ສປປ ລາວ ເຂົ້າຮ່ວມສະເຫຼີມສະຫຼອງ ວັນປິດໄຟສາກົນປະຈຳປີ 2022

0
2691

ໃນວັນເສົາທີ 26 ມີນາ 2022, ສປປ ລາວ ຈະຮ່ວມສະເຫຼີມສະຫຼອງ ວັນປິດໄຟສາກົນ ພ້ອມກັບບັນດາປະເທດຕ່າງໆຫຼາຍກວ່າ 190 ປະເທດໃນທົ່ວໂລກ ໂດຍການປິດໄຟ ເປັນເວລາ 1 ຊົ່ວໂມງ ເຊິ່ງເລີ່ມແຕ່ ເວລາ 20:30 ຫາ 21:30 ໂມງ ຢູ່ຕາມສະຖານທີ່ສຳຄັນທີ່ເປັນເອກະລັກຂອງຊາດລວມມີ ປະຕູໄຊ, ບັນດາກະຊວງ ແລະ ສຳນັກງານຫ້ອງການຂອງລັດ, ອົງການຈັດຕັ້ງສາກົນຕ່າງໆ, ລວມທັງຫ້ອງການຂອງ ອົງການ ສປຊ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ບ້ານເຮືອນຂອງປະຊາຊົນ  ເພື່ອສະແດງອອກເຖິງກິດຈະກຳອັນລຽບງ່າຍ ໃນການປະຢັດພະລັງງານ ແລະ ການປົກປັກຮັກສາສິ່ງແວດລ້ອມ.

ວັນປິດໄຟສາກົນ, ເປັນໂຄງການຮ່ວມມືຂອງບັນດາຊາດຕ່າງໆໃນໂລກ ໂດຍການລິເລີ້ມ ຂອງກອງທຶນອານຸລັກທຳມະຊາດໂລກ (WWF) ໃນປີ 2007 ທີ່ປະເທດອົສຕຣາລີ ເຊິ່ງມີຈຸດປະສົງ ເພື່ອສ້າງຈິດສຳນຶກໃຫ້ຄົນໃນທົ່ວໂລກ ເຫັນໄດ້ຄວາມໝາຍ ຄວາມສຳຄັນ ຂອງບັນຫາສະພາບໂລກຮ້ອນທີ່ມາຈາກ ການປ່ຽນແປງດິນຟ້າອາກາດ, ເຊິ່ງແມ່ນໂອກາດສຳຄັນ ໃນການສ້າງຄວາມຕື່ນຕົວ ແລະ ສະໜັບສະໜຸນ ຄວາມພະຍາຍາມແບບລຽບງ່າຍໃນການປະຢັດພະລັງງານ ແລະ ແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ. ສປປ ລາວ, ເປັນປະເທດທີ່ອາໄສຊັບພະຍາກອນທຳມະຊາດ ໃນການດຳລົງຊີວິດ ແລະ ການພັດທະນາເສດຖະກິດ-ສັງຄົມ ໂດຍຍຶດໝັ້ນຕາມທິດຍືນຍົງ ແລະ ສີຂຽວ ໄດ້ຖືເອົາໂອກາດນີ້ນຳສະເໜີໂຄງການສ້າງຈິດສຳນຶກໃຫ້ທຸກຄົນໃນສັງຄົມ ມີຄວາມຕື່ນຕົວກ່ຽວກັບບັນຫາດ້ານສິ່ງແວດລ້ອມ ເຊັ່ນ: ການປ່ຽນແປງດິນຟ້າອາກາດ, ການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ການປະຢັດພະລັງງານ.

ວັນປິດໄຟສາກົນປະຈຳປີ 2022​ ແມ່ນໄດ້ຮ່ວມກັນຈັດຂຶ້ນໂດຍ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ອົງການ ສປຊ ປະຈຳ ສປປ ລາວ, ແລະ ອົງການ WWF-Laos.

LEAVE A REPLY

Please enter your comment!
Please enter your name here