ຄົ້ນຄວ້າພາສາລາວ ຫາລືການນໍາໃຊ້ພາສາລາວ

0
1265

ຄະນະກໍາມະການຄົ້ນຄວ້າພາສາລາວ ຫາລືການນໍາໃຊ້ພາສາລາວຄະນະກໍາມະການຄົ້ນຄວ້າພາສາລາວ ຈັດກອງປະຊຸມເພື່ອປືກສາຫາລືກ່ຽວກັບການນຳໃຊ້ພາສາລາວ ໃນວັນທີ 25 ມີນາ 2022 ທີ່ຫ້ອງປະຊຸມ ກະຊວງສຶກສາທິການ ແລະ ກິລາ (ສສກ) ພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ສຈ.ປອ ບໍ່ແສງຄໍາ ວົງດາລາ ອະດີດລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທັງເປັນປະທານທີ່ປຶກສາຄະນະກໍາມະການຄົ້ນຄວ້າພາສາລາວ ແລະ ທ່ານ ນາງ ປອ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ສສກ ພ້ອມດ້ວຍຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ສູນ, ຄະນະກໍາມະການ ແລະ ອະນຸກໍາມະການດ້ານວິຊາການເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບທາງໄກ.

ໃນກອງປະຊຸມ, ທ່ານ ປອ ອ່ອນແກ້ວ ນວນນະວົງ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ສະເໜີຄວາມເປັນມາ, ໂຄງຮ່າງການຈັດຕັ້ງ, ໜ້າທີ່ໃນການດໍາເນີນງານ ແລະ ແຜນຈັດຕັ້ງປະຕິບັດກິດຈະກໍາ ປະຈໍາປີ 2022 ຂອງຄະນະຄົ້ນຄວ້າພາສາລາວ ໂດຍສະເພາະແມ່ນຄົ້ນຄວ້າກ່ຽວກັບພາສາລາວ ແລະ ວັນນະຄະດີລາວ, ຄົ້ນຄວ້ານະໂຍບາຍ ແລະ ນິຕິກໍາກ່ຽວກັບຫຼັກການໃນການນໍາໃຊ້ພາສາລາວ, ຄົ້ນຄວ້າຫຼັກພາສາລາວ (ໄວຍະກອນລາວ) ແລະ ປະມວນຄໍາສັບໃໝ່, ກໍານົດຫຼັກເກນໃນການນໍາໃຊ້ພາສາລາວ ເປັນຕົ້ນແມ່ນການອ່ານ, ການຂຽນ, ວັດທະນະທໍາການໃຊ້ພາສາ, ຄົ້ນຄວ້າວິທີສອນ ແລະ ສື່ການສອນພາສາລາວສໍາລັບນັກຮຽນຊົນເຜົ່າ, ຄົ້ນຄວ້າຮຽບຮຽງເອກະສານ ຄໍາສັບທີ່ມັກຂຽນຜິດ, ຄໍາສັບທີ່ໃຊ້ຫຼາຍແບບ, ຄໍາສັບພາສາຕ່າງປະເທດ, ຄົ້ນຄວ້າຮຽບຮຽງວັດຈະນານຸກົມພາສາລາວ, ຄົ້ນຄວ້າຮຽບຮຽງປະຫວັດວັນນະຄະດີລາວ ແລະ ແປບົດວັນນະຄະດີຕ່າງປະເທດ ຮັບໃຊ້ການຮຽນການສອນຕາມຫຼັກສູດສາມັນສຶກສາ ແລະ ການສຶກສາຊັ້ນສູງ.

ໂອກາດດຽວກັນນີ້, ປະທານທີ່ປຶກສາ, ຄະນະກໍາມະການ ແລະ ອະນຸກໍາມະການດ້ານວິຊາການ ໄດ້ພ້ອມກັນມີຄໍາເຫັນ ແລະ ສົນທະນາແລກປ່ຽນທາງດ້ານວຽກງານຕ່າງໆທີ່ປິ່ນອ້ອມກ່ຽວກັບການນຳໃຊ້ພາສາລາວໃຫ້ຖືກຕ້ອງ ໂດຍສະເພາະວຽກທີ່ສຳຄັນຂອງການຄົ້ນຄວ້າຮຽບຮຽງວັດຈະນານຸກົມພາສາລາວ, ຈັດພິມຄືນປຶ້ມໄວຍາກອນຂອງທ່ານ ພູມມີ ວົງວິຈິດ, ຈັດພິມປຶ້ມໄວຍາກອນລາວປັດຈຸບັນພາກອັກຂະຫຼະວິທີ ແລະ ຄົ້ນຄວ້າປະຫວັດວັນນະຄະດີລາວ ລະຫວ່າງປີ 1986-2022 ໃຫ້ປະກົດຜົນເປັນຈິງ.

ຂ່າວຈາກ : Art and Culture of Laos

LEAVE A REPLY

Please enter your comment!
Please enter your name here