ສາມັກຄີສ້າງຂະບວນການເຮັດຄັນຄູກັນນ້ຳ

0
1007

ພະນັກງານທົ່ວເມືອງເງິນ ສ້າງຂະບວນການເຮັດຄັນຄູກັນນ້ຳ

ເພື່ອເປັນການສ້າງຂະບວນການ ແລະ ຜົນງານໄວ້ຄຳນັບຮັບຕ້ອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ທີ່ຈະໜູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ມາໃນວັນທີ 11 ມີນາ 2022 ນີ້ທາງຄະນະນຳ ເມືອງເງິນ ແຂວງ ໄຊຍະບູລີ ໄດ້ນຳພາ ພະນັກງານ, ທະຫານ, ຕຳຫຼວດ ໃນທົ່ວເມືອງ ສ້າງຂະບວນການອອກແຮງງານລວມ ເຮັດຄັນຄູກັ້ນ ນໍ້າຍາງ ບ້ານແກ້ວດອນຄູນ, ເຊິ່ງເປັນແມ່ນໍ້າສາຍຫຼັກຂອງເມືອງເງິນ ເພື່ອເກັບນໍ້າໄວ້ໃຊ້ຊອຍໃນຊີວິດປະຈໍາວັນຂອງພໍ່ແມ່ປະຊາຊົນ ແລະ ກະກຽມຄວາມພ້ອມໃນການຮັບມືກັບໄພແຫ້ງແລ້ງໃນສະເພາະໜ້າ, ການເຮັດຄັນຄູກັ້ນນໍ້າໃນຄັ້ງນີ້ແມ່ນໄດ້ໃຊ້ກະຊອບຊາຍມາລຽນກັນເປັນແຖວ, ແບບລະບົບນໍ້າລົ້ນ, ເຊີ່ງມີຄວາມກວ້າງ 20 ກວ່າແມັດ.

ເຮັດໃຫ້ແມ່ນໍ້າ ດັ່ງກ່າວ ມີຄວາມອຸດົມສົມບູນ ແລະ ມີນໍ້າໃຊ້ຊອຍໃນຊ່ວງລະດູແລ້ງນີ້ ອີກດ້ວຍ.

ແຫຼ່ງຂ່າວ: XBL

LEAVE A REPLY

Please enter your comment!
Please enter your name here