ທາບທາມການປັບປຸງກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ

0
1024

ທາບທາມການປັບປຸງກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ

(ສພຊ) ເພື່ອຮັບປະກັນໃຫ້ແກ່ການປັບປຸງກົດໝາຍວ່າດ້ວຍ ການແກ້ໄຂຄໍາຮ້ອງທຸກ ໄດ້ດໍາເນີນໄປຕາມຂັ້ນຕອນຂອງການປັບປຸງກົດໝາຍ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ການສ້າງນິຕິກໍາ, ພ້ອມທັງຮັບປະກັນໃຫ້ເນື້ອໃນຂອງກົດໝາຍມີຄວາມຄົບຖ້ວນ, ສົມບູນ ແລະ ສອດຄ່ອງກັບແນວທາງ-ນະໂຍບາຍຂອງພັກ-ລັດ ໃນການຄຸ້ມຄອງເສດຖະກິດ-ສັງຄົມ ຕາມກົດໝາຍ ແລະ ສອດຄ່ອງກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງບັນດາອົງການລັດ ທີ່ຮັບຜິດຊອບໃນການຮັບ ແລະ ແກ້ໄຂຄໍາຮ້ອງທຸກ ຕາມເນື້ອໃນຈິດໃຈ ມະຕິຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ວ່າດ້ວຍການຄຸ້ມຄອງລັດ ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ສະບັບເລກທີ 037/ຄບສພ, ລົງວັນທີ 18 ມິຖຸນາ 2018 ແລະ ມະຕິກົມການເມືອງສູນກາງພັກ ວ່າດ້ວຍການຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນການຍຸຕິທໍາ ສະບັບເລກທີ 112/ກມສພ, ລົງວັນທີ 02 ມິຖຸນາ 2020 ແລະ ເພື່ອຮັບປະກັນໃຫ້ການຄົ້ນຄວ້າເນື້ອໃນການປັບປຸງກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ, ການຈັດຕັ້ງການທາບທາມປະກອບຄໍາເຫັນຢ່າງກວ້າງຂວາງ ແລະ ທັນຕາມກໍານົດເວລາ ຕາມແຜນການທີ່ໄດ້ກໍານົດໄວ້.

ໃນລະຫວ່າງວັນທີ 8-9 ເມສາຜ່ານມາ, ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງຈໍາປາສັກ ໄດ້ມີກອງປະຊຸມປັບປຸງກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ສະບັບປັບປຸງ ຄັ້ງທີ 4 ໂດຍການເປັນປະທານຂອງທ່ານ ສີສູນທອນ ສ.ຜາບມີໄຊຍ໌ ຮອງປະທານກຳມາທິການຍຸຕິທຳ, ມີບັນດາທ່ານຕາງໜ້າຈາກກຳມາທິການກົດໝາຍ, ກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສະພາແຫ່ງຊາດ, ຫ້ອງວ່າການສໍານັກງານປະທານປະເທດ, ກະຊວງຍຸຕິທໍາ, ອົງການກວດກາແຫ່ງລັດ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ສູນກາງຊາວໜຸ່ມ, ສູນກາງກໍາມະບານລາວ, ສະຫະພັນນັກຮົບເກົ່າ, ສານປະຊາຊົນພາກໃຕ້, ອົງການໄອຍະການປະຊາຊົນພາກໃຕ້; ບັນດາທ່ານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ ແຂວງຈໍາປາສັກ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື ເຂົ້າຮ່ວມ.

ໂອກາດນີ້, ທ່ານ ສີສູນທອນ ສ.ຜາບມີໄຊຍ໌ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມທາບທາມຄວາມເຫັນ ການປັບປຸງກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ຢູ່ແຂວງຈໍາປາສັກ ເທື່ອນີ້ ແມ່ນເປັນກອງປະຊຸມ ຄັ້ງທີ 4 ທີ່ຄະນະຮັບຜິດຊອບ ໄດ້ດຳເນີນຜ່ານມາ, ກອງປະຊຸມຄັ້ງນີ້ ໄດ້ຮັບການເຂົ້າຮ່ວມຈາກຫລາຍພາກສ່ວນ ເຊິ່ງຈະໄດ້ຮັບການປະກອບຄໍາເຫັນຢ່າງກວ້າງຂວາງ ແລະ ເລິກເຊິ່ງພໍສົມຄວນ; ກອງປະຊຸມ ຈະໄດ້ສຸມໃສ່ຄົ້ນຄວ້າ ແລະ ປຶກສາຫາລື ກ່ຽວກັບການປັບປຸງກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ໃຫ້ມີຄວາມເປັນເອກະພາບ, ຕໍ່ບາງເນື້ອໃນ ໃຫ້ມີຄວາມຈະແຈ້ງ, ຮັດກຸມ ຖືກຕ້ອງ, ສອດຄ່ອງກັບກົດໝາຍທີ່ກ່ຽວຂ້ອງ ແລະ ແທດເໝາະກັບສະພາບຕົວຈິງ, ຮັບປະກັນໃຫ້ ການກໍານົດ ພາລະບົດບາດ, ສິດ ແລະ ໜ້າທີ່ຂອງບັນດາອົງການທີ່ຮັບຜິດຊອບ ໃນການແກ້ໄຂຄໍາຮ້ອງທຸກ ໃຫ້ມີຄວາມສອດຄ່ອງ, ກົມກຽວກັນ ແນໃສ່ເຮັດໃຫ້ການປະຕິບັດ ລັດຖະທໍາມະນູນ ແລະ ກົດໝາຍ ມີຜົນສັກສິດ, ໂປ່ງໃສ ແລະ ຍຸຕິທໍາ.

ກອງປະຊຸມດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກແຜນງານເຊກາ (CEGA).

(ພາບ ແລະ ຂ່າວ: ນາງ ອານິຕາ ມ່ວນສະຫວັດ)

LEAVE A REPLY

Please enter your comment!
Please enter your name here