ປະກາດການສ້າງຕັ້ງສະຫະກອນ ຫັດຖະກໍາຖັກຟອຍແຂມ ບ້ານພັດທະນາວັງເຕົ່າ ເມືອງໂພນທອງ.
ບ່າຍວັນທີ 30 ມີນາ 2022, ພະແນກອຸກສາຫະກໍາ ແລະ ການຄ້າແຂວງຈໍາປາສັກ ຮ່ວມກັບຄະນະພັກ – ອົງການປົກຄອງເມືອງໂພນທອງ ແລະ ຂະແໜງການທີ່ກ່ຽວຂ້ອງ ໄດ້ຈັດພິທີປະກາດການສ້າງຕັ້ງສະຫະກອນ ຫັດຖະກໍາຖັກຟອຍແຂມ ບ້ານ ພັດທະນາວັງເຕົ່າ ເມືອງໂພນທອງຂຶ້ນ ຢູ່ສໍານັກບ້ານດັ່ງກ່າວ.
![](https://tholakhong.com/wp-content/uploads/2022/03/vdvbvs.jpeg)
ໂດຍການເຂົ້າຮ່ວມຂອງ ທ່ານ ປອ.ບຸນຍະເດດ ທອງສະຫວັນ ກໍາມະການພັກແຂວງ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ທ່ານ ສຸພາບ ທໍາມະຮັກສາ ກໍາມະການພັກແຂວງ ເຈົ້າເມືອງໂພນທອງ, ທ່ານ ຄໍາພູນ ພອຍດວງດີ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ.
![](https://tholakhong.com/wp-content/uploads/2022/03/dvadDV.jpeg)
ມີການນໍາຈາກພະແນກການທີ່ກ່ຽວຂ້ອງຂອງແຂວງ, ການນໍາຫ້ອງການຄະນະຄຸ້ມຄອມດ່ານຊາຍແດນສາກົນວັງເຕົ່າ, ການນໍາຫ້ອງການອຸດສາຫະກໍາ ແລະ ການຄ້າ 5 ເມືອງ, 1 ນະຄອນປາກເຊ, ການນໍາຂະແໜງການທີ່ກ່ຽວຂ້ອງຂອງພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ຄະນະພັກ – ອົງການປົກຄອງບ້ານພັດທະຍາວຫງເຕົ່າ, ການນໍາ ແລະ ສະມາຊິກສະຫະກອນ ຫັດຖະກໍາຖັກຟອຍແຂມ ບ້ານດັ່ງກ່າວ ເຂົ້າຮ່ວມ.
![](https://tholakhong.com/wp-content/uploads/2022/03/svdvs.jpeg)