ປີ 2021 ແຂວງສາລະວັນມີສິນຄ້າສົ່ງອອກ ປະຕິບັດໄດ້ 1.510,68 ຕື້ກວ່າກີບ

0
1709

ປີ 2021 ຜ່ານມານີ້, ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າຂອງ ແຂວງສາລະວັນ ສາມາດປະຕິບັດໄດ້ທັງຫມົດ 1.669,28 ຕື້ກວ່າກີບ ໃນນັ້ນ: ສິນຄ້ານໍາເຂົ້າ ປະຕິບັດໄດ້ 158,60 ຕື້ກວ່າກີບ, ເທົ່າກັບ 93,20% ຂອງແຜນການປີ ແລະ ສິນຄ້າສົ່ງອອກ: ປະຕິບັດໄດ້ 1.510,68 ຕື້ກວ່າກີບ, ທຽບໃສ່ປີ 2020 ເພີ່ມຂື້ນ 17,42%, ລື່ນແຜນການປີທີ່ວາງໄວ້ 38,43%.

ທ່ານ ຄໍາຜ່ານ ສີລາວີ, ຫົວໜ້າພະແກນອຸດສາຫະກໍາ ແລະ ການຄ້າ ແຂວງສາ ລະວັນ ໃຫ້ສໍາພາດວ່າ: ສິນຄ້າສົ່ງ ອອກທີ່ສໍາຄັນຂອງ ແຂວງສາລະວັນ ຕົ້ນຕໍແມ່ນ: ກາເຟ, ຮອງລົງມາແມ່ນມັນຕົ້ນ, ເປັນສິນຄ້າທີ່ມາແຮງຫລາຍ ເຊີ່ງປີ ຜ່ານມາສາມາດສົ່ງອອກໄດ້ເກືອບ 1 ລ້ານໂຕນ, ຕໍ່ມາ ແມ່ນໝາກກ້ວຍ ແລະ ສິນຄ້າຕາມລະດູການ ເປັນຕົ້ນ: ໝາກອຶ, ຖົ່ວດິນ ແລະ ສິນຄ້າອື່ນໆ. ນອກຈາກນີ້ ແມ່ນຜະ ລິດຕະພັນໄມ້ຕາມລະບຽບຂອງລັດຖະບານ ຄື: ຜະລິດ ຕະພັນໄມ້ຄຸ້ມຄອງ 2 ແລະ 3 ໃຫ້ສົ່ງອອກເປັນໄມ້ແປຮູບ ແລະ ໃຫ້ຜູ້ປະກອບການເສຍຄ່າພາສີສົ່ງອອກ 15% ແລະ 30% ເພື່ອປິດບັນຊີໄມ້ທີ່ຍັງຄ້າງຢູ່ໂຮງງານຕ່າງໆ.

ສໍາລັບຕະຫລາດສົ່ງອອກສິນຄ້າຕົ້ນຕໍແມ່ນ ໄທ, ຫວຽດນາມ, ຈີນ ແລະ ກໍາປູເຈຍ. ສ່ວນສິນຄ້ານໍາເຂົ້າ ແມ່ນສິນຄ້າອຸປະໄພກ-ບໍລິໂພກ ແລະ ເຄື່ອງກໍ່ສ້າງທີ່ບໍ່ສາມາດຜະລິດໄດ້ພາຍໃນປະເທດ ທີ່ນໍາເຂົ້າຈາກຫວຽດນາມ ແລະ ໄທ ເປັນສ່ວນໃຫຍ່.

ທ່ານ ຄໍາຜ່ານ ສີລາວີ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ ຍ້ອນຂະ ແໜງການທີ່ກ່ຽວຂ້ອງຂອງແຂວງ, ບວກກັບວິຊາການຈາກກະຊວງທີ່ກ່ຽວຂ້ອງໄດ້ໄປສົມທົບເອົາໃຈໃສ່ຊຸກຍູ້ສົ່ງເສີມປະຊາຊົນທໍາການຜະລິດຕາມທ່າແຮງ ແລະ ຄວາມເໝາະສົມຂອງແຕ່ລະທ້ອງຖິ່ນໃນແຕ່ລະໄລຍະ ນັບມື້ເປັນຂະບວນກວ້າງຂວາງກວ່າເກົ່າ ຈິ່ງເຮັດໃຫ້ແຂວງສາລະວັນ ສາມາດຢຸດການນໍາເຂົ້າສິນຄ້າທີ່ປະຊາຊົນສາມາດຜະລິດໄດ້ ແລະ ເຮັດໃຫ້ນໍາເຂົ້າແຕ່ສິນຄ້າທີ່ບໍ່ສາມາດຜະລິດໄດ້ເທົ່ານັ້ນ. ປັດຈຸບັນ ອົງການປົກຄອງແຂວງ ພວມສົມທົບກັບກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອສ້າງເງື່ອນໄຂໃຫ້ສິນຄ້າຈາກແຂວງສາລະວັນ ສາມາດເຂົ້າເຖີງຕະຫລາດໃນປະເທດຈີນໃຫ້ຫລາຍຂຶ້ນກວ່າເກົ່າ ເນື່ອງຈາກນັກທຸລະ ກິດຈີນໃຫ້ຄວາມສົນໃຈສິນຄ້າຫລາຍຊະນິດ.

ສໍາລັບຄາດໝາຍໃນການນໍາເຂົ້າ ແລະ ສົ່ງອອກສິນຄ້າໃນປີ 2022, ໂດຍຕິດພັນກັບການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ແຂວງສາລະວັນ ຈະໄດ້ສຸມໃສ່ຊຸກຍູ້ສົ່ງເສີມອໍານວຍຄວາມສະດວກທາງດ້ານການຄ້າໃຫ້ແກ່ຫົວຫນ່ວຍທຸລະກິດໃນການນໍາເຂົ້າ ແລະ ສົ່ງອອກສິນຄ້າ, ການເຈລະຈາເປີດຕະຫຼາດສົ່ງອອກສິນຄ້າທີ່ມີທ່າແຮງ ໂດຍສະ ເພາະແມ່ນສິນຄ້າກະສິກໍາ ເຊີ່ງຈະສູ້ຊົນເຮັດໃຫ້ມຸນຄ່າການນໍາເຂົ້າ ແລະ ສົ່ງ ອອກ ບັນລຸໄດ້ 1.244,61 ຕື້ກວ່າກີບ, ໃນນັ້ນ: ມູນຄ່າການໍາເຂົ້າໃຫ້ບັນລຸ 175,61 ຕື້ກວ່າກີບ ແລະ ມູນຄ່າການສົ່ງ ອອກ ໃຫ້ບັນລຸ 1.068,99 ຕື້ກວ່າກີບ.

ແຫຼ່ງຂ່າວ: Lao National Radio

LEAVE A REPLY

Please enter your comment!
Please enter your name here