຂຶ້ນອີກ

0
1989

ລາຄານໍ້າມັນເຊື້ອໄຟ ໃນຕະຫລາດໂລກເໜັງຕີງຂຶ້ນສູງ ສົ່ງຜົນໃຫ້ການສະໜອງພາຍໃນ ສປປ ລາວ.

ໃນວັນທີ 13 ມີນາ 2022 ນີ້, ທ່ານ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ສຳພາດຕໍ່ສື່ມວນຊົນ ກ່ຽວກັບສະພາບລາຄານໍ້າມັນເຊື້ອໄຟ ຕະຫລາດໂລກເໜັງຕີງຂຶ້ນສູງ ສົ່ງຜົນໃຫ້ການສະໜອງພາຍໃນວ່າ: ສປປ ລາວ ເປັນປະເທດນໍາເຂົ້າ ນ້ຳມັນເຊື້ອໄຟ ຈາກຕ່າງປະເທດ 100%, ລາຄານໍ້າມັນເຊື້ອໄຟ ພາຍໃນປະເທດ ແມ່ນຖືກກໍານົດໂດຍກົນໄກການເໜັງຕີງຂຶ້ນ-ລົງຂອງລາຄານໍ້າມັນເຊື້ອໄຟໃນຕະຫລາດໂລກ, ນັບແຕ່ຕົ້ນປີ 2022 ເປັນຕົ້ນມາ ການເໜັງຕີງຂອງລາຄານໍ້າເຊື້ອໄຟໃນຕະຫລາດໂລກ ກໍໄດ້ຖີບໂຕສູງຂຶ້ນຈົນມາເຖິງທ້າຍເດືອນກຸມພາ ແລະ ມາຮອດປັດຈຸບັນ ທີ່ສະຖານະການຄວາມຕ້ອງການນໍ້າມັນເຊື້ອໄຟໂລກສູງຂຶ້ນ, ແຕ່ກໍາລັງການຜະລິດລວມຂອງກຸ່ມປະເທດຜະລິດນໍ້າມັນເຊື້ອໄຟ ພັດບໍ່ໄດ້ເພີ່ມຂຶ້ນ ເພື່ອຮອງຮັບຢ່າງພຽງພໍ ບວກກັບສະພາບຄວາມຂັດແຍ້ງທາງເສດຖະກິດ ຂອງປະເທດມະຫາອຳນາດ ແລະ ຂໍ້ຂັດແຍ້ງອື່ນໆ.

ເຫດການທັງໝົດນັ້ນ ສົ່ງຜົນເຮັດໃຫ້ລາຄານໍ້າມັນເຊື້ອໄຟ ໃນຕະຫລາດໂລກ ໂດຍສະເພາະ ລາຄານໍ້າມັນກາຊວນ ສໍາເລັດຮູບ ປັບຂຶ້ນສູງເຖິງ 150-180 ໂດລາສະຫະລັດຕໍ່ບາເຣວ ເຊິ່ງປັບຂຶ້ນສູງທີ່ສຸດເປັນປະຫວັດການ ໃນຮອບສິບປີຜ່ານມາ ແລະ ມີທ່າອ່ຽງຈະປັບຂຶ້ນອີກ ແລະ ເຫັນໄດ້ວ່າໃນທົ່ວໂລກ ແມ່ນປະສົບບັນຫາດັ່ງກ່າວເຂົ້າຂັ້ນວິກິດ, ບັນດາປະເທດຜູ້ຜະລິດນໍ້າມັນເຊື້ອໄຟ ຫລື ກຸ່ມໂອເປັກ ກໍໄດ້ປຶກສາຫາລື ແລະ ເປັນເອກະພາບກັນໃນເດືອນຜ່ານມາ ເພື່ອເພີ່ມຈຳນວນການຜະລິດນໍ້າມັນເຊື້ອໄຟຂຶ້ນ ປະມານ 4 ແສນເບເຣວຕໍ່ວັນ ແຕ່ຢ່າງໃດກໍຕາມ ຖ້າຫາກສະພາບຄວາມຂັດແຍ້ງ ແລະ ການບຸກໂຈມຕີຍັງບໍ່ຢຸດຕິ ລາຄານໍ້າມັນກໍຍັງຈະສູງຂຶ້ນ. ທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຍັງໃຫ້ຮູ້ວ່າ:

ຈາກລາຄານ້ຳມັນເຊື້ອໄຟທົ່ວໂລກສູງຂຶ້ນ ແນ່ນອນວ່າ ມັນໄດ້ສົ່ງຜົນໂດຍກົງ ເຮັດໃຫ້ລາຄາຂາຍຍ່ອຍນ້ຳມັນເຊື້ອໄຟພາຍໃນປະເທດເຮົາ ກໍໄດ້ປັບຂຶ້ນເປັນເຊັ່ນດຽວກັນ ເຊິ່ງການປັບລາຄາໃນຄັ້ງວັນທີ 10 ມີນາ 2022 ທີ່ຜ່ານມາ ແມ່ນມີຄວາມຈຳເປັນ ເພື່ອໃຫ້ເຮັດໃຫ້ລາຄາປັບປ່ຽນທັນຕາມສະພາບການ, ເຖິງວ່າການປັບລາຄາຂາຍຍ່ອຍນໍ້າມັນແອັດຊັງພິເສດ ຂຶ້ນ 1.710 ກີບ/ລິດ, ນໍ້າມັນແອັດຊັງທໍາມະດາ ປັບຂຶ້ນ 1.430 ກີບ/ລິດ ແລະ ນໍ້າມັນກາຊວນ ປັບຂຶ້ນ 1.570 ກີບ/ລິດ ແລ້ວກໍຕາມ, ແຕ່ດ້ວຍປັດໄຈທີ່ກ່າວມາຂ້າງເທິງ ບັນດາໂຮງກັ່ນນໍ້າມັນ ແລະ ຜູ້ສະໜອງລາຍໃຫຍ່ ກໍບໍ່ສາມາດສະໜອງຕາມປະລິມາຄວາມຕ້ອງການໄດ້ ເນື່ອງຈາກສະຖານະການທີ່ບໍ່ແນ່ນອນ ບວກກັບຕົ້ນທຶນການຂົນສົ່ງນໍ້າມັນດິບຍັງສູງ, ບາງໂຮງກັ່ນ ກໍໄດ້ກັກຕຸນເພື່ອຂາຍ ໃນຍາມຈຳເປັນ ແລະ ເວລາທີ່ລາຄາສູງກວ່າ.

ພ້ອມກັນນີ້, ບັນດາບໍລິສັດຜູ້ນໍາເຂົ້ານ້ຳມັນເຊື້ອໄຟ ຂອງລາວເຮົາ ກໍປະສົບບັນຫາດັ່ງກ່າວ ໂດຍບໍ່ສາ ມາດນໍາເຂົ້າໄດ້ຕາມປະລິມານຄວາມຕ້ອງການ ເນື່ອງຈາກມື້ນຳເຂົ້າ ຫລື ມີການຊຳລະເງິນຄ່ານ້ຳມັນເຊື້ອໄຟ ແຕ່ລາຄາໂຄງສ້າງພາຍໃນຍັງບໍ່ປັບຂຶ້ນທຽບກັບລາຄາໂລກ ເຮັດໃຫ້ບໍລິ ສັດ ຕ້ອງດຳເນີນທຸລະກິດໃນສະພາບຂາດທຶນ, ຈໍານວນນໍາເຂົ້າທີ່ຫລຸດລົງ ການນໍາມາຈຳໜ່າຍໃຫ້ລູກຄ້າ ກໍມີປະລິມານຈໍາກັດລົງໄປນຳ ເຊິ່ງເປັນເຫດຜົນເຮັດໃຫ້ ປໍ້ານໍ້າມັນເຊື້ອໄຟບາງປໍ້າ ທີ່ບໍ່ໄດ້ຮັບການສະໜອງຈາກບໍລິສັດແມ່ໄດ້ພຽງພໍ ຈິ່ງບໍ່ມີນໍ້າມັນເຊື້ອໄຟຂາຍ ຫລື ໄດ້ຈຳໜ່າຍໝົດກ່ອນການສະໜອງ.

ຜ່ານມາ, ບັນຫາການກັກຕຸນນໍ້າມັນເຊື້ອໄຟ ຂອງບັນດາປໍ້ານໍ້າມັນ ກໍມີປະກົດການ ກ່ອນການປັບລາຄານໍ້າມັນເຊື້ອໄຟ ປໍ້າຈຳນວນໜຶ່ງ ກໍໄດ້ປິດເພື່ອລໍຖ້າຂາຍໃນລາຄາປັບຂຶ້ນ ເຊິ່ງມັກເກີດຂຶ້ນໄລຍະ 1 ມື້ຫາສອງມື້ກ່ອນການປັບລາຄາ ໂດຍປະຕິບັດຕາມ ດຳລັດ ວ່າດ້ວຍທຸລະກິດນ້ຳມັນເຊື້ອໄຟ, ສະບັບເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017, ມາດຕາ 82 ທີ່ກໍານົດໃຫ້ຜູ້ດໍາເນີນທຸລະກິດນໍ້າມັນເຊື້ອໄຟ ຫາກປິດປໍ້ານໍ້າມັນຊົ່ວຄາວ ຫລື ຖາວອນ ໂດຍບໍ່ມີເຫດຜົນ ຫລື ບໍແຈ້ງໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ເທສະບານ, ນະຄອນ ແລະ ຜູ້ຊົມໃຊ້ຊາບລ່ວງໜ້າ 3 ວັນ ແມ່ນກຳນົດໃຫ້ມີການປັບໄໝ, ການຈັດຕັ້ງປະຕິບັດຜ່ານມາ ໂດຍການເປັນເຈົ້າການຂອງ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫລວງ ສົມທົບກັບ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ນະຄອນ ໄດ້ເຮັດການກວດກາເປັນປົກກະຕິ ຫາກເກີດເຫດການປິດປໍ້ານໍ້າມັນ ແມ່ນໄດ້ໃຊ້ມາດຕະການຕັ້ງແຕ່ການຕັກເຕືອນ, ເຮັດບົດບັນທຶກ, ກ້າວໄປເຖິງການປັບໄໝເຈົ້າຂອງປໍ້ານໍ້ມັນ; ສະເພາະສະພາບປັດຈຸບັນ ທີ່ເຫັນວ່າຍັງມີຫລາຍປໍ້ານໍ້າມັນປິດ ພາຍຫລັງການເໜັງຕີຂອງລາຄານ້ຳມັນດັ່ງທີ່ໄດ້ກ່າວມານັ້ນ ໃນວັນທີ 9 ມີນາ 2022 ທີ່ຜ່ານມາ ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງ, ແຂວງຈໍາປາສັກ ແລະ ບັນດາແຂວງຈຳນວນໜຶ່ງ ກໍໄດ້ຍົກສູງຄວາມຮັບຜິດຊອບ ລົງກວດກາປໍ້ານ້ຳມັນ ທີ່ປິດໂດຍບໍ່ມີເຫດຜົນ ແລະ ເຫັນວ່າເນື່ອງຈາກສະພາບລາຄາ ແລະ ການສະໜອງບໍ່ພຽງພໍ ບາງປໍ້ານໍ້າມັນ ກໍປິດລົງ ຍ້ອນບໍ່ມີນຳມັນສະໜອງໃຫ້, ແຕ່ຢ່າງໃດກໍຕາມ ທາງກະຊວງອຸດສາຫະກຳ ແລະ ການຄ້າ ຈະໄດ້ສືບຕໍ່ຕິດຕາມ, ຊຸກຍູ້ບັນດາພະແນກບັນດາແຂວງ ເພື່ອເອົາໃຈໃສ່ຕໍ່ບັນຫາດັ່ງກ່າວ.ທ່ານ ຄຳແພງ ໄຊສົມແພງ ໄດ້ກ່າວອີກວ່າ:

ລາຄາຂອງນໍ້າມັນເຊື້ອໄຟ ພາຍໃນປະເທດເຮົາ ສ່ວນໜຶ່ງຂອງລາຄາທີ່ຈັດຕັ້ງປະຕິບັດ ແມ່ນຖືກກໍານົດດ້ວຍອັດຕາແລກປ່ຽນ ເພາະການນໍາເຂົ້ານໍ້າມັນເຊື້ອໄຟແມ່ນຊື້ເປັນເງິນຕາຕ່າງປະເທດ ເນື່ອງຈາກນໍ້າມັນເຊື້ອໄຟ ເປັນສິນຄ້ານໍາເຂົ້າຕົ້ນຕໍ ຂອງ ສປປ ລາວ, ສະເພາະປີ 2020 ແລະ 2021 ການນໍາເຂົ້ານໍ້າມັນເຊື້ອໄຟ ມີມູນຄ່າສູງເຖິງ 5 ຕື້ກວ່າໂດລາສະຫະລັດ ຫລື ປະມານ 10% ຂອງມູນຄ່າການນໍາເຂົ້າທັງໝົດ, ການນໍາເຂົ້າມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ ແລະ ນໍ້າມັນເຊື້ອໄຟທີ່ນໍາເຂົ້າມາ ແມ່ນນໍາໃຊ້ກັບພາຫະນະທາງບົກ ແລະ ທາງອາກາດ ເປັນສ່ວນໃຫຍ່ ເຊິ່ງ ສາມາດເວົ້າໄດ້ວ່າ ການນໍາເຂົ້ານໍ້າມັນເຊື້ອໄຟ ເປັນໜຶ່ງໃນຊ່ອງທາງ ຂອງການໄຫລອອກເງິນຕາຕ່າງປະເທດ ຢູູ່ ສປປ ລາວ, ຍິ່ງມີການນໍາເຂົ້າຫລາຍເທົ່າໃດ ຍິ່ງຕ້ອງການນໍາໃຊ້ເງິນຕາຫລາຍຂຶ້ນ ແລະ ຍິ່ງສົ່ງຜົນເຮັດໃຫ້ເງິນກີບອ່ອນຄ່າ ແລະ ລາຄານໍ້າມັນກໍຍິ່ງສູງຂຶ້ນເທົ່ານັ້ນ, ລັດຖະບານ ກໍຄື ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເອົາໃຈໃສ່ຕິດ ຕາມຢ່າງໃກ້ຊິດ ສະພາບການເໜັງຕີງຂຶ້ນ ຂອງລາຄານໍ້າມັນເຊື້ອໄຟ ໂດຍໄດ້ຈັດກອງປະຊຸມຮ່ວມກັບບັນດາຂະແໜງການລັດ, ບັນດາບໍລິສັດດຳເນີນທຸລະກິດນໍ້າມັນເຊື້ອໄຟ ນັບແຕ່ເດືອນພະຈິກ ປີຜ່ານມາທີ່ລາຄາເລີ່ມປັບຂຶ້ນ ແລະ ຄັ້ງຫລ້າສຸດແມ່ນໄດ້ປຶກສາຫາລື ການປັບປຸງອົງປະກອບໃນໂຄງສ້າງລາຄານ້ຳມັນເຊື້ອໄຟ ແລະ ການຄຸ້ມຄອງລາຄາສິນຄ້າ ໃນສະພາບທີ່ລາຄາເພີ່ມຂຶ້ນສູງ, ປັດຈຸບັນ ບັນດາຂະແໜງການຂອງລັດ ກຳລັງຂຸ້ນຂ້ຽວສຸມຄວາມພະຍາຍາມ ໃນການຊອກວິທີທາງ ເພື່ອຊ່ວຍຫລຸດຜ່ອນບາງດ້ານໃນໂຄງສ້າງລາຄານ້ຳມັນເຊື້ອໄຟ.

ຖ້າສະພາບຕົ້ນທຶນ ກໍຄືລາຄາ ຂອງຜູ້ສະໜອງຢູ່ຕ່າງປະເທດ ຍັງມີລາຄາສູງກວ່າລາຄາໂຄງສ້າງ ທີ່ເຮົາຈັດຕັ້ງປະຕິບັດປັດຈຸບັນ, ອີກໜຶ່ງຫາສອງອາທິດ ອາດບໍ່ມີນໍ້າມັນພຽງພໍກັບຄວາມຕ້ອງການຊົມໃຊ້ ຍ້ອນຜູ້ສະໜອງນໍ້າມັນພາຍໃນ ເຫັນໄດ້ສະພາບການຂາດທຶນຄືທີ່ໄດ້ກ່າວມານັ້ນ. ສະນັ້ນ, ເພື່ອແກ້ໄຂສະພາບການສະໜອງໃຫ້ພຽງພໍກັບຄວາມຕ້ອງການຊົມໃຊ້, ໃນຕໍ່ໜ້າຖ້າລາຄາຍັງສືບຕໍ່ປັບຂຶ້ນສູງ ກະຊວງອຸດສາຫະກໍາ ແລະ ການຄ້າ ຈະໄດ້ຈັດຕັ້ງການປັບລາຄານໍ້າມັນເຊື້ອໄຟ ຈາກ 15 ວັນ ມາເປັນ 5-7 ວັນ ເຊິ່ງແນ່ນອນວ່າ ຈະເຮັດໃຫ້ລາຄານໍ້າມັນເຊື້ອໄຟ ພາຍໃນປະເທດ ຕ້ອງໄດ້ປັບຂຶ້ນສູງ ຕາມການປັບຂຶ້ນຂອງຕົ້ນທຶນການນໍາເຂົ້າ. ຕໍ່ບັນຫາດັ່ງກ່າວ, ບັນດາຂະແໜງການລັດທີ່ກ່ຽວ ຂ້ອງກໍຈະໄດ້ເອົາໃຈໃສ່ເລັ່ງ ຄົ້ນຄວ້າຊອກຫາວິທີທາງ ເພື່ອຫລຸດຜ່ອນ ເຊັ່ນ: ການຫລຸດກອງທຶນບູລະນະທາງຫລວງ ຫລື ກອງທຶນທາງ, ການກໍານົດວິທີການຈັດເກັບລາຍຮັບຂອງລັດ ດ້ານພັນທະພາສີ, ອາກອນຕ່າງໆ ເປັນອັນສະເພາະໃນໄລຍະທີ່ລາຄານໍ້າມັນເຊື້ອໄຟປັບຂຶ້ນສູງ ເພື່ອເຮັດໃຫ້ລາຄານໍ້າມັນເຊື້ອໄຟ ພາຍໃນປະເທດຂອງເຮົາ ຄ່ອຍປັບຂຶ້ນຢ່າງເປັນລະບົບ ແລະ ບໍ່ຂຶ້ນສູງຫລາຍຈົນເກີນໄປ.ອີກດ້ານໜຶ່ງ ນໍ້າມັນເຊື້ອໄຟ ຖືວ່າເປັນປັດໄຈຫລັກອັນໜຶ່ງຂອງຕົນທຶນ ການຜະລິດ ແລະ ຂົນສົ່ງສິນຄ້າ, ການປັບຂຶ້ນຂອງລາຄານໍ້າມັນເຊື້ອໄຟ ແນ່ນອນວ່າຈະກະທົບໃຫ້ຕົ້ນທຶນ ກໍຄື ລາຄາຂອງສິນຄ້າໃນທ້ອງຕະຫລາດ. ນັບຕັ້ງແຕ່ໃດມາ, ລັດຖະບານໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ໃນວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຈົນມາເຖິງປີ 2017 ໄດ້ແຕ່ງຕັ້ງຄະນະຊີ້ນຳວຽກງານດັ່ງກ່າວ ຕາມຂໍ້ຕົກລົງຂອງນາຍົກລັດ ຖະມົນຕີ, ສະບັບເລກທີ 71/ນຍ ທີ່ປະກອບດ້ວຍຫລາຍຂະແໜງການຂອງລັດ ທີ່ກ່ຽວ ຂ້ອງ ເພື່ອຮັບຜິດຊອບ ແລະ ມີໜ້າທີ່ໃນການຄຸ້ມຄອງ ແລະ ຄິດໄລ່ ໂຄງປະກອບລາຄາສິນຄ້າ ປະເພດເຂົ້າກິນ, ຊີ້ນໝູ, ຊີ້ນງົວ, ໄກ່, ປາ, ພືດຜັກ, ສິນຄ້າອຸປະໂພກ-ບໍລິໂພກ ກໍຄື ສິນຄ້າທົ່ວໄປ ທີ່ມີຜົນກະທົບໄວ ຕໍ່ໍຊີວິດການເປັນຢູ່ຂອງປະຊາຊົນ ໂດຍກຳນົດໃຫ້ໄປຕາມກົນໄກຂອງຕະຫລາດທີ່ມີການຄຸ້ມຄອງດັດສົມຂອງລັດ ໝາຍຄວາມວ່າ ສິນຄ້າທີ່ມີຄວາມຈຳເປັນ ຕໍ່ການດຳລົງຊີວິດພື້ນຖານ ຕ້ອງໄດ້ມີການຄວບຄຸມ, ຄຸ້ມຄອງ ແລະ ຕິດ ຕາມຢ່າງໃກ້ຊິດ ເພື່ອບໍ່ໃຫ້ມີການກັກຕຸນສິນຄ້າ ແລະ ຂຶ້ນລາຄາຕາມລຳພັງ ຫລື ຂຶ້ນລາຄາ ເພື່ອເອົາປຽບຜູ້ຊື້ ເຊິ່ງລາຄາຂາຍສິນຄ້າ ນັ້ນຕ້ອງສະທ້ອນໃຫ້ເຫັນ ໂຄງສ້າງລາຄາ ກໍຄື ຕົ້ນທຶນຈະແຈ້ງ ແລະ ສ່ວນຕ່າງກຳໄລທີ່ເໝາະສົມຕາມລະບຽບການທີ່ກຳນົດໄວ້.

ກະຊວງອຸດສາຫະກຳ ແລະ ການຄ້າ ຈະຮີບຮ້ອນສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫລວງ ເພື່ອຕິດຕາມການເໜັງຕີຂໍລາຄາສິນຄ້າພື້ນຖານ ແລະ ຮັບປະກັນໃຫ້ຮ້ານການຂາຍຍົກ, ຂາຍຍ່ອຍ, ພໍ່ຄ້າແມ່ຂາຍໃນທ້ອງຕະຫລາດ ປະຕິບັດຕາມເງື່ອນໄຂ ແລະ ລະບຽບການຢ່າງເຂັ້ມງວດ.

ໃນສະພາບປັດຈຸບັນ ໃນທົ່ວໂລກກໍປະສົບບັນຫາເຊັ່ນດຽວກັນ ເປັນວິກິດການລາຄານໍ້າມັນເຊື້ອໄຟຂຶ້ນສູງທີ່ສຸດ ໃນຮອບ 10 ປີ ຄືດັ່ງກ່າວມານັ້ນ, ຂ້າພະເຈົ້າ ກໍຮຽກຮ້ອງມາຍັງພະນັກງານ, ທະຫານ, ຕໍາຫລວດ ຕະຫລອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງມີສະຕິ, ໃນສະພາບຄວາມຫຍຸ້ງຍາກໃນປັດຈຸບັນ ກໍຄື ຊ່ວຍກັນຮັບຮູ້ ແລະ ເຂົ້າໃຈສະຖານະການ, ພ້ອມທັງຕິດຕາມສະພາບການຢ່າງໃກ້ຊິດ.

ພ້ອມນີ້ ຕ້ອງຊ່ວຍກັນປະຢັດມັດທະຍັດໃຊ້ຈ່າຍໃນສິ່ງທີ່ຈໍາເປັນ ໃນຍາມວິກິດການນີ້ ໂດຍສະເພາະແມ່ນການຊົມໃຊ້ແບບຟຸມເຟືອຍ. ຫລາຍໆປະເທດ ແລະ ອົງການຈັດຕັ້ງສາກົນກຳລັງສົ່ງເສີມໃຫ້ຫລຸດຜ່ອນການຊົມໃຊ້ ນໍ້າມັນເຊື້ອໄຟ ໂດຍໃຫ້ສິດທິພິເສດທາງດ້ານການຄ້າ, ຍົກເວັ້ນພາສີນໍາເຂົ້າສິນຄ້າ, ການເຂົ້າເຖິງກອງທຶນ ແລະ ອື່ນໆ. ສະນັ້ນ, ພວກເຮົາທັງໝົດ ກໍຕ້ອງໄດ້ເລີ່ມຫັນເຂົ້າສູ່ທິດທາງ ແລະ ທ່າອ່ຽງ ຂອງສາກົນ ຄ່ອຍໆຫລຸດຜ່ອນການເພິ່ງພາອາໄສນໍ້າມັນເຊື້ອໄຟລົງເທື່ອລະກ້າວ ແລະ ຫັນໄປສູ່ການຊົມໃຊ້ພະລັງງານສະອາດນັບມື້ຫລາຍຂຶ້ນ, ເຂົ້າຮ່ວມໃນຂະບວນການພັດທະນາ ແລະ ການດໍາລົງຊີວິດແບບຍືນຍົງ, ສົ່ງເສີມການຜະລິດສະອາດ ຕາມທິດສີຂຽວ ໂດຍນຳໃຊ້ພະລັງງານທາງເລືອກອື່ນທີ່ຍືນຍົງ.

ໂອກາດນີ້, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຂໍຮຽກຮ້ອງມາຍັງບັນດາຜູ້ປະກອບການທັງໝົດ ຈົ່ງຢ່າໄດ້ສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ ແລະ ກັກຕຸນສິນຄ້າ ກໍຄື ນໍ້າມັນເຊື້ອໄຟ ເອົາປຽບຜູ້ຊື້ໃນໄລຍະທີ່ລາຄານໍ້າມັນເຊື້ອໄຟ ເໜັງຕີງຂຶ້ນ ແລະ ຫລາຍຄົນກໍພົບກັບສະພາບຂໍ້ຫຍຸ້ງຍາກຫລາຍຢ່າງ ທີ່ມາພ້ອມກັບໂຄວິດ-19. ສະນັ້ນ, ທຸກຄົນ ແລະ ທຸກພາກສ່ວນ ຈົ່ງຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນກ້າວຜ່ານວິກິດການໃນຄັ້ງນີ້.

ພ້ອມກັນນັ້ນ, ກໍຊ່ວຍເປັນຫູເປັນຕາ ຫາກພົບເຫັນ ການສວຍໂອກາດຂຶ້ນລາຄາສິນຄ້າ ທ່ານສາມາດ ໂທແຈ້ງສາຍດ່ວນ 1510 ແລະ ເວັບໄຊປົກປ້ອງຜູ້ຊົມໃຊ້ WWW.lcp.gov.la ເຊິ່ງເຈົ້າໜ້າທີ່ກ່ຽວຂ້ອງ ຈະໄດ້ໃຊ້ມາດຕະການຕໍ່ຜູ້ລະເມີດ ຕາມກົດໝາຍ ແລະ ລະບຽບການ.

LEAVE A REPLY

Please enter your comment!
Please enter your name here