ເພື່ອແກ້ໄຂສະພາບການສະໜອງນໍ້າມັນໃຫ້ພຽງພໍກັບຄວາມຕ້ອງການຊົມໃຊ້

0
2252

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ສຳພາດແກ່ສື່ມວນຊົນ ໃນວັນທີ 13 ມີນາ ຜ່ານມາວ່າ: ຈາກລາຄານ້ຳມັນເຊື້ອໄຟທົ່ວໂລກສູງຂຶ້ນ ແນ່ນອນວ່າມັນໄດ້ສົ່ງຜົນໂດຍກົງ ເຮັດໃຫ້ລາຄາຂາຍຍ່ອຍນ້ຳມັນເຊື້ອໄຟ ພາຍໃນປະເທດເຮົາປັບຂຶ້ນເປັນເງົາຕາມໂຕ ເຊິ່ງການປັບລາຄາຂຶ້ນ ແມ່ນມີຄວາມຈໍາເປັນ ເພື່ອໃຫ້ເຮັດໃຫ້ລາຄາປັບປ່ຽນທັນຕາມສະພາບການ ເນື່ອງຈາກບັນດາໂຮງກັ່ນນໍ້າມັນ ແລະ ຜູ້ສະໜອງລາຍໃຫຍ່ ບໍ່ສາມາດສະໜອງຕາມປະລິມານຄວາມຕ້ອງການໄດ້ ຍ້ອນສະຖານະການທີ່ບໍ່ແນ່ນອນ ບວກກັບຕົ້ນທຶນການຂົນສົ່ງນໍ້າມັນດິບຍັງສູງ, ບາງໂຮງກັ່ນ ກໍໄດ້ກັກຕຸນເພື່ອຂາຍໃນຍາມຈຳເປັນ ແລະ ເວລາທີ່ລາຄາສູງກວ່າ.

ທ່ານ ຄຳແພງ ໄຊສົມແພງ ໄດ້ກ່າວອີກວ່າ: ລາຄາຂອງນໍ້າມັນເຊື້ອໄຟ ພາຍໃນປະເທດເຮົາ ສ່ວນໜຶ່ງຂອງລາຄາທີ່ຈັດຕັ້ງປະຕິບັດ ແມ່ນຖືກກໍານົດດ້ວຍອັດຕາແລກປ່ຽນ ເພາະການນໍາເຂົ້ານໍ້າມັນເຊື້ອໄຟແມ່ນຊື້ເປັນເງິນຕາຕ່າງປະເທດ ເນື່ອງຈາກນໍ້າມັນເຊື້ອໄຟ ເປັນສິນຄ້ານໍາເຂົ້າຕົ້ນຕໍ ຂອງ ສປປ ລາວ, ສະເພາະປີ 2020 ແລະ 2021 ການນໍາເຂົ້ານໍ້າມັນເຊື້ອໄຟ ມີມູນຄ່າສູງເຖິງ 5 ຕື້ກວ່າໂດລາສະຫະລັດ ຫລື ປະມານ 10% ຂອງມູນຄ່າການນໍາເຂົ້າທັງໝົດ, ການນໍາເຂົ້າມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ ແລະ ນໍ້າມັນເຊື້ອໄຟທີ່ນໍາເຂົ້າມາ ແມ່ນນໍາໃຊ້ກັບພາຫະນະທາງບົກ ແລະ ທາງອາກາດ ເປັນສ່ວນໃຫຍ່ ເຊິ່ງ ສາມາດເວົ້າໄດ້ວ່າ ການນໍາເຂົ້ານໍ້າມັນເຊື້ອໄຟ ເປັນໜຶ່ງໃນຊ່ອງທາງ ຂອງການໄຫລອອກເງິນຕາຕ່າງປະເທດ ຢູູ່ ສປປ ລາວ, ຍິ່ງມີການນໍາເຂົ້າຫລາຍເທົ່າໃດ ຍິ່ງຕ້ອງການນໍາໃຊ້ເງິນຕາຫລາຍຂຶ້ນ ແລະ ຍິ່ງສົ່ງຜົນເຮັດໃຫ້ເງິນກີບອ່ອນຄ່າ ແລະ ລາຄານໍ້າມັນກໍຍິ່ງສູງຂຶ້ນເທົ່ານັ້ນ, ລັດຖະບານ ກໍຄື ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເອົາໃຈໃສ່ຕິດ ຕາມຢ່າງໃກ້ຊິດ ສະພາບການເໜັງຕີງຂຶ້ນ ຂອງລາຄານໍ້າມັນເຊື້ອໄຟ ໂດຍໄດ້ຈັດກອງປະຊຸມຮ່ວມກັບບັນດາຂະແໜງການລັດ, ບັນດາບໍລິສັດດຳເນີນທຸລະກິດນໍ້າມັນເຊື້ອໄຟ ນັບແຕ່ເດືອນພະຈິກ ປີຜ່ານມາທີ່ລາຄາເລີ່ມປັບຂຶ້ນ ແລະ ຄັ້ງຫລ້າສຸດແມ່ນໄດ້ປຶກສາຫາລື ການປັບປຸງອົງປະກອບໃນໂຄງສ້າງລາຄານ້ຳມັນເຊື້ອໄຟ ແລະ ການຄຸ້ມຄອງລາຄາສິນຄ້າ ໃນສະພາບທີ່ລາຄາເພີ່ມຂຶ້ນສູງ, ປັດຈຸບັນ ບັນດາຂະແໜງການຂອງລັດ ກຳລັງຂຸ້ນຂ້ຽວສຸມຄວາມພະຍາຍາມ ໃນການຊອກວິທີທາງ ເພື່ອຊ່ວຍຫລຸດຜ່ອນບາງດ້ານໃນໂຄງສ້າງລາຄານ້ຳມັນເຊື້ອໄຟ.

ຖ້າສະພາບຕົ້ນທຶນ ກໍຄືລາຄາ ຂອງຜູ້ສະໜອງຢູ່ຕ່າງປະເທດ ຍັງມີລາຄາສູງກວ່າລາຄາໂຄງສ້າງ ທີ່ເຮົາຈັດຕັ້ງປະຕິບັດປັດຈຸບັນ, ອີກໜຶ່ງຫາສອງອາທິດ ອາດບໍ່ມີນໍ້າມັນພຽງພໍກັບຄວາມຕ້ອງການຊົມໃຊ້ ຍ້ອນຜູ້ສະໜອງນໍ້າມັນພາຍໃນ ເຫັນໄດ້ສະພາບການຂາດທຶນຄືທີ່ໄດ້ກ່າວມານັ້ນ.

ສະນັ້ນ, ເພື່ອແກ້ໄຂສະພາບການສະໜອງໃຫ້ພຽງພໍກັບຄວາມຕ້ອງການຊົມໃຊ້, ໃນຕໍ່ໜ້າຖ້າລາຄາຍັງສືບຕໍ່ປັບຂຶ້ນສູງ ກະຊວງອຸດສາຫະກໍາ ແລະ ການຄ້າ ຈະໄດ້ຈັດຕັ້ງການປັບລາຄານໍ້າມັນເຊື້ອໄຟ ຈາກ 15 ວັນ ມາເປັນ 5-7 ວັນ ເຊິ່ງແນ່ນອນວ່າ ຈະເຮັດໃຫ້ລາຄານໍ້າມັນເຊື້ອໄຟ ພາຍໃນປະເທດ ຕ້ອງໄດ້ປັບຂຶ້ນສູງ ຕາມການປັບຂຶ້ນຂອງຕົ້ນທຶນການນໍາເຂົ້າ. ຕໍ່ບັນຫາດັ່ງກ່າວ, ບັນດາຂະແໜງການລັດທີ່ກ່ຽວ ຂ້ອງກໍຈະໄດ້ເອົາໃຈໃສ່ເລັ່ງ ຄົ້ນຄວ້າຊອກຫາວິທີທາງ ເພື່ອຫລຸດຜ່ອນ ເຊັ່ນ: ການຫລຸດກອງທຶນບູລະນະທາງຫລວງ ຫລື ກອງທຶນທາງ, ການກໍານົດວິທີການຈັດເກັບລາຍຮັບຂອງລັດ ດ້ານພັນທະພາສີ, ອາກອນຕ່າງໆ ເປັນອັນສະເພາະໃນໄລຍະທີ່ລາຄານໍ້າມັນເຊື້ອໄຟປັບຂຶ້ນສູງ ເພື່ອເຮັດໃຫ້ລາຄານໍ້າມັນເຊື້ອໄຟ ພາຍໃນປະເທດຂອງເຮົາ ຄ່ອຍປັບຂຶ້ນຢ່າງເປັນລະບົບ ແລະ ບໍ່ຂຶ້ນສູງຫລາຍຈົນເກີນໄປ.

ແຫຼ່ງຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here