ພາກລັດ ແລະ ຜູ້ປະກອບການ ຫາລືຊອກວິທີແກ້ໄຂລາຄານໍ້າມັນ

0
2536

ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແລະ ກະຊວງການເງິນ ຮ່ວມກັບບັນດາຜູ້ປະກອບການນຳເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ເພື່ອປຶກສາຫາລື ຊອກຫາວິທີການປະຄັບປະຄອງລາຄານໍ້າມັນບໍ່ໃຫ້ມີການເໜັງຕີງສູງເກີນໄປ ເພື່ອຮັກສາໄດ້ຕາມໂຄງສ້າງລາ ຄານໍ້າມັນເຊື້ອໄຟຄັ້ງວັນທີ 10 ມີນາ 2022.

ມາຮອດວັນທີ 6 ເມສາ ນີ້ ທີ່ກະຊວງ ຊວງອຸດສາຫະກຳ ແລະ ການຄ້າ (ອຄ), ໄດ້ຈັດກອງປະຊຸມຫາລືຊອກວິທີແກ້ໄຂລາຄານໍ້າ, ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ ແລະ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໂດຍມີບັນດາກົມກ່ຽວຂ້ອງຈາກສອງກະຊວງດັ່ງກ່າວ, ມີສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ ພ້ອມດ້ວຍບັນດາບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ເຂົ້າຮ່ວມ.

ທ່ານ ຄຳແພງ ໄຊສົມແພງ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລື ຊອກວິທີທາງໃນການຜັນຂະຫຍາຍ ຂໍ້ 1 ໃນແຈ້ງການ ເລກທີ 395/ຫສນຍ ລົງວັນທີ 25/3/2022 ເພື່ອລະດົມຄວາມຄິດຄວາມເຫັນ ຫາວິທີແກ້ໄຂບັນຫາກ່ຽວກັບການປັບບາງໂຄງສ້າງລາຄານໍ້າມັນ ໂດຍສະເພາະເຮັດແນວໃດໃຫ້ສາມາດປະຄັບປະຄອງລາຄານໍ້າມັນໃຫ້ໄດ້ ຕາມໂຄງສ້າງລາຄານໍ້າມັນເຊື້ອໄຟ ຄັ້ງວັນທີ 10/3/2022 ກໍຄືແຈ້ງການ ເລກທີ 0260/ອຄ ລົງວັນທີ 9/3/2022 ທີ່ເປັນການຕົກລົງ ແລະ ທິດຊີ້ນໍາຂອງກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ.

ກອງປະຊຸມຍັງຈະໄດ້ສັງລວມ ແລະ ບັນທຶກຄໍາຄິດຄຳເຫັນ ກໍຄືວິທີທາງໃນການແກ້ໄຂບັນຫາລາຄານໍ້າມັນ ເພື່ອນໍາສະເໜີນາຍົກ-ຮອງນາຍົກລັດຖະມົນຕີ ເພື່ອພິຈາລະນາໃຫ້ ເຮັດທົດລອງໃນໄລຍະເວລາ 3 ເດືອນ.

ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ກ່າວວ່າ: ໄດ້ນຳເອົາທັດສະນະ ກໍຄື ທິດຊີ້ນຳຂອງລັດຖະບານ ໃຫ້ບັນດາຜູ້ປະກອບການໄດ້ຮັບຮູ້ ແລະ ອີກດ້ານໜຶ່ງກໍເປັນການຮັບເອົາຄຳຄິດເຫັນຂອງບັນດາຜູ້ປະກອບການ ກ່ຽວກັບການປັບບາງອົງປະກອບໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະເພາະໃນໄລຍະທີ່ລາຄານໍ້າມັນເຊື້ອໄຟເພີ່ມຂຶ້ນສູງ.

ທ່ານ ລັດຖະມົນຕີກະຊວງການເງິນ ຍັງໄດ້ສະເໜີບາງວິທີວ່າ: ລັດຖະບານມີທິດທາງທີ່ຈະຊ່ວຍໜູນໃຫ້ຜູ້ປະກອບການ ແລະ ສັງຄົມ ກໍຄື ປະຊາຊົນ ເພື່ອບໍ່ໃຫ້ລາຄານໍ້າມັນສູງກວ່ານີ້ ໂດຍຢາກຮັກສາລາຄາໃນວັນທີ 10 ມີນາ 2022 ເປັນລາຄາຂາຍໜ້າປໍ້າ ເຊິ່ງລັດຖະບານຈະສະ​ໜັບ​ສະ​ໜູນຜູ້ປະກອບການຕ່າງຫາກ ໂດຍຄິດໄລ່ຈາກເຕັກນິກຂອງວິຊາການ ບໍ່ແມ່ນຄິດໄລ່ຈາກຜູ້ປະກອບການ.

ສ່ວນອີກວິທີໜຶ່ງ ແມ່ນການປັບຫຼຸດອາກອນຊົມໃຊ້ລົົງ 50% ຕົວຢ່າງຄື: ອາກອນຊົມໃຊ້ນໍ້າມັນກາຊວນ ປັດຈຸບັນແມ່ນ 21% ຈະຫຼຸດລົງເຫຼືອປະມານ 11%, ອາກອນຊົມໃຊ້ນໍ້າມັນແອັດຊັງທຳມະດາ ຢູ່ທີ 31% ຈະລົງປະມານ 16% ແຕ່ຖ້າຫາກການເໜັງຕີງຂອງລາຄາເພີ່ມຂຶ້ນສູງຫຼາຍ ກໍອາດຈະບໍ່ຄິດໄ​ລ່ອາກອນຊົມໃຊ້ເລີຍ ແຕ່ກໍຕ້ອງໄດ້ຮັບການເຫັນດີຈາກພາກລັດ​ກ່ອນ.

ແຫຼ່ງຂ່າວ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here