ສະຫຼຸບວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ 2 ອົງການໄອຍະການປະຊາຊົນ

0
1148

ສະຫຼຸບວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ 2 ອົງການໄອຍະການປະຊາຊົນ

ໃນວັນທີ 7 ເມສາ 2022, ທີ່ສູນການຮ່ວມມື ແລະ ຝຶກອົບຮົມ ນະຄອນຫລວງວຽງຈັນ ອົງການໄອຍການປະຊາຊົນສູງສຸດ(ອອປສ) ໄດ້ຈັດກອງປະຊຸມສະຫຼຸບຕີລາຄາວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ 2 ຂອງອົງການໄອຍະການປະຊາຊົນ ໃນໄລຍະ 5 ປີ ຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ຫົວໜ້າອົງການໄອຍະການປະ ຊາຊົນສູງສຸດ, ມີບັນດາຄະນະພັກ-ຄະນະນຳ ອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການທະຫານຂັ້ນສູງ, ອົງການໄອຍະການປະຊາຊົນພາກ, ອົງການໄອຍະການປະຊາຊົນແຂວງ-ນະ ຄອນຫຼວງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ສະຫາຍ ໄຊຊະນະ ໂຄດພູທອນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ບັນດາຜູ້ເຂົ້າຮ່ວມຈະໄດ້ພ້ອມກັນສະຫຼຸບຕີລາຄາວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໃນໄລຍະ 5 ປີ ຜ່ານມາ ແລະ ກໍານົດທິດທາງໜ້າທີ່ 5 ປີ ຕໍ່ໜ້າ ໃຫ້ກ້າວສູ່ບາດລ້ຽວທີ່ກ້າວໜ້າ ແລະ ທັນສະໄໝ ຂອງວຽກງານໄອຍະການປະຊາຊົນ, ສ້າງຄວາມເປັນເອກະພາບທາງດ້ານທັດສະນະ, ທາງດ້ານຄວາມຮັບຮູ້ ແລະ ທາງດ້ານການຈັດຕັ້ງຜັນຂະຫຍາຍແນວທາງການຈັດຕັ້ງຂອງພັກ ທີ່ໄດ້ກໍານົດຢູ່ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ເນື້ອໃນກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ໃຫ້ກາຍເປັນແຜນງານ, ໂຄງການ ແລະ ແຜນກິດຈະກໍາອັນລະອຽດ ໃນຂົງເຂດວຽກງານໄອຍະການປະຊາຊົນ.ສະຫາຍ ຈັນທະບູນ ເພັງຄໍາໃສ ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຊີ້ໃຫ້ເຫັນວ່າ:

ໃນໄລຍະ 5 ປີ (2016-2020), ຄະນະພັກອົງການໄອຍະການປະຊາຊົນສູງສຸດ ໄດ້ນໍາພາສະມາຊິກພັກ, ພະນັກງານພາຍໃນຄວາມຮັບຜິດຊອບຂອງຕົນ ເຂົ້າຮ່ວມຄົ້ນຄວ້າ, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ຈັດຕັ້ງຜັນຂະຫຍາຍເນື້ອໃນວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ X, ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ອົງການໄອຍະການປະຊາຊົນສູງສຸດ, ຄໍາສັ່ງ, ຄໍາແນະນໍາ, ກົດລະບຽບຂອງພັກ, ກົດຫມາຍຂອງລັດໃນແຕ່ລະໄລຍະ ແລະ ເຂົ້າຮ່ວມຮັບຟັງການເຜີຍແຜ່ມູນເຊື້ອວັນສໍາຄັນຕ່າງໆຂອງພັກ ຂອງຊາດ ແລະ ສາກົນ ຈໍານວນ 9.223 ເທື່ອຄົນ, ຍິງ 3.660 ເທື່ອຄົນ, ດໍາເນີນຊີ ວິດການເມືອງປັບປຸງປົວແປງພາຍໃນພັກ ປະຈໍາປີ 2017 ແລະ 2019 ແນໃສ່ສ້າງທັດສະນະຫັນ ປ່ຽນຄຸນທາດການເມືອງຂອງສະມາຊິກພັກ ໄປສູ່ຄຸນນະພາບ;

ຄະນະພັກໄດ້ຖືເອົາວຽກງານສຶກສາອົບ ຮົມແນວຄິດຂອງພະນັກງານເປັນກົກ ເພື່ອກະຕຸກຊຸກຍູ້ສະມາຊິກພັກ, ພະນັກງານ ໃຫ້ມີຄວາມຕື່ນຕົວຕໍ່ແນວທາງການເມືອງຂອງພັກ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມອຸ່ນອ່ຽນ, ທຸ່ນທ່ຽງເຊື່ອໝັ້ນຕໍ່ການນໍາພາຂອງພັກ ສະແດງອອກສະມາຊິກພັກທຸກສະຫາຍຍັງສືບຕໍ່ ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ ແລະ ປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຜົນສໍາເລັດ.

ອອປສ ໄດ້ຖືເປັນສໍາຄັນ ໃນການພັດທະນາບຸກຄະລາກອນທາງດ້ານຈໍານວນ, ກໍຄືຄຸນະພາບກ່ອນອື່ນແມ່ນໄດ້ກໍານົດ ຕໍາແຫນ່ງງານຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນລະ ບົບອົງການໄອຍະການປະຊາຊົນ;

ຈາກນັ້ນ, ຈຶ່ງໄດ້ສ້າງແຜນບັນຈຸສັບຊ້ອນພະນັກງານ ເພື່ອຂໍຕົວເລກລັດຖະກອນແຕ່ລະສົກງົບປະມານຈາກລັດຖະບານ.

ຮອດປີ 2020 ລັດຖະກອນໃນທົ່ວລະບົບອົງ ການໄອຍະການປະຊາຊົນທັງໝົດມີ 1.680 ຄົນ ຍິງ 605 ຄົນ, ໃນນີ້ເປັນ ພະນັກງານໄອຍະການປະຊາຊົນ ແລະ ຜູ້ຊ່ວຍ 704 ຄົນ, ຍິງ 156 ຄົນ, ລະບົບອົງການໄອຍະການປະຊາຊົນ ສາມາດຮັບຮອງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງສໍາເລັດ ໃນຂອບເຂດທົ່ວປະເທດແຕ່ ປີ 2016-2020.

ດ້ານວຽກງານຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃນທົ່ວລະບົບອົງການໄອຍະການປະຊາຊົນໄດ້ຮັບການຈັດຕັ້ງປະຕິບັດຢ່າງກວ້າງຂວາງແຕ່ສູນກາງຮອດທ້ອງຖິ່ນ ໂດຍເອົາເນື້ອໃນແຂ່ງຂັນ 3 ມີ 4 ຮັບປະກັນເປັນ ການຊຸກຍູ້ຂະບວນການ ແລະ ເປັນໄມ້ຫລາວັດແທກໃນການຕີລາ ຄາປະເມີນຜົນການ ປະຕິບັດຫນ້າທີ່ວຽກງານຂອງສະມາຊິກພັກ, ພະນັກງານ-ລັດຖະກອນແຕ່ລະຄົນ.

ເນື່ອງໃນວັນສະເຫຼີມສະຫຼອງວັນສ້າງຕັ້ງອົງການໄອຍະການປະຊາຊົນສູງສຸດ ຄົບຮອບ 30 ປີ ມີບຸກຄົນ ແລະ ກົມກອງດີເດັ່ນທີ່ຮັບການຍ້ອງຍໍຄື ຫຼຽນໄຊອິດສະຫລະI, ຫຼຽນໄຊແຮງງານ, ຫຼຽນກາແຮງງານ, ໃບຍ້ອງຍໍລັດຖະບານ ແລະ ໃບຍ້ອງຍໍຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຈຳນວນຫຼາຍ.

ຂໍ້ມູນ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here