ພິທີມອບ-ຮັບ ຄວາມຮັບຜິດຊອບວຽກງານ ດຳເນີນຄະດີອາຊະຍາກຳສັດນ້ຳ-ສັດປ່າ ແລະ ປ່າໄມ້

0
1678

ມອບ-ຮັບ ຄວາມຮັບຜິດຊອບວຽກງານ ດຳເນີນຄະດີອາຊະຍາກຳ ສັດນ້ຳ-ສັດປ່າ ແລະ ປ່າໄມ້.

ເມື່ອບໍ່ດົນມານີ້, ກົມຕໍາຫລວດສິ່ງແວດລ້ອມ ກົມໃຫ່ຍຕໍາຫລວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີມອບ-ຮັບຄວາມຮັບຜິດຊອບວຽກງານ ການດໍາເນີນຄະດີອາຊະຍາກໍາສັດ ນໍ້າ-ສັດປ່າ ແລະ ປ່າໄມ້ ໃຫ້ກົມກວດກາປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ສືບຕໍ່ຈັດຕັ້ງປະຕິບັດ ເຊິ່ງລົງນາມໂດຍ ພັອ ວັນເຮືອງ ຈັນທະພອນ ຫົວໜ້າກົມຕຳຫລວດ ສິ່ງແວດລ້ອມ ແລະ ທ່ານ ສົມພອນ ແກ້ວຫາວົງ ຫົວໜ້າກົມ ກວດກາປ່າໄມ້, ມີພະນັກງານກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ນັບແຕ່ປີ 2012-2021, ກົມຕໍາຫລວດສິ່ງເວດລ້ອມ ສາມາດແກ້ໄຂຄະດີສັດນໍ້າ, ສັດປ່າ ໄດ້ 14 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 13 ຄົນ, ຕ່າງປະເທດ 5 ຄົນ, ສານຕັດສິນແລ້ວ 2 ເລື່ອງ;

ດັ່ງນັ້ນ, ເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວ ຖືກຕາມລະບຽບກົດໝາຍ, ນັບຕັ້ງແຕ່ມື້ລົງນາມເປັນຕົ້ນໄປ ກົມກວດກາປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ຈະເປັນຜູ້ສືບຕໍ່ຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ກຳນົດໄວ້ໃນກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງ ມີຄວາມຮັບຜິດຊອບໂດຍກົງໃນການດໍາເນີນຄະດີອາຍາກ່ຽວກັບ ອາຊະຍາກໍາສັດນໍ້າ-ສັດປ່າ ລວມທັງອາຊະຍາກໍາຂ້າມຊາດສັດນໍ້າ-ສັດປ່າ ແລະ ປ່າໄມ້;

ພ້ອມທັງເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດບັນດາໜ້າວຽກທີ່ຕິດພັນກັບສົນທິສັນຍາ ຂອບການຮ່ວມມື SOMTC, ASEANAPOL ກ່ຽວກັບການຕ້ານອາຊະຍາກຳຂ້າມຊາດ ສະເພາະໃນຂົງເຂດສັດນໍ້າ-ສັດປ່າ ແລະ ປ່າໄມ້ ຢູ່ພາຍໃນ, ພາກພື້ນ ແລະ ສາກົນ.

ເຖິງຢ່າງໃດກໍຕາມ ກົມຕຳຫລວດສິ່ງແວດລ້ອມ ຍັງສືບຕໍ່ຊີ້ນຳສາຍຕັ້ງໃນການສະກັດກັ້ນ ແລະ ຕ້ານອາຊະຍາກໍາ ສັດນໍ້າ ສັດປ່າ ແລະ ປ່າໄມ້, ກໍລະນີກວດພົບຜູ້ລະເມີດກົດໝາຍສັດ ນໍ້າ-ສັດປ່າ ແລະ ປ່າ ໄມ້, ແມ່ນໃຫ້ຮີບຮ້ອນແຈ້ງເຈົ້າໜ້າທີ່ປ່າໄມ້ຮັບຊາບ ແລ້ວໃຫ້ເກັບກຳຂໍ້ມູນເບື້ອງຕົ້ນເຫັນວ່າເປັນການກະ ທຳຜິດ ທາງອາຍາໃຫ້ຈັບຕົວນຳຕົວຜູ້ຖືກສົງໄສ ຫລື ຜູ້ຖືກຫາໄປຝາກຂັງໄວ້ຄ້າຍຄຸມຂັງຂອງເຈົ້າໜ້າທີ່ຕຳ ຫລວດ.

ຈາກນັ້ນ, ຈຶ່ງມອບເຄື່ອງຂອງກາງ ແລະ ສໍານວນຄະດີສົ່ງໃຫ້ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ປ່າໄມ້ ສືບຕໍ່ດໍາເນີນຄະດີ; ກໍລະນີການກະທໍາຜິດກົດໝາຍ ວ່າດ້ວຍສັດນໍ້າ-ສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ ທີ່ເກີດຂຶ້ນຢູ່ ພາຍໃນ ຫລື ຂ້າມຊາດ ທີ່ສະຫລັບຊັບຊ້ອນ, ພົວພັນຫລາຍພາກ ສ່ວນ ເຈົ້າໜ້າທີ່ປ່າໄມ້ຕ້ອງສົມທົບກັບ ເຈົ້າໜ້າທີ່ຕຳຫລວດສິ່ງແວດລ້ອມ ແລະ ພາກສ່ວນກ່ຽວຂ້ອງ ທີ່ນອນຢູ່ໃນເຄື່ອຂ່າຍບັງຄັບໃຊ້ກົດໝາຍສັດນໍ້າ-ສັດປ່າ ແລະ ປ່າໄມ້ (LAO WEN) ຮ່ວມກັນດໍາເນີນຄະດີ ໂດຍເຈົ້າໜ້າທີ່ປ່າໄມ້ ເປັນໃຈກາງ.

ແຫຼ່ງຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here