ຊາຊົນຊົນບ້ານບົວບານ, ເມືອງປາກລາຍ ໄດ້ນໍາໃຊ້ຂົວຂ້າມແມ່ນໍາລາຍແລ້ວ

0
1163

ໂຄງການກໍ່ສ້າງຂົວຂ້າມນໍ້າລາຍ ເຂດບ້ານ ບົວບານ ເມືອງ ປາກລາຍ ຮອດປະຈຸບັນແມ່ນສໍາເລັດແລ້ວ 100%, ທ່ານ ສົມແພງ ປັນຍາທິລາດ ຫົວໜ້າບໍລິສັດ ປັນຍາທິລາດ ກໍ່ສ້າງຂົວທາງຈໍາກັດ ຜູ້ຮັບເໝົາກໍ່ສ້າງຂົວດັ່ງກ່າວໄດ້ກ່າວຕໍ່ພິທີມອບ-ຮັບຂົວຂ້າມແມ່ນໍ້າລາຍວ່າ:

ໂຄງການກໍ່ສ້າງຂົວຂ້າມນໍ້າລາຍ ເຂດບ້ານ ບົວບານ ເມືອງ ປາກລາຍ ໄດ້ເລີ່ມລົງມືຈັດຕັ້ງປະຕິບັດມາແຕ່ເດືອນ ພຶດສະພາ 2020 ແລະ ສໍາເລັດ 100% ໃນເດືອນ ກັນຍາ 2021, ຂົວດັ່ງກ່າວເປັນຂົວເບເລ່ ( ຂົວເຫຼັກ ), ກວ້າງ 4,08 ແມັດ ຍາວ 26,67 ແມັດ, ຫີນພູລ໋ອກເສົາ ແລະ ຝາປີກ, ຫົວເສົາເປັນເບຕົ່ງເສີມເຫຼັກ, ທາງລົດແລ່ນປູດ້ວຍໄມ້ , ກໍ່ສ້າງທາງເຂົ້າ ສອງສົ້ນຂົວ ກວ້າງ 8 ແມັດ ລວມທັງບ່າທາງ , ມີຮ່ອງລະບາຍນໍ້າ ຍາວ 300 ແມັດ ໜ້າທາງປູດ້ວຍດິນຫີນ, ຕິດຕັ້ງປ້າຍຈາລະຈອນ ແລະ ເຫຼັກປະກັນໄພ ລວມມູນຄ່າການກໍ່ສ້າງທັງໝົດເກືອບ 5 ຕື້ກີບ, ໂດຍແມ່ນທຶນຂອງປະຊາຊົນສົມທົບກັບທຶນຂອງລັດ.

ພິທີມອບ-ຮັບ ໄດ້ຈັດຂຶ້ນໃນວັນທີ 19 ມີນາ 2022 ນີ້, ທີ່ຂົວຂ້າມແມ່ນນໍ້າລາຍ, ບ້ານບົວບານ ເມືອງ ປາກລາຍ, ໂດຍການເຂົ້າຮ່ວມ ຂອງ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ, ມີທ່ານ ກອງສີ ວົງສີ ເຈົ້າເມືອງ ປາກລາຍ, ມີທ່ານ ຄໍາເພັດ ພົມມະລາດ ຫົວໜ້າພະແນກ ຍທຂ ເຈົ້າຂອງໂຄງການ, ມີອໍານາດການປົກຄອງເມືອງ ແລະ ປະຊາຊົນພາຍໃນບ້ານ ບົວບານເຂົ້າຮ່ວມ,

ໃນພິທີທ່ານ ສົມແພງ ປັນຍາທິລາດ ຫົວໜ້າບໍລິສັດ ປັນຍາທິລາດ ກໍ່ສ້າງຂົວທາງຈໍາກັດ ໄດ້ກ່າວມອບໂຄງການດັ່ງກ່າວໃຫ້ເຈົ້າຂອງໂຄງການ ແລະ ເຈົ້າຂອງໂຄງການໄດ້ມອບຕໍ່ໃຫ້ອໍານາດການປົກຄອງເມືອງ ປາກລາຍ ແລະ ບ້ານ ບົວບານ ຄຸ້ມຄອງ ແລະ ນໍາໃຊ້ຢ່າງເປັນທາງການ, ຈາກນັ້ນກໍ່ໄດ້ມີການຕັດແຖບຜ້າ ແລະ ຄັ່ນຄ້ອງ 9 ບາດເພື່ອເປັນສິລິມຸງຄຸນໃນການເປີດນໍາໃຊ້ຂົວດັ່ງກ່າວ.

 ແຫຼ່ງຂ່າວ: News.XBL

LEAVE A REPLY

Please enter your comment!
Please enter your name here