ການນຳກະຊວງ ປກສ ອວຍພອນນາຍົກລັດຖະມົນຕີ ໃນໂອກາດຄົບຮອບ 61 ປີ ສ້າງຕັ້ງກຳລັງ

0
1251

ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນກໍາລັງປະກອບອາວຸດປະຕິວັດອັນແຫຼມຄົມຂອງພັກ ໂດຍແມ່ນ ພັກປະຊາຊົນປະຕິວັດລາວ ເປັນຜູ້ສ້າງຕັ້ງ, ນໍາພາເດັດຂາດ, ໂດຍກົງ ແລະ ຮອບດ້ານ; ເປັນກໍາລັງທີ່ມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຮັບໃຊ້ສິດຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ; ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວໃນຂະບວນການຕໍ່ສູ້ ປົດປ່ອຍຊາດຕ້ານຈັກກະພັດຜູ້ຮຸກຮານ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ເວລາໃດກໍມີ ມູນເຊື້ອການຕໍ່ສູ້ອັນອົງອາດກ້າຫານ, ມີນ້ໍາໃຈເສຍສະຫຼະເດັດດ່ຽວຫນຽວແຫນ້ນບໍ່ຍອມຈໍານົນ, ມີຄວາມ ສັດຊື່ບໍລິສຸດ ແລະ ມີຄວາມສາມັກຄີເປັນປຶກແຜ່ນແຫນ້ນຫນາ; ສະນັ້ນ, ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ ສະເຫຼີມສະຫຼອງ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ເຊິ່ງເປັນວັນປະຫວັດສາດສໍາຄັນຂອງ ່ຊາດຂອງພັກ, ຂອງກໍາລັງປ້ອງກັນຄວາມສະຫງົບ ທີ່ຫມູນວຽນມາບັນຈົບຄົບຮອບ 61 ປີ (5 ເມສາ 1961 – 5 ເມສາ 2022), ການນໍາຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ນໍາໂດຍ ສະຫາຍ ພົລ ວິໄລ ຫຼ້າ ຄໍາຝອງ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງ ປກສ ພ້ອມຄະນະ ໄດ້ນໍາກະຕ່າ ດອກໄມ້ເຂົ້າອວຍພອນ ສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໂດຍມີພາກສ່ວນທີ່ກ່ຽວຂ້ອງໃຫ້ການຕ້ອນຮັບ ໃນວັນທີ 31 ມີນາ.

ໃນໂອກາດທີ່ມີຄວາມຫມາຍສໍາຄັນນີ້, ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍ່ໄດ້ລາຍງານໂດຍຫຍໍ້ກ່ຽວກັບ ການເຄື່ອນໄຫວຊີ້ນໍາ-ນໍາພາ ກໍາລັງປ້ອງກັນຄວາມສະຫງົບ ໂດຍໄດ້ຮັບການນໍາພາ-ຊີ້ນໍເດັດຂາດ, ໂດຍກົງ ແລະ ຮອບດ້ານຈາກພັກ-ລັດຖະບານ ໄດ້ຮັບການໃກ້ຊິດຕິດແທດ, ອູ້ມຊູຊ່ວຍເຫຼືອຈາກການຈັດຕັ້ງຂັ້ນ ເທິງໃນການກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ ຕະຫຼອດໄລຍະທີ່ຜ່ານມາ, ເຮັດໃຫ້ກໍາລັງປ້ອງກັນຄວາມ ສະຫງົບປະຊາຊົນ ມີຄວາມເຕີບໃຫຍ່ເຂັ້ມແຂງ, ສາມາດຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງ, ປະເທດຊາດມີຄວາມຫມັ້ນຄົງ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນມີ ຄວາມເຊື່ອຫມັ້ນ ແລະ ໃຫ້ການຮ່ວມມືອູ້ມຊູຊ່ວຍເຫຼືອກໍາລັງປ້ອງກັນຄວາມສະຫງົບໂດຍດີຕະຫຼອດມາ.

ພ້ອມກັນນັ້ນ, ສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນໍາຂັ້ນສູງ ກະຊວງ ປກສ ກໍຄື ພະນັກງານນັກຮົບ ໃນທົ່ວກໍາລັງປ້ອງກັນຄວາມສະຫງົບ ທີ່ເວລາໃດກໍເຮັດຫຼ້ອນຫນ້າທີ່-ທີ່ໄດ້ຮັບມອບຫມາຍ ສົມເປັນ ກໍາລັງປະກອບອາວຸດປະຕິວັດອັນແຫຼມຄົມຂອງພັກ.

ນອກນັ້ນ, ສະຫາຍ ຍັງໂອ້ລົມໃຫ້ທິດຊີ້ນໍາຕໍ່ ຄະນະພັກ-ຄະນະນໍາຂັ້ນສູງ ກະຊວງ ປກສ ເພື່ອນໍາໄປຈັດຕັ້ງປະຕິບັດເຮັດໃຫ້ກໍາລັງປ້ອງກັນຄວາມສະຫງົບ ເປັນກໍາລັງປະກອບອາວຸດທີ່ເຂັ້ມແຂງຂອງພັກ, ເປັນກໍາລັງທີ່ມີຄວາມທັນສະໄຫມຮອບດ້ານເທື່ອລະກ້າວ ເປັນຕົ້ນແມ່ນ: ສືບຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ, ຮັກສາ 3 ທາດແທ້ 7 ມູນເຊື້ອ ຂອງກໍາລັງປ້ອງກັນຄວາມສະຫງົບ, ມີຄວາມສາມັກຄີພາຍໃນຢ່າງຫນັກແຫນ້ນ, ເອົາໃຈໃສ່ຈັດຕັ້ງປະຕິບັດ.

ວຽກງານວິຊາສະເພາະ ຮັກສາໄດ້ຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພທົ່ວສັງຄົມ, ພ້ອມກັນສຸມໃສ່ວຽກງານລົງກໍ່ສ້າງຮາກຖານການເມືອງຢ່າງແຂງແຮງ ເພື່ອປຸກລະດົມພໍ່-ແມ່ປະຊາຊົນຢູ່ ທ້ອງຖິ່ນຮາກຖານ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບ ດ້ານ, ເອົາໃຈໃສ່ຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ໂດຍສະເພາະແມ່ນ ວາລະແຫ່ງຊາດວ່າດ້ວຍ ການແກ້ ໄບບັນຫາຢາເສບຕິດ ໃຫ້ມີຜົນສໍາເລັດຕາມກໍານົດເວລາທີ່ໄດ້ກໍານົດໄວ້; ພ້ອມກັນເອົາໃຈໃສ່ປັບປຸງກໍ່ສ້າງ ກໍາລັງ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ໂດຍສ້າງໃຫ້ມີພະນັກງານສືບທອດປ່ຽນແທນ ໃນໄລຍະສັ້ນ ແລະ ຍາວນານ, ຊຸກຍູ້ສົ່ງເສີມໃຫ້ນາຍ ແລະ ພົນຕໍາຫຼວດ ໄດ້ມີການຍົກລະດັບຄວາມຮູ້.ຄວາມສາມາດ ເພື່ອ ຕອບສະຫນອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງຫນ້າທີ່ການເມືອງ ໃນໄລຍະໃຫມ່ ແລະ ພ້ອມກັນເອົາໃຈ ໃສ່ສ້າງພະລາກັບທີ່ ເພື່ອແກ້ໄຂຊີວິດການເປັນຢູ່ຂອງນາຍ ແລະ ພົນຕໍາຫຼວດ ຕາມທິດເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ໂອກາດດັ່ງກ່າວ, ສະຫາຍ ພົດ ວິໄລ ຫຼ້າຄໍາຟອງ ຍັງໄດ້ຕາງຫນ້າໃຫ້ຄະນະພັກ-ຄະນະນໍາ ກະຊວງ ປກສ ກໍຄື ນາຍ ແລະ ພົນຕໍາຫຼວດທົ່ວກໍາລັງ ປກສ ສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ພັກ-ລັດຖະບານ ໂດຍສະເພາະແມ່ນ ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍາມໃດກໍໄດ້ເອົາໃຈໃສ່ໃກ້ຊິດຕິດແທດ ຊີ້ນໍາ-ນໍາພາຕໍ່ກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ຂໍອວຍໄຊໃຫ້ ສະຫາຍ ຈົ່ງມີແຕ່ພາລະນາໄມທີ່ສົມບູນດີ, ສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ມີຜົນສໍາເລັດໃນຫນ້າທີ່ອັນມີກຽດ, ສືບຕໍ່ຊີ້ນໍາ-ນໍາພາກໍາລັງ ປກສ ໃຫ້ມີຄວາມເຕີບໃຫຍ່ເຂັ້ມ ແຂງ ແລະ ທັນສະໄຫມຂຶ້ນໄປເລື້ອຍໆ.

ແຫຼ່ງຂ່າວ ແລະ ຮູບພາບ: ຄວາມສະຫງົບ

LEAVE A REPLY

Please enter your comment!
Please enter your name here