ບັນຫານໍ້າມັນເຊື້ອໄຟບໍ່ພຽງພໍໃນບາງເຂດຂອງແຂວງຫຼວງນໍ້າທາ

0
766

ບັນຫານໍ້າມັນເຊື້ອໄຟຂາດເຂີນຕາມປໍ້າຂາຍຍ່ອຍຢູ່ບາງເຂດພາຍໃນແຂວງຫລວງນໍ້າທາ ຈົນເຮັດໃຫ້ປະຊາຊົນ ຫລັ່ງໄຫລກັນໄປໃສ່ນໍ້າມັນທີ່ປະກົດໃຫ້ເຫັນຕາມສື່ສັງຄົມອອນລາຍໃນຫລາຍມື້ມານີ້ ພວມໄດ້ຮັບການແກ້ໄຂ ພາຍຫລັງພາກສ່ວນກ່ຽວຂ້ອງໄດ້ລົງເຄື່ອນໄຫວຊຸກຍູ້ ແລະ ຕິດຕາມກວດກາບັນດາປໍ້ານໍ້າມັນບໍ່ໃຫ້ສວຍໂອກາດກັກຕຸນເພື່ອຂື້ນລາຄານໍ້າມັນເຊື້ອໄຟ ເຊີ່ງເປັນການເອົາປຽບຜູ້ບໍລິໂພກ ແລະ ຜິດຕໍ່ລະບຽບກົດໝາຍທີ່ລັດຖະບານໄດ້ວາງໄວ້.​

ທ່ານ ຫຸມເພັງ ວຽງທອງໄຊ, ຮອງຫົວໜ້າພະແນກອຸດສະຫະກຳ ແລະ ການຄ້າ ແຂວງຫລວງນໍ້າທາ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດ ວ່າ:

ສາເຫດທີ່ເຮັດໃຫ້ປໍ້ານໍ້າມັນບາງແຫ່ງບໍ່ສາມາດສະໜອງນໍ້າມັນເຊື້ອໄຟໄດ້ພຽງພໍກັບຄວາມຕ້ອງການຂອງສັງຄົມ ພາຍໃນ ແຂວງຫລວງນໍ້າທາ ຍ້ອນຂອດການປະສານງານດ້ານການຂົນສົ່ງລະຫວ່າງບໍລິສັດ ແລະປໍ້າຂາຍຍ່ອຍທົ່ວໄປ, ລວມເຖິງນໍ້າມັນທີ່ນໍາເຂົ້າມີລາຄາສູງຂື້ນ ຍ້ອນຄິດໄລ່ເປັນເງິນຕາຕ່າງປະເທດ ເຮັດໃຫ້ຜູ້ນໍາເຂົ້າບໍ່ສາມາດນໍາເຂົ້າໄດ້ຫລາຍເຮັດໃຫ້ການສະໜອງບໍ່ເຖີງຂັ້ນວ່າບໍ່ມີ ແຕ່ມີບໍ່ຫລາຍເຮັດໃຫ້ບໍ່ພຽງພໍກັບຄວາມຕ້ອງການຂອງການຊົມໃຊ້ ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໄດ້ເອົາໃຈໃສ່ສົມທົບກັບພາກສ່ວນກ່ຽວຂ້ອງເລັ່ງກວດກາບັນດາປໍ້າພາຍໃນແຂວງຢ່າງເຂັ້ມງວດຕໍ່ບັນດາປໍ້າທີ່ມີການປິດປໍ້າ ເພື່ອກັກຕຸນຂຶ້ນລາຄານໍ້າມັນເຊື້ອໄຟ ໂດຍໄດ້ກ່າວຕັກ ເຕືອນ, ສຶກສາອົບຮົມ ແລະ ປັບໄໝຕາມລະບຽບການ ເຮັດໃຫ້ການສະໜອງນໍ້າມັນພາຍໃນແຂວງຄ່ອຍເລີ່ມກັບມາເປັນປົກກະຕິແລ້ວ. ​

ທ່ານ ຫຸມເພັງ ວຽງທອງໄຊ ໃຫ້ຮູ້ຕື່ມວ່າ: ສໍາລັບແຜນການແກ້ໄຂໄລຍະຍາວນັ້ນ ພະແນກອຸດສະຫະກຳ ແລະການຄ້າແຂວງ ໄດ້ເຮັດບົດລາຍງານເຖິງທ່ານເຈົ້າແຂວງ ກໍ່ຄື ລັດຖະມົນຕີກະຊວງອຸດສະຫະກະກຳ ແລະການຄ້າ ເພື່ອຊອກຫາກົນໄກທີ່ເໝາະສົມໃນການແກ້ໄຂບັນຫາການສະໜອງນໍ້າມັນເຊື້ອໄຟໃຫ້ພຽງພໍກັບການຊົມໃຊ້ ເນື່ອງຈາກບັນຫານີ້ໄດ້ສົ່ງຜົນກະທົບໂດຍກົງຕໍ່ຂອດການຜະລິດສິນຄ້າ, ການຂົນສົ່ງ, ລວມເຖິງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າພາຍໃນແຂວງຫລວງນໍ້າທາ.

ແຫຼ່ງຂ່າວ: Lao Youth. Radio FM90.0 Mhz

LEAVE A REPLY

Please enter your comment!
Please enter your name here