ເພີ່ມທະວີການຮ່ວມມືດ້ານການຄ້າ ລາວ-ໄທ

0
969

ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ຈັດກອງປະຊຸມປຶກສາຫາລືແບບທາງໄກ ກັບ ທ່ານ ຈຸລິນ ລັກສະນະວິສິດ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງພານິດ ແຫ່ງຣາຊະອານາຈັກໄທ ພ້ອມຄະນະ ໃນວັນທີ 29 ມີນາ ຜ່ານມາ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນການປຶກສາຫາລື ແລະ ຍົກບັນຫາກ່ຽວກັບການຄ້າໃນໄລຍະຜ່ານມາ ແລະ ວຽກງານຈະຮ່ວມມືກັນໃນປີ 2022 ແລະ ໃນອະນາຄົດ ຊຶ່ງກອງປະຊຸມປຶກສາຫາລືຄັ້ງນີ້ ລັດຖະມົນຕີກະຊວງ ອຄ ໄດ້ສະເໜີ 4 ບັນຫາຄື:

1. ຜັກດັນການເປີດດ່ານ ເພື່ອການຂົນສົ່ງສິນຄ້າ ລະຫວ່າງກັນ: ຂໍໃຫ້ ສປປ ລາວ ເປີດດ່ານທີ່ປິດໄປ ຕາມມາດຕະການຄວບຄຸມໂຄວິດ-19 ໃຫ້ສາມາດຂົນສົ່ງສິນຄ້າລະຫວ່າງກັນໄດ້ ເພື່ອບັນລຸເປົ້າ ໝາຍເພີ່ມມູນຄ່າການຄ້າ 11.000 ລ້ານໂດລາ ໃນປີ 2025;

2. ອໍານວຍຄວາມສະດວກທາງດ້ານການຄ້າ ບໍລິເວນດ່ານຊາຍແດນ: ຂໍໃຫ້ ສປປ ລາວ ອຳນວຍຄວາມສະດວກ ເລື່ອງການຜ່ານພິທີການກົມພາສີປະຈຳດ່ານຊາຍແດນ ເຊັ່ນ: ສາມາດອະນຸມັດເອກະສານຮັບຮອງແຫຼ່ງກຳເນີດສິນຄ້າ ຫຼື ຟອມ ດີ (Form D) ໄດ້ໂດຍບໍ່ຕ້ອງຜ່ານກົມພາສີ ທີ່ນະຄອນຫຼວງວຽງຈັນ ເຮັດໃຫ້ຊັກຊ້າ ແລະ ຖ້າ ສປປ ລາວ ສາມາດເຊື່ອມຕໍ່ລະບົບຮັບ-ສົ່ງເອກະສານແບບເອເລັກໂຕຣນິກ (e-form D) ໄດ້ຕາມທີ່ຕົກລົງກັນໄວ້ກັບອາຊຽນ ASEAN Single Window ຈະຊ່ວຍແກ້ໄຂບັນຫາດັ່ງກ່າວນີ້ໄດ້ເຊັ່ນກັນ;

3. ການແກ້ໄຂບັນຫາຈຸດປ່ອຍລົດຂົນສົ່ງສິນຄ້າຜ່ານແດນຊັກຊ້າ ບໍລິເວນດ່ານບໍ່ເຕ່ນ-ບໍ່ຫານ;

4. ລົດໄຟ ລາວ-ຈີນ: ຊ່ວຍອຳນວຍຄວາມສະດວກໃນການຂົນສົ່ງສິນຄ້າ ໂດຍສະເພາະໝາກໄມ້ຂອງໄທ ໄປຍັງ ສປ ຈີນ ໂດຍໃຊ້ເສັ້ນທາງລົດໄຟ ໄທ-ລາວ-ຈີນ ດ້ວຍ. ພ້ອມນີ້ ຍັງໄດ້ສະເໜີສົນທະນາແລກປ່ຽນ ແລະ ຂໍການແກ້ໄຂຈາກຝ່າຍໄທເປັນຕົ້ນ

1. ການສົ່ງອອກສາລີ ໄດ້ຮັບຜົນກະທົບຈາກມາດຕະການທີ່ບໍ່ແມ່ນພາສີ ຈາກຝ່າຍໄທນັບແຕ່ປີ 2010 ເປັນຕົ້ນມາ ຊຶ່ງໄດ້ຖືກຈໍາກັດລະດູການໃນການນໍາເຂົ້າສາລີ ຈາກ ສປປ ລາວ ໂດຍກໍານົດການນຳເຂົ້າສາລີ ພຽງແຕ່ 7 ເດືອນ/ປີ ຊຶ່ງເລີ່ມແຕ່ວັນທີ 1 ກຸມພາ ຫາ ວັນທີ 31 ສິງຫາ ຂອງທຸກປີ ຊຶ່ງເປັນອຸປະສັກ ແລະ ເພີ່ມຕົ້ນທຶນໃຫ້ແກ່ຜູ້ປະກອບການຫຼາຍຂຶ້ນ ແລະ ໃນທີ່ສຸດຜູ້ປະກອບການກໍຫັນຈາກການປູກສາລີໄປປູກພືດອື່ນແທນທີ່ມີລາຍຮັບດີກວ່າ ແລະ ເຮັດໃຫ້ຜົນຜະລິດສາລີໜ້ອຍລົງ. ອີງຕາມສະຖິຕິການສົ່ງອອກສາລີໄປໄທ ແມ່ນນັບມື້ນັບໜ້ອຍລົງ, ໃນປີ 2013 ບັນລຸເຖິງ 126.903 ໂຕນ ເທົ່າກັບ 40.581.009 ໂດລາ, ປັດຈຸບັນເຫຼືອພຽງ 22.030 ໂຕນ ເທົ່າກັບ 2.670.900 ໂດລາ, ສະເໜີຝ່າຍໄທ ພິຈາລະນາຄືນ ຍົກເລີກການນຳໃຊ້ມາດຕະການດັ່ງກ່າວ ໂດຍໃຫ້ສອດຄ່ອງກັບເງື່ອນໄຂຂອງສັນຍາການຄ້າສິນຄ້າ ຂອງອາຊຽນ,

2. ການນໍາເຂົ້າກາເຟເມັດດິບ ແລະ ກາເຟຂົ້ວ ຈາກລາວໄປໄທ ເຫັນວ່າມີກຳແພງ ທີ່ບໍ່ແມ່ນອັດຕາພາສີ ໂດຍສະເພາະແມ່ນການຈຳກັດປະລິມານທາງອ້ອມ ດ້ວຍການແບ່ງປັນໂຄຕ້ານຳເຂົ້າໃຫ້ຜູ້ປະກອບການທີ່ມີເງື່ອນໄຂ ຊຶ່ງເຫັນວ່າບໍ່ທັນສອດຄ່ອງກັບເງື່ອນໄຂສັນຍາການຄ້າດ້ານສິນຄ້າອາຊຽນ ສະເໜີຝ່າຍໄທ ພິຈາລະນາ ແລະ ແກ້ໄຂ ຕາມທາງຄວນດ້ວຍ,

3. ສະເໜີຝ່າຍໄທ ຊ່ວຍແກ້ໄຂບັນຫາການນຳເຂົ້ານໍ້າມັນປາມ ຈາກປະເທດມາເລເຊຍ ມາຜ່ານແດນໄທ ເພື່ອນຳເຂົ້າ ສປປ ລາວ ໂດຍບໍ່ຈຳກັດປະລິມານ ແລະ ດ່ານທີ່ຈະນຳເຂົ້າ ແລະ ສົ່ງຕໍ່ມາ ສປປ ລາວ ເພື່ອເປັນການປະຢັດເວລາ ແລະ ປະຢັດຕົ້ນທຶນໃນການຂົນສົ່ງໃຫ້ພາກທຸລະກິດ.

ສໍາລັບ ທ່ານ ຈຸລິນ ລັກສະນະວິສິດ ໄດ້ສະເໜີປຶກສາຫາລື ກ່ຽວກັບການເປີດດ່ານເພື່ອອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າ ອີກ 9 ດ່ານປະເພນີ ຫຼື ດ່ານທ້ອງຖິ່ນທີ່ໄດ້ປິດລົງ ເນື່ອງຈາກສະພາບການລະບາດພະຍາດໂຄວິດ-19; ການແກ້ໄຂບັນຫາຈຸດປ່ອຍລົດຂົນສົ່ງສິນຄ້າຜ່ານແດນຊັກຊ້າບໍລິເວນດ່ານບໍ່ເຕ່ນ-ບໍ່ຫານ ທີ່ມີການປ່ຽນຖ່າຍຫົວລາກລົດກ່ອນຜ່ານໄປຈີນ ຊຶ່ງທາງຝ່າຍລາວມີຫົວລາກລົດໜ້ອຍບໍ່ພຽງພໍກັບຄວາມຕ້ອງການ ຂອງບໍລິສັດເບື້ອງໄທ.ທັງສອງຝ່າຍໄດ້ຮັບຮູ້ບັນຫາຊຶ່ງກັນ ແລະ ກັນ ແລະ ຈະນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ນໍາສະເໜີຕໍ່ຄະນະລັດຖະບານຂອງຕົນ ເພື່ອພິຈາລະນາແກ້ໄຂໃນຂັ້ນຕໍ່ໄປ.

ຂ່າວ-ພາບ: ກະຊວງ ອຄ

LEAVE A REPLY

Please enter your comment!
Please enter your name here