1 ອາທິດຜ່ານມາມີຜູ້ຕິດເຊື້ອສະສົມທັງໝົດ 14,119 ກໍລະນີ

0
819

ຕາມການລາຍງານ ຂອງສູນຂ່າວສານການແພດສຸຂະສຶກສາປະຈຳວັນທີ 7 ເມສາ 2022 ໂດຍ ທ່ານ ດຣ ພອນປະເສີດ ໄຊຍະມຸງຄຸນ ໃຫ້ຮູ້ວ່າ:

ສຳລັບ ສປປລາວ, ສະພາບການລະບາດສືບຕໍ່ເພີ່ມຂື້ນໃນແຕ່ລະວັນ ໃນໄລຍະນີ້ ສາຍພັນທີ່ກຳລັງຈໍລະຈອນລະບາດໃນຊຸມຊົນກໍ່ຍັງແມ່ນໂອໄມຄຣອນ ທີ່ມີອັດຕາການພົບເຊື້ອຫຼາຍກ່ວາ 90% ໃນແຕ່ລະວັນ ສະເພາະ 1 ອາທິດຜ່ານມາມີຜູ້ຕິດເຊື້ອສະສົມທັງໝົດ 14,119 ກໍລະນີ ສະເລ່ຍຕິດເຊື້ອ ຫຼາຍກ່ວາ 2,000 ກໍລະນີ/ວັນ.

ໃນນີ້ຕິດເຊື້ອພາຍໃນ ກວມເອົາຫຼາຍກ່ວາ 98,7%, ສະເພາະ ນະຄອນຫຼວງວຽງຈັນ ຫຼາຍກ່ວາ 50% ຂອງຜູ້ຕິດເຊື້ອທັງໝົດ ສັງເກດເຫັນວ່າ: ໄລຍະນີ້ອັດຕາການກວດພົບເຊື້ອໃນແຕ່ລະແຂວງແມ່ນສູງຫຼາຍ ທົ່ວປະເທດອັດຕາການກວດພົບເຊື້ອ ຫຼາຍກ່ວາ 45% ທຽບໃສ່ຈຳນວນຕົວຢ່າງທີ່ເກັບມາກວດ.

ສຳລັບປະເທດອ້ອມຂ້າງ ສປປລາວ ຫຼາຍປະເທດກໍ່ຍັງມີການລາຍງານຜູ້ຕິດເຊື້ອໃໝ່ໃນແຕ່ລະວັນ ບາງປະເທດມີຜູ້ຕິດເຊື້ອໃໝ່ຫຼາຍກ່ວາ 40 ພັນກໍລະນີ, ຄາດຄະເນວ່າຜູ້ຕິດເຊື້ອໃໝ່ຈະເພີ່ມຂື້ນອີກໂດຍສະເພາະຫຼາຍປະເທດໃນຂົງເຂດປະເທດອາຊຽນທີ່ກຳລັງຈະມີການສະເຫຼີມສະຫຼອງປີໃໝ່ໃນມໍ່ໆນີ້.

LEAVE A REPLY

Please enter your comment!
Please enter your name here