ພິທີແຫ່ ຮູບປັ້ນຫຼໍ່ ພໍ່ກະດວດໄປປະດິດສະຖານໄວ້ທີ່ອະນຸສາວະລີ

0
1928

ປະຊາຊົນຊາວແຂວງສະຫວັນນະເຂດ ຈັດພິທີແຫ່ ຮູບປັ້ນຫຼໍ່ ພໍ່ກະດວດໄປປະດິດສະຖານໄວ້ທີ່ອະນຸສາວະລີ ດ້ວຍບັນຍາກາດອັນຄຶກຄື້ນ.

ພາຍຫຼັງທີ່ຈັດພິທີ່ແຫ່ ຮູບປັ້ນຫຼໍ່ ພໍ່ກະດວດມາຈາກ ນະຄອນຫຼວງ ວຽງຈັນ ມາຮອດແຂວງ ສະຫວັນນະເຂດໃນຕອນແລງ ຂອງວັນທີ 2 ມີນາ 2022 ແລະພັກແຮມຢູ່ທີ່ ເດີ່ນຫ້ອງວ່າການປົກຄອງແຂວງ ເປັນເວລາ 1ຄືນ ,ມາໃນຕອນເຊົ້າວັນທີ 3 ມີນາ ກໍ່ໄດ້ຈັດພິທີ່ແຫ່ ຮູບປັ້ນຫຼໍ່ຂອງພໍ່ກະດວດ ອອກຈາກຫ້ອງວ່າການ ປົກຄອງແຂວງ ເພື່ອນໍາໄປປະດິດສະຖານໄວ້ ທີ່ອະນຸສາວະລີຂອງເພິ່ນ ຢູ່ວົງວຽນຕໍ່ໜ້າໂຮງໝໍແຂວງ ສະຫວັນນະເຂດ ຢ່າງເປັນທາງການດ້ວຍບັນຍາກາດ ອັນຄຶກຄື້ນ ໂດຍມີພຣະເຖຣາ ນຸເຖຣະ,ມີ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ,ທ່ານ ສັນຕິພາບພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ,ມີທ່ານເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານເຈົ້າແຂວງສາລະວັນ,ການນຳຈາກສູນກາງ, ອຳນາດການປົກຄອງແຂວງ,ອະດີດການນໍາຂັ້ນສູງກາງ, ຂັ້ນແຂວງ ແລະກ້ອນກໍາລັງຈາກບັນດາເມືອງ,ພະນັກງານຈາກພະແນກການ-ກົມກອງຕ່າງໆ,ກ້ອນກໍາລັງຂອງທະຫານ, ຕໍາຫຼວດ, ນັກຮຽນນັກສຶກສາ,ພໍ່ຄ້າຊາວຂາຍ ພ້ອມດ້ວຍມວນຊົນຊາວນະຄອນໄກສອນ ພົມວິຫານ ກໍ່ຄືແຂວງສະຫວັນນະເຂດ ໃຫ້ການຕ້ອນຮັບຢ່າງ ຄັບຄາ ໜາແໜ້ນ ແລະ ເປັນຂະບວນຟົດຟື້ນ.

ເຊິ່ງຂະບວນແຫ່ໄດ້ເລີ່ມຕົ້ນອອກຈາກຫ້ອງວ່າການປົກຄອງແຂວງ ໃນເວລາ 8 ໂມງ ແລະເຄື່ອນອອກມາໃສ່ ວົງວຽນອາຊຽນ ມາຕາມຖະໜົນໄກສອນ (A1) ມາຫາວົງວຽນກະບອງໃຫຍ່,ລົງມາຕາມເສັ້ນທາງພໍ່ກະດວດ ໄປຮອດອະນຸສາວະລີ ຕໍ່ໜ້າໂຮງໝໍແຂວງ ລວມໄລຍະທາງ ປະມານ 4 ກິໂລແມັດ ໃຊ້ເວລາ ເກືອບ 3 ຊົ່ວໂມງ,ໂດຍໃນເສັ້ນທາງທີ່ຂະບວນແຫ່ຜ່ານໄປ ກໍ່ໄດ້ມີມວນຊົນ ໃຫ້ການຕ້ອນຮັບ ເພື່ອເຄົາລົບບູຊາ ແລະຖວາຍ ດ້ວຍດອກໄມ້,ທູບທຽນ,ຂັນໝາກເບັງ,ຕົ້ນກາລະພຶກ ແລະວັດຖຸປັດໃຈຕ່າງໆ,ນອກຈາກນັ້ນຢູ່ຕໍ່ໜ້າງານ ຍັງໄດ້ມີຂະບວນຟ້ອນ,ຂະບວນແຫ່ ຈາກເມືອງ ແລະກຸ່ມບ້ານ ພາຍໃນເທສະບານ ນະຄອນໄກສອນພົມວິຫານ ດ້ວຍຄວາມມ່ວນຊື່ນດີໃຈ ທີ່ໄດ້ອັງເຊີນຮູບປັ້ນຫຼໍ່ພໍ່ກະດວດ ທີ່ເປັນບັນພະບຸລຸດຂອງຊາດລາວ ຊາວແຂວງສະຫວັນນະເຂດ ກັບຄືສູ່ມາຕຸພູມມາປະດິດສະຖານໄວ້ ຢູ່ບ້ານເກີດເມືອງນອນ.

ໃນພິທີຄັ້ງນີ້ ທ່ານ ບຸນສະໜອງ ສີຫາລາດ ຫົວໜ້າກົມວິຈິດສິນ ກະຊວງຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວມອບໂຄງການ ອານຸສາວະລີຮູບຈຳລອງພໍ່ກະດວດຢ່າງເປັນທາງການວ່າ: ການກໍ່ສ້າງອານຸສາວະລີຮູບຈຳລອງພໍ່ກະດວດ ເປັນການຈາລຶກບຸນຄຸນ,ຄຸນງາມຄວາມດີໃນການຕໍ່ສູ້ກັບລັດທິລ່າເມືອງຂຶ້ນຝຣັ່ງ ເພິ່ນແມ່ນວິລະບູລຸດຜູ້ໜຶ່ງທີ່ມີນ້ຳໃຈຮັກຊາດ,ຮັກບ້ານເກີດເມືອງນອງ,ມີນ້ຳໃຈເສຍສະຫຼະຢ່າງສູງສົ່ງ,ບໍ່ຍອມຈຳນົນຕໍ່ສັດຕູ,ພໍ່ກະດວດເພິ່ນບໍ່ມັກຢູ່ໃຕ້ອຳນາດຂອງຝຣັ່ງ ເພິ່ນເຫັນປະເທດຊາດຖືກຮຸກຮານ ຢ່າງໂຫດຮ້າຍປ່າເຖື່ອນ ປະຊາຊົນຖືກກົດຂີ້ຂູດຮີດ,ຖືກຈັບກຸມຄຸມຂັງທໍລະມານ ຢ່າງບໍ່ມີຄວາມເປັນທຳ ຍ້ອນສາເຫດດັ່ງກ່າວນັ້ນ ເພິ່ນຈຶ່ງໄດ້ເຕົ້າໂຮມຄວາມສາມັກ,ນຳພາປະຊາຊົນລຸກຮື້ຂຶ້ນຕໍ່ສູ້ກັບພວກລ່າເມືອງຂຶ້ນຝຣັ່ງຢ່າງອົງອາດກ້າຫານ ນັ້ນແມ່ນເຫດການປະຫວັດສາດທີ່ພວກເຮົາຄົນຮຸ່ນຫຼັງຕ້ອງຈາລຶກຄຸນງາມຄວາມດີໃນການຕໍ່ສູ້ກັບພວກລ່າເມືອງຂຶ້ນຝຣັ່ງ ເຖິງແມ່ນວ່າການຕໍ່ສູ້ຈະບໍ່ໄດ້ຮັບໄຊຊະນະກໍ່ຕາມ.

ໂອກາດດຽວກັນນີ້ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ມີຄຳເຫັນຕື່ມອີກວ່າ: ພໍ່ກະດວດເປັນຄົນມີວິຊາອາຄົມປິ່ນປົວຄົນເຈັບປ່ວຍໄດ້, ເພິ່ນຈຶ່ງໄດ້ເດີນທາງໄປຫຼາຍແຫ່ງ, ແຕ່ໄປບ່ອນໃດກໍ່ເຫັນແຕ່ປະຊາຊົນຖືກກົດຂີ່ຂູດຮີດດ້ວຍການເສຍຊ່ວຍ ແລະ ເປັນຂ້ອຍຂ້າຝລັ່ງ ນັບມື້ໜັກໜ່ວງຂື້ນເລື້ອຍໆ ເພິ່ນຈື່ງຊອກທຸກວິທີທາງເພື່ອປຸກລະດົມປະຊາຊົນລຸກຂຶ້ນຕໍ່ສູ້ຕ້ານການກົດຂີ່ຂູດຮີດ ໃນສະໄໜລາວຕົກເປັນຫົວເມືອງຂື້ນຂອງສັດຕູຕ່າງດ້າວທີ່ເຂົ້າມາຮຸກຮານພໍ່ກະດວດແມ່ນນັກຕໍ່ສູ້ທີ່ພິລາດອາດຫານ, ແມ່ນຜູ້ໜຶ່ງທີ່ມີນໍ້າໃຈຮັກຊາດ ຮັກບ້ານເກີດເມືອງນອນ ມີນໍ້າໃຈເສຍສະຫລະຢ່າງສູງສົ່ງ ບໍ່ຍອມຈໍານົນຕໍ່ສັດຕູ.

ນີ້ແມ່ນເຫດການດ້ານປະຫວັດສາດທີ່ພວກເຮົາຄົນ ລຸ້ນຫຼັງ ຕ້ອງຈາລຶກຄຸນງາມຄວາມດີໃນວິລະກຳອັນລໍ້າເລີດຂອງເພີ່ນໄວ້. ດັ່ງນັ້ນ, ຈື່ງເກີດມີໂຄງການສ້າງອະນຸສາວະລີຮູບປັ້ນພໍ່ກະດວດຂື້ນ. ຫຼັງຈາກນັ້ນກໍ່ໄດ້ ນໍາຮູບປັ້ນຫຼໍ່ຂອງ ທ່ານ ຂຶ້ນປະດິດສະຖານໄວ້ທີ່ ແຖ່ນຕັ້ງ ຢ່າງສະຫງ່າຜ່າເຜີຍ ພ້ອມທັງມີພິທີທາງສາສະໜາ ເພື່ອເປັນສິລິມຸງຄຸນ ແລະພິທີມອບຮັບ ຢ່າງເປັນທາງການ.

ຂ່າວ ແລະ ຮູບພາບ: ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ

LEAVE A REPLY

Please enter your comment!
Please enter your name here