ເບີກຈ່າຍເງິນອຸດໜູນ

0
1174

ເບີກຈ່າຍເງິນອຸດໜູນແບບມີເງື່ອນໄຂໃຫ້ແກ່ຜູ້ໄດ້ຮັບຜົນປະໂຫຍດ (ແມ່ຍິງຖືພາ ແລະ ເດັກນ້ອຍ 0-2 ປີ) ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ (ລພຊ).

ຖວທ ເມືອງ ຫລາ ພິທີເບີກຈ່າຍເງິນອຸດໜູນເເບບມີເງື່ອນໄຂໃຫ້ແກ່ຜູ້ໄດ້ຮັບຜົນປະໂຫຍດ (ແມ່ຍິງຖືພາ ແລະ ເດັກນ້ອຍ 0-2 ປີ) ຂອງໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ (ລພຊ) ເຊິ່ງໄດ້ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 6-8 ເມສາ 2022 ຢູ່ທີ່ຫ້ອງການບ້ານລາວຫວ່າງ ກຸ່ມອາໂນ ເມືອງຫລາ ແຂວງອຸດົມໄຊ ໂດຍການເປັນປະທານຂອງ ທ່ານ ຫຸມພັນ ບຸບຜາຄຳ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງ-ເມືອງຫລາ, ເປັນກຽດເຂົ້າຮ່ວມຂອງ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ, ມີທ່ານຮອງພະແນກກະສິກຳແຂວງ, ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ຜູ້ປະສານງານໂຄງການຫລຸດຜ່ອນຄວາມທຸກຍາກ ແລະ ຂາດໂພສະນາການໃນເຂດຊົນນະບົດ (ລພຊ) ຂັ້ນແຂວງ-ຂັ້ນເມືອງ, ບໍລິສັດສະຕາໂທລະຄົມ, ພະນັກງານວິຊາການຈາກຂະແໜ່ງການທີ່ກ່ຽວຂ້ອງ, ເລຂາພັກບ້ານ-ເລຂາພັກກຸ່ມ, ຕະຫລອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມ.

ໃນພິທີໄດ້ຮັບຟັງການລາຍງານ ການເຄື່ອນໄຫວວຽກງານຂອງໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ຂາດໂພຊະນາການໃນເຂດຊົນນະບົດ ຫລື (ລພຊ) ແຂວງອຸດົມໄຊ ແລະ ມອບເງິນນະໂຍບາຍໃຫ້ແມ່ຍິງຖືພາ, ແມ່ຍິງມີລູກນ້ອຍອາຍຸບໍ່ເກີນ 2 ປີ ພາຍໃນບ້ານເປົ້າໝາຍຂອງໂຄງການ.

ໃນນີ້, ສຳລັບ ບ້ານລາວຫວ່າງ ກຸ່ມອາໂນ ເປັນບ້ານໜຶ່ງທີ່ໄດ້ຮັບການຊ່ວຍເຫລືອຈາກໂຄງການ ລພຊ , ພາຍໃນບ້ານມີຄົວເຮືອນທັງໝົດ 81 ຄົວເຮືອນ, ມີພົນລະເມືອງທັງໝົດ 567 ຄົນ ຍິງ 299 ຄົນ ມີກຸ່ມເປົ້າໝາຍທັງໝົດ 44 ຄົນ ຍິງ ຖືພາ 12 ຄົນ, ມີຜູ້ທີ່ໄດ້ຮັບຜົນປະໂຫຍດທັງໝົດ 42 ຄົນ ຍິງ 12 ຄົນ ໄດ້ຮັບເງິນຕົວຈິງ 20 ຄົນ ເພື່ອນຳເງິນໄປໃຊ້ຈ່າຍຊື້ອາຫານທີ່ມີໂພຊະນາການຕໍ່ຮ່າງກາຍໃນໄລຍະຖືພາ ແລະ ແມ່ຍິງມີລູກນ້ອຍ ໄດ້ກິນອາຫານຢ່າງໜ້ອຍ 4 ຫມວດ ໃນຫມວດອາຫານທີ່ແພດກຳນົດ ແລະ ໃຫ້ໃຊ້ຈ່າຍເປັນຄ່າເດີນທາງໄປກວດສຸຂະພາບ, ຝາກທ້ອງຕາມສະຖານທີ່ບໍລິການດ້ານສາທາລະນະສຸກຕ່າງໆ ເງິນນະໂຍບາຍແບບມີເງື່ອນໄຂແມ່ນໄດ້ເບີກຈ່າຍເປັນຮອບຄື:

2 ເດືອນຕໍ່ຄັ້ງ 1 ຂອງທຸກໆວັນທີ 26 ຂອງເດືອນທີ 2 ແມ່ຍິງຖືພາ ແລະ ແມ່ຍິງມີລູກນ້ອຍອາຍຸຕໍ່າກວ່າ 2 ປີ ໄດ້ຮັບແມ່ນປະຕິບັດຕາມເງື່ອນໄຂຂອງໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ຂາດໂພຊະນາການໃນເຂດຊົນນະບົດ ໂດຍຈະໄດ້ຮັບເງິນນະໂຍບາຍແບບມີເງື່ອນ ເດືອນລະ 180.000 ກີບ ຕໍ່ລູກ 1 ຄົນ ນັບແຕ່ມື້ຖືພາຈົນລູກຮອດອາຍຸ 2 ປີ ຖ້າຫາກມີລູກແຝດຈະໄດ້ຄູນຕາມຈຳນວນເງິນທີ່ໄດ້ຮັບໃນແຕ່ລະເດືອນຕາມເງື່ອນໄຂທີ່ໂຄງການໄດ້ກຳນົດໄວ້ ໂດຍຈ່າຍຜ່ານຕົວແທນຜູ້ໃຫ້ບໍລິການຢູມັນນີ (U-money ) ຂອງບໍລິສັດສະຕາໂທລະຄົມເປັນເງິນສົດໃນທຸກໆ 2 ເດືອນ ສຳລັບແຂວງອຸດົມໄຊ ມີເປົ້າໝາຍຜູ້ທີ່ໄດ້ຮັບເງິນນະໂຍບາຍ ຈາກໂຄງການດັ່ງກ່າວ ມີ 2 ເມືອງຄື: ເມືອງນາໝໍ້ 63 ບ້ານ ແລະ ເມືອງຫລາ 45 ບ້ານ ການຈັ້ດຕັ້ງປະຕິບັດຂອງໂຄງການແມ່ນເລີ່ມແຕ່ປີ 2020-2024 ໂອກາດດັ່ງກ່າວ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ພ້ອມໄດ້ຮຽກຮ້ອງຕໍ່ພໍ່ແມ່ປະຊາຊົນ ຜູ້ທີ່ໄດ້ຮັບຜົນປະໂຫຍດໃນຄັ້ງນີ້ ຈົ່ງນຳເອົາເງິນຊ່ວຍເຫຼືອດັ່ງກ່າວນີ້ນຳໄປໝູນໃຊ້ໃຫ້ເກີດປະໂຫຍດແກ້ເດັກນ້ອຍ ແລະ ແມ່ຍິງຖືພາ ໃນການເຂົ້າເຖິງໂຮງໝໍ ຫລື ສຸກສາລະນະສຸກ ແລະ ຊື້ອາຫານທີ່ມີໂພຊະນາການເພື່ອບຳລຸງເດັກນ້ອຍໃຫ້ໄດ້ຮັບໂພຊະນາການທີ່ດີ.

ແຫຼ່ງຂ່າວ: Media Laos

LEAVE A REPLY

Please enter your comment!
Please enter your name here