ວາງມາດຕະການເຂັ້ມງວດບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າໃນໄລຍະບຸນປີໃໝ່ລາວ

0
1056

ອີງຕາມພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ໄດ້ວາງມາດຕະການໄວ້ຢ່າງລະອຽດ ເພື່ອບໍ່ໃຫ້ຊາວຄ້າຂາຍສວຍໂອກາດຂຶ້ນລາຄາສິນຄ້າ ຫຼື ກັກຕຸນສິນຄ້າ, ລວມເຖິງໃຫ້ມີມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ດີໃນໄລຍະສະເຫລີມສະຫຼອງບຸນປີໃໝ່ລາວ ປະຈໍາປີ ພສ 2565 ທີ່ຈະມາຮອດນີ້, ໂດຍຈະມີມາດຕະການຢ່າງເຂັ້ມງວດຕໍ່ຜູ້ລະເມີດ.

ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 6 ເມສາ 2022 ວ່າ: ມາດຕະການທີ່ປະຕິບັດ ເລີ່ມຈາກການອອກແຈ້ງການ ສະບັບເລກທີ 0496/ອຄ.ນວ.ຄພນ, ລົງວັນທີ 21 ມີນາ 2022 ເຖິງຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າ 9 ຕົວເມືອງ, ລວມເຖິງສູນການຄ້າ, ຊູບເປີ້ມາເກັດ, ຮ້ານສະດວກຊື້, ຫົວໜ່ວຍທຸລະກິດຈັດສັນຕະຫຼາດ, ຜູ້ປະກອບທຸລະກິດ ແລະ ຊາວຄ້າຂາຍບໍ່ໃຫ້ສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ ໃນໄລຍະສະເຫລີມສະຫຼອງບຸນປີໃໝ່ລາວ ປະຈໍາປີ ພສ 2565 ໂດຍໄດ້ກໍານົດລາຄາຂາຍຍ່ອຍປະເພດຊີ້ນໝູ, ເຂົ້າ ແລະ ປານິນກະຊັງ ເຊິ່ງນອນຢູ່ໃນໝວດສິນຄ້າທີ່ລັດຄຸ້ມຄອງ ຄື:

  • ລາຄາຊີ້ນໝູ: ປະເພດ 1: ສູງສຸດບໍ່ໃຫ້ເກີນ 50.000 ກີບ/ກິໂລ ແລະ ປະເພດ 2: ສູງສຸດບໍ່ໃຫ້ເກີນ 46.000/ກິໂລ.
  • ລາຄາເຂົ້າ: ລາຄາຂາຍຍ່ອຍເຂົ້າສານໜຽວ ປະເພດ 2: ສູງສຸດບໍ່ໃຫ້ເກີນ 7.400 ກີບ/ກິໂລ.
  • ລາຄາປານິນກະຊັງ: ສູງສຸດບໍ່ໃຫ້ເກີນ 20.000 ກີບ/ກິໂລ.

ນອກຈາກນີ້, ຍັງໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອເຄື່ອນໄຫວລົງກວດກາຢູ່ບັນດາຕະຫຼາດ ແລະ ບັນດາຫ້າງຮ້ານທີ່ມີຂະໜາດກາງ ຫາ ໃຫຍ່ພາຍໃນ 4 ຕົວເມືອງໃນ ຄື: ສີສັດຕະນາກ, ໄຊເສດຖາ, ຈັນທະບູລີ ແລະ ສີໂຄດຕະບອງ ໂດຍແຕ່ວັນທີ 12-16 ເມສາ 2022. ສ່ວນຢູ່ 5 ເມືອງນອກ ແມ່ນມອບໃຫ້ຫ້ອງ ການອຸດສາຫະກໍາ ແລະ ການຄ້າແຕ່ລະເມືອງ ເຄື່ອນໄຫວຕິດ ຕາມຢ່າງໃກ້ສິດ.

ທ່ານ ນັນຕາ ສານຸວົງ ໃຫ້ຮູ້ຕື່ມວ່າ: ສໍາລັບມາດຕະການຕໍ່ຜູ້ລະເມີດ, ຖ້າພົບເຫັນແມ່ນຈະປະຕິບັດຕາມດໍາລັດສະບັບທີ 474\ນຍ, ລົງວັນທີ 18/11/2010 ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິ ການຢ່າງເຂັ້ມງວດ ເພາະໃນໄລຍະຜ່ານມາໄດ້ກວດເຫັນຊາວຄ້າຂາຍຈໍານວນໜຶ່ງລະເມີດລະບຽບການທີ່ວາງໄວ້ ແລະ ໄດ້ນຳໃຊ້ດໍາລັດດັ່ງກ່າວຕໍ່ຜູ້ກະທໍາຜິດມາແລ້ວຫລາຍສົມຄວນ.

ຢ່າງໃດກໍຕາມ, ທ່ານຝາກມາຍັງສັງຄົມ ກໍຄື ຊາວນະຄອນຫຼວງວຽງຈັນ ກ່ຽວກັບລາຄາສິນຄ້າຕາມທ້ອງຕະຫຼາດທີ່ມີທ່າອ່ຽງເພີ່ມຂຶ້ນ ແມ່ນເກີດຈາກຫຼາຍປັດໃຈທີ່ສົ່ງຜົນກະທົບເຮັດໃຫ້ໂຄງປະກອບລາຄາສິນຄ້າ ຕົ້ນທຶນເພີ່ມຂຶ້ນ ເປັນຕົ້ນ: ລາຄານໍ້າມັນເຊື້ອໄຟເພີ່ມຂຶ້ນ, ອັດຕາແລກປ່ຽນເງິນຕ່າເພີ່ມຂຶ້ນ ແລະ ອື່ນໆ.

ນອກຈາກນີ້ ທ່ານໄດ້ຝາກມາຍັງທຸກຄົນໃນນະຄອນຫຼວງວຽງຈັນ ຖ້າຈະມີການສະເຫຼີມສະຫຼອງປີໃໝ່ລາວ ຕ້ອງວາງແຜນການໃຫ້ດີ ແລະ ຈັດງານໃນຂະໜາດທີ່ເໝາະສົມກັບສະພາບການ, ສິ່ງສໍາຄັນຕ້ອງໄປຊື້ເຄື່ອງບໍລິໂພກຢູ່ບັນດາຕະຫຼາດໃຫຍ່ ເພາະສາມາດປະຕິບັດຕາມແຈ້ງການທີ່ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫລວງວຽງຈັນ ວາງອອກໄດ້ດີ, ແຕ່ຖ້າໄປຊື້ຢູ່ບັນດາຮ້ານນ້ອຍ ຫຼື ຮ້ານຂາຍຍ່ອຍທົ່ວໄປ ອາດມີລາຄາທີ່ສູງຂຶ້ນ ຍ້ອນເຂົາເຈົ້າຊື້ຕາມຕະຫຼາດໃຫຍ່ໄປຂາຍຕໍ່.

ຢ່າງໃດກໍຕາມ ຖ້າພົບກໍລະນີຖືກຊາວຄ້າຂາຍເອົາປຽບ ແມ່ນສາມາດໂທຫາສາຍດ່ວນ ໝາຍເລກ 1510 ຫຼື ໂທຫາເຈົ້າໜ້າທີ່ກ່ຽວຂ້ອງຂອງພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ຕາມໝາຍເລກທີ່ຕິດໄວ້ຢູ່ຕາມແຕ່ລະຕະຫຼາດ ເພື່ອໄປແກ້ໄຂໃຫ້ທັນກັບສະພາບການ.

ແຫຼ່ງຂ່າວ: Lao National Radio

LEAVE A REPLY

Please enter your comment!
Please enter your name here