ນວ ສະຫຼຸບວຽກງານ ປະຈຳປີ 2021

0
783

ຄະນະກຳມະການຕ້ານການຄ້າມະນຸດ ນະຄອນຫຼວງວຽງຈັນ ສະຫຼຸບວຽກງານ ປະຈຳປີ 2021 ແລະ ວາງທິດທາງແຜນການ ປີ 2022.

ຄະນະກຳມະການຕ້ານການຄ້າມະນຸດ ນະຄອນຫຼວງວຽງຈັນ, ຈັດກອງປະຊຸມສະຫຼຸບວຽກງານຕ້ານການຄ້າມະນຸດ ປະຈຳປີ 2021 ແລະ ວາງທິດທາງແຜນການ 2022 ຂຶ້ນໃນວັນທີ 18 ມີນາ 2022 ຜ່ານມາ, ຢູ່ຫ້ອງວ່າການ ສຳນັກງານອົງການປົກຄອງ ນະຄອນຫຼວງວຽງຈັນ, ໃຫ້ກຽດເປັນປະທານຂອງ ທ່ານ ພັອ ສຸກພະຈັນ ບຸດດາຄໍາ ຫົວໜ້າກອງບັນຊາການ ປກສ ນວ, ຮອງປະທານຄະນະກຳມະການຕ້ານການຄ້າມະນຸດ ນວ, ມີບັນດາທ່ານໃນຄະນະກຳມະການ, ຫົວໜ້າ ຮອງຫົວ ໜ້າກອງເລຂາ ຄະນະກຳມະການຕ້ານການຄ້າມະນຸດ ນວ, ຄະນະກໍາມະການຕ້ານການຄ້າມະນຸດ 09 ເມືອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ທ່ານ ພັທ ທອງພັນ ທິລະສັກ ຫົວໜ້າຫ້ອງການກອງເລຂາ ຄະນະກໍາມະການຕ້ານການຄ້າມະນຸດ ນວ, ໄດ້ຜ່ານບົດສະຫຼຸບວຽກງານຕ້ານການຄ້າມະນຸດ ປະຈໍາປີ 2021 ແລະ ວາງທິດທາງແຜນການ 2022 ໃຫ້ຮູ້ວ່າ:

ໄລຍະ 1 ປີຜ່ານມາ, ຄະນະກຳມະການຕ້ານການຄ້າມະນຸດ ນະຄອນຫຼວງວຽງຈັນ ສາມາດແກ້ໄຂເປົ້າໝາຍຄ້າຂາຍປະເວນີໄດ້ 22 ຮ້ານ, ມີ 22 ຄົນ, ໃນນັ້ນ ສຶກສາອົບຮົມ 18 ຮ້ານ, ດຳເນີນຄະດີ 4 ຮ້ານ, ສຶກສາອົບຮົມສາວບໍລິການທາງເພດ 112 ຄົນ, ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ 6 ຄົນ, ຕໍ່າກວ່າ 18 ປີ ມີ 14 ຄົນ, ປະສານສົມທົບກັບສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ ຂັ້ນ ນວ, ຂັ້ນເມືອງ, ຂັ້ນບ້ານ ລົງປະເມີນ ຄອບຄົວແມ່ຍິງທີ່ເປັນກຸ່ມສ່ຽງຈາກການຄ້າ ມະນຸດຈໍາ ນວນ 2 ຄັ້ງ ແລະ ມອບ-ຮັບກັບຄືນສູ່ຄອບຄົວຈໍານວນ 5 ຄົນ ( ຢູ່ເມືອງປາກງື່ມ), ສຶກສາ ອົບຮົມ ຄອບຄົວຂອງເດັກທີ່ໃຊ້ຄວາມຮຸນແຮງ 2 ຄັ້ງ, ໄດ້ຕິດຕາມຄະດີການຂົ່ມຂືນທຳສຳເລົາເດັກທີ່ສານປະຊາຊົນ ໄດ້ຕັດສິນໄປແລ້ວ ແຕ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ຈຳນວນ 7 ຄັ້ງ; ໃຫ້ຄຳປຶກສາແຮງງານຖືກກັກຕົວ ຢູ່ຈັງຫວັດໜອງຄາຍ (ປະເທດໄທ) ຈໍານວນ 1 ຄັ້ງ, ໄດ້ລົງປະເມີນຄອບຄົວ ກຸ່ມສ່ຽງຈາກການຄ້າມະນຸດຢູ່ ເມືອງຫາດຊາຍຟອງ ແລະ ເມືອງໄຊທານີ ຈຳນວນ 4 ຄັ້ງ, ຮ່ວມກັບສູນກາງສະຫະພັນແມ່ຍິງລາວ ແລະ ປະສານກັບພາກສ່ວນກ່ຽວຂ້ອງ ມອບຮັບກຸ່ມສ່ຽງຈາກການຄ້າມະນຸດ ຈຳນວນ 8 ຄົນ, ປະສານງານກັບ ພາກສ່ວນກ່ຽວຂ້ອງຕິດຕາມຄະດີ ໃນການປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ ຈຳນວນ 15 ຄັ້ງ, ລົງໂຄສະນາເຜີຍແຜ່ວຽກງານຕ້ານການຄ້າມະນຸດ ຢູ່ເມືອງປາກງື່ມ, ເມືອງຫາດຊາຍຟອງ, ຕາມໂຮງງານ ໃນນະຄອນຫຼວງວຽງຈັນ ແລະ ອື່ນໆ.

ເພື່ອເປັນການຈັດຕັ້ງປະຕິບັດແຜນວຽກຂອງ ຄະນະກໍາມະການຕ້ານການຄ້າມະນຸດ ນວ ໃຫ້ມີບາດກ້າວໃໝ່ໃນປີ 2022, ທ່ານ ພັອ ສຸກພະຈັນ ບຸດດາຄໍາ ຫົວໜ້າກອງບັນຊາການ ປກສ ນວ, ຮອງປະທານ ຄະນະກໍາມະການຕ້ານການຄ້າມະນຸດ ນວ ໄດ້ມີຄຳເຫັນຊີ້ນຳໃຫ້ ຄະນະກໍາມະການ ຕ້ານການຄ້າມະນຸດ ນວ ເອົາໃຈໃສ່ 6 ເນື້ອໃນຈິດໃຈຄື:

1. ຮຽກຮ້ອງໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງຂັ້ນ ນວ, ຄະນະກຳມະການຕ້ານການຄ້າມະນຸດ ຂັ້ນເມືອງ ເອົາໃຈໃສ່ຊຸກຍູ້, ຕິດຕາມການປະຕິບັດພາລະບົດບາດຂອງຕົນ ໃນການຈັດຕັ້ງເຄື່ອນໄຫວວຽກງານຕ້ານການຄ້າມະນຸດ;

2. ເພີ່ມທະວີ ນໍາພາຈັດຕັ້ງປະຕິບັດວຽກຈຸດສຸມ ໃນວຽກງານຕ້ານການຄ້າມະນຸດ ເປັນຕົ້ນແມ່ນ ວຽກງານໂຄສະນາ, ວຽກງານຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ແລະ ຜູ້ທີ່ມີຄວາມສ່ຽງ, ວຽກງານສະກັດກັ້ນ ແລະ ແກ້ໄຂ

3. ຢາກເຮັດວຽກງານໄດ້ດີ ຕ້ອງເອົາໃຈໃສ່ປະສານງານກັນຢ່າງກົມກຽວ ລະຫວ່າງຂະແໜງການ ທີ່ກ່ຽວຂ້ອງ;

4. ເອົາໃຈໃສ່ ຫັນລົງສູ່ຮາກຖານ, ຝຶກອົບຮົມວຽກງານຕ້ານການຄ້າມະນຸດ ໃຫ້ແກ່ອຳນາດການປົກຄອງ ແລະ ກໍາລັງ ປກສ ກອງຫຼອນ ໃຫ້ມີຄວາມຮັບຮູ້ ເຂົ້າໃຈຕໍ່ໜ້າທີ່ຄວາມຮັບຜິດຊອບຂອງຕົນ; 5. ມອບໃຫ້ກອງເລຂາ ຄະນະກຳມະການຕ້ານການຄ້າມະນຸດ ນວ ເປັນໃຈກາງໃນການຈັດຕັ້ງປະຕິບັດພາລະບົດບາດ ແລະ ເປັນເສນາທິການ ໃຫ້ແກ່ຄະນະກຳມະການຕ້ານການຄ້າມະນຸດ, ຕິດຕາມຊຸກຍູ້ ສັງລວມຂໍ້ມູນ;

6. ຕໍ່ກັບງົບປະມານ ໃຫ້ຂຶ້ນແຜນສະເໜີ ໃຫ້ປະທານຊີ້ນຳ, ສ່ວນການແກ້ໄຂຕົວຈິງ ໃຫ້ໝູນໃຊ້ ຮ່ວງວິຊາສະເພາະ.

LEAVE A REPLY

Please enter your comment!
Please enter your name here