ມູນຄ່າການສົ່ງອອກ-ນໍາເຂົ້າສິນຄ້າ ຂອງ ສປປ ລາວ ໃນປີຜ່ານມາ

0
1520

ໃນປີຜ່ານມາ ມູນຄ່າການສົ່ງອອກ-ນໍາເຂົ້າສິນຄ້າ ບັນລຸ 13,5 ກວ່າຕື້ໂດລາ

ໃນປີ 2021 ຜ່ານມາ ມູນຄ່າການນຳເຂົ້າ ແລະ ສົ່ງອອກສິນຄ້າ ຂອງ ສປປ ລາວ ບັນລຸປະມານ 13.514 ລ້ານໂດລາ, ໃນນັ້ນມູນຄ່າການສົ່ງອອກບັນລຸໄດ້ 7.627 ລ້ານໂດລາ, ສ່ວນມູນຄ່າການນຳເຂົ້າບັນລຸໄດ້ 5.887 ລ້ານໂດລາ ເຮັດໃຫ້ ສປປ ລາວ ເກີນດຸນ 1.740 ລ້ານໂດລາ. ໃນຂະນະທີ່ມູນຄ່າການຈໍລະຈອນສິນຄ້າບັນລຸ 61 ພັນຕື້ກວ່າກີບ ເທົ່າກັບ 85% ຂອງແຜນການປີ.

ກອງປະຊຸມປະຈຳປີ 2021 ຂອງຂະແໜງອຸດສາຫະກຳ ແລະ ການຄ້າໄດ້ຈັດຂຶ້ນໃນລະຫວ່າງວັນທີ 24-25 ມີນານີ້ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຮູບແບບປະຊຸມທາງໄກ ໂດຍການເປັນປະທານ ຂອງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີຮອງລັດຖະມົນຕີ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ ປະຈໍາປີ 2021 ແລະ ທິດທາງແຜນການປີ 2022 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ແລະ ລົງເລິກບາງໜ້າທີ່ວຽກງານ ທີ່ສັງຄົມໃຫ້ຄວາມສົນໃຈ ກໍຄືສີ່ງທີ່ລັດຖະບານໃຫ້ຄວາມສຳຄັນ ເປັນຕົ້ນການພັດທະນາອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກຳ ປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ ແລະ ລາຄານ້ຳມັນ, ການສົ່ງເສີມການຄ້າເຂົ້າເຖິງຕະຫຼາດພາຍໃນ ແລະ ຕ່າງປະເທດ; ການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການເຂົ້າເຖິງແຫຼ່ງທຶນ, ການອຳນວຍຄວາມສະດວກທາງດ້ານການຄ້າ ໃນການສົ່ງອອກສິນຄ້າ ໄປ ສປ ຈີນ; ການຄຸ້ມຄອງກວດກາ ແລະ ຢັ້ງຢືນຄຸນນະພາບ ຂອງສິນຄ້າ ຂອງ ສປປ ລາວ ໃຫ້ເຊື່ອມໂຍງພາກພື້ນ ແລະ ສາກົນ ແລະ ວຽກງານຊັບສິນທາງບັນຍາ. ນອກນັ້ນ ກອງປະຊຸມຍັງໄດ້ລົງເລິິກ ທັງດ້ານດີ-ດ້ານອ່ອນ, ປຶກສາຫາລື ຖາມ-ຕອບ ຂໍຄວາມກະຈ່າງແຈ້ງ ໃນບັນຫາຕ່າງໆ ທີ່ຈະຕ້ອງເອົາໃຈໃສ່ ແລະ ນຳໄປຈັດຕັ້ງປະຕິບັດຢ່າງເປັນເອກະພາບກັນໃນຂະແໜງ ອຄ;

ໃນໄລຍະຜ່ານມາການປະຕິບັດໂຕເລກຄາດໝາຍສູ້ຊົນຕົ້ນຕໍ ປີ 2021 ຂອງຂະແໜງ ອຄ ໂດຍສະເພາະດ້ານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ: ມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ປີ 2021 ບັນລຸໄດ້ 11 ພັນຕື້ກວ່າກີບ ເທົ່າກັບ 86,26% ຂອງແຜນປີ (ແຜນປີແມ່ນ 13.771 ຕື້ກີບ) ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເຫັນວ່າຫຼຸດລົງ 6,84%.

ດ້ານການຄ້າພາຍໃນ: ມູນຄ່າການຈໍລະຈອນສິນຄ້າ (ຂາຍຍົກ-ຂາຍຍ່ອຍ ແລະ ຄ່າບໍລິການ) ປີ 2021 ບັນ ລຸໄດ້ 61 ພັນຕື້ກວ່າກີບ ເທົ່າກັບ 85% ຂອງແຜນການປີ (ແຜນປີແມ່ນ 71.882 ຕື້ກີບ) ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເຫັນວ່າຫຼຸດລົງ 3,55%.

ໃນຂະນະທີ່ມູນຄ່າການນຳເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ບັນລຸປະມານ 13.514 ລ້ານໂດລາ (ລວມທັງໂຕເລກຄາດຄະເນການນໍາເຂົ້າ ແລະ ສົ່ງອອກ ໄຟຟ້າ) ເທົ່າກັບ 104.2% ຂອງແຜນການປີ 2021, ທຽບໃສ່ ປີ 2020 ແມ່ນເພີ່ມຂຶ້ນ 20,4% ຊຶ່ງໃນນີ້, ມູນຄ່າການສົ່ງອອກບັນລຸໄດ້ 7.627 ລ້ານໂດລາ ເພີ່ມຂຶ້ນ 23,9% ແລະ ປະຕິບັດໄດ້ 115,9% ຂອງແຜນການປີ 2021, ສ່ວນມູນຄ່າການນຳເຂົ້າບັນລຸໄດ້ 5.887 ລ້ານໂດລາ ເພີ່ມຂຶ້ນ 16,2% ແລະ ປະຕິບັດໄດ້ 92,2% ຂອງແຜນການປີ 2021. ຈາກໂຕເລກດັ່ງກ່າວເຮັດໃຫ້ ສປປ ລາວ ເກີນດຸນ 1.740 ລ້ານໂດລາ; ຢ່າງໃດກໍຕາມ, ຖ້າຫາກບໍ່ລວມໂຕເລກນຳເຂົ້າ ແລະ ສົ່ງອອກໄຟຟ້າ, ສປປ ລາວ ຍັງຈະຂາດດຸນ 228 ລ້ານໂດລາ.

ສຳລັບໂຕເລກຄາດໝາຍສູ້ຊົນຕົ້ນຕໍ ປີ 2022 ຂອງຂະແໜງ ອຄ ມີດັ່ງນີ້: ສູ້ຊົນສ້າງມູນຄ່າຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ຄາດຄະເນໃຫ້ບັນລຸ 13.007 ຕື້ກີບ; ສູ້ຊົນສ້າງມູນຄ່າຈໍລະຈອນສິນຄ້າ ຄາດຄະເນໃຫ້ບັນລຸ 67.833 ຕື້ກີບ; ສູ້ຊົນສ້າງມູນຄ່າການນຳເຂົ້າ ແລະ ສົ່ງອອກ ຄາດຄະເນໃຫ້ບັນລຸ 13.650 ລ້ານໂດລາ. ໃນນັ້ນ, ມູນຄ່າການສົ່ງອອກ 7.600 ລ້ານໂດລາ ແລະ ມູນຄ່າການນໍາເຂົ້າ 6.050 ລ້ານໂດລາ.

ແຫຼ່ງຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here