ກຽມສະຫຼອງວັນສ້າງຕັ້ງກົມກອງ ຄົບຮອບ 20 ປີ

0
1203

ກອງພັນໃຫຍ່ 201 ຫັດແອບສວນສະໜາມ ກຽມສະຫຼອງວັນສ້າງຕັ້ງກົມກອງ ຄົບຮອບ 20 ປີ

ເພື່ອຮັບປະກັນໃຫ້ແກ່ການສະເຫຼີມສະຫຼອງວັນສ້າງຕັ້ງ ກອງພັນໃຫຍ່ 201 ຄົບຮອບ 20 ປີ (9 ເມສາ 2002-9 ເມສາ 2022) ທີ່ຈະມາເຖິງ ໃຫ້ມີຄວາມເປັນເອກະພາບ, ເຂັ້ມແຂງ, ສວຍງາມທາງດ້ານ ກ້ອນກຳລັງສວນສະໜາມພາກສ່ວນບຸກຄົນ. ໃນວັນທີ 7 ເມສາ ຜ່ານມານີ້, ກອງພັນໃຫຍ່ 201 ທີ່ຂຶ້ນກັບກອງພົນທີ 2 ໄດ້ຈັດຕັ້ງຫັດແອບສວນສະໜາມປະສານກ້ອນກຳລັງ, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່, ພະແນກການ, ກອງພັນນ້ອຍ, ກອງຮ້ອຍເອກະລາດ, ໝວດ ທີ່ຂຶ້ນກັບ ພ້ອມດ້ວຍຄະນະຮັບຜິດຊອບຊີ້ນຳ, ອະນຸກຳມະການ, ພາກສ່ວນທີ່ກ່ຽວຂ້ອງ ແລະ ພະນັກງານ- ນັກຮົບທົ່ວກອງພັນໃຫຍ່ເຂົ້າຮ່ວມ. ສະຫາຍ ພັນຕີ ສຸບັນ ວັນນະເກດ ຫົວໜ້າຂະແໜງອົບຮົມ ໃຫ້ຮູ້ວ່າ:

ພາຍຫຼັງທີ່ໄດ້ຮັບການອະນຸມັດແຜນການຫັດແອບຈາກຂັ້ນເທິງແລ້ວ, ພວກເຮົາກໍໄດ້ຮີບຮ້ອນມອບໝາຍໜ້າທີ່ໃຫ້ບັນດາສະຫາຍພະນັກງານທີ່ຊ່ວຍວຽກຂະແໜງອົບຮົມ, ທັງຊີ້ນຳ ແລະ ຫ້າງຫາກະກຽມວຽກງານຮອບດ້ານ ເພື່ອກະກຽມຫັດແອບກ້ອນກຳລັງສວນສະໜາມ ນັບທັງລະບຽບບຸກຄົນ ກ້າວໄປເຖິງລະບຽບຮູບແຖວຕາມລຳດັບ ບາດກ້າວຂອງການຫັດແອບ, ສຳລັບການຫັດແອບສວນສະໜາມເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງພັນໃຫຍ່ 201 ຄົບຮອບ 20 ປີ ໃນຄັ້ງນີ້, ກົມກອງໄດ້ນຳໃຊ້ກຳລັງທັງໝົດ 630 ສະຫາຍ.

ເຊິ່ງໃນນັ້ນ, ມີກ້ອນກຳລັງພົນ 10 ກ້ອນ ຊຶ່ງປະກອບມີກ້ອນທຸງໄຊ, ກ້ອນພະນັກງານ 5 ອົງການ, ກ້ອນເຫຼົ່າຮົບເສນາຮັກ, ກ້ອນເຫຼົ່າຮົບຊ່າງແສງ, ກ້ອນເຫຼົ່າຮົບສື່ສານ, ກ້ອນເຫຼົ່າຮົບສືບຂ່າວ, ກ້ອນສະຫະພັນແມ່ຍິງ, ກ້ອນກອງພັນນ້ອຍທະຫານຮາບທີ 3, ກ້ອນກອງພັນນ້ອຍທະຫານຮາບ 613, ກ້ອນກອງພັນນ້ອຍທະຫານຮາບ 404.

ແຫຼ່ງຂ່າວ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here