ໃນວັນທີ່ 21 ມີນາ 2022 ເວລາ 19:04 ນາທີ ໄດ້ຮັບແຈ້ງຈາກປະຊາຊົນຜ່ານເບີ 071 1625 ວ່າມີອຸບັດຕິເຫດຂັບຂີ່ລົດຈັກ+ລົດໃຫຍ່ ຢູ່ທີ່ເສັ້ນທາງບ້ານຜາໂຄມ ນະຄອນຫລວງພະບາງ ເມື່ອໜ່ວຍກູ້ຊີບອົງການກາແດງລາວອອກກວດສອບພົບຜູ້ເສຍຊີວິດຄາທີ່ 01 ຄົນ ຊື່ທ້າວ ຕຸ້ຍ ອາຍຸ 35 ປີ ບ້ານຢູ່ປັດຈຸບັນບ້ານມ່ວງຄຳ ເມືອງຈອມເພັດ ແຂວງຫລວງພະບາງ.
![](https://tholakhong.com/wp-content/uploads/2022/03/sfdggs.jpeg)
ດັ່ງນັ້ນຫນ່ວຍກູ້ຊີບອົງການກາແດງລາວຫຼວງພະບາງໄດ້ທຳການຫໍ່ສົບແລ້ວນຳສົ່ງວັດປ່າຫຍ້າທຶບ.
![](https://tholakhong.com/wp-content/uploads/2022/03/fs-nfs.jpeg)
ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດມານະທີ່ນີ້ດ້ວຍ.
![](https://tholakhong.com/wp-content/uploads/2022/03/nfgsn.jpeg)
ຂໍ້ມູນຈາກ: ໜ່ວຍກູ້ຊີບອົງການກາແດງລາວຫຼວງພະບາງ