ການສະກັດຈັບຜູ້ຂົນສົ່ງຢາເສບຕິດ ຂອງ ປກສ ເມືອງຫົງສາ ຢຶດໄດ້ທັງໄອສ໌ ແລະ ຢາບ້າ.

0
852

ຕາມການລາຍງານ ຂອງຄວາມສະຫງົບ ໃຫ້ຮູ້ວ່າ: ພັທ ທອງໄຫຼ ເພັດດາວົງ ຫົວໜ້າ ປກສ ເມືອງຫົງສາ ແຂວງໄຊຍະບູລີ ຖະແຫຼງກ່ຽວກັບປະຕິບັດການສະກັດລົດຂົນສົ່ງຢາເສບຕິດ ໃນລະຫວ່າງ ວັນທີ 11 ແລະ 12 ເມສາ 2022 ຂອງເຈົ້າໜ້າທີ່ ປກສ ເມືອງຫົງສາ ສາມາດຢຶດລົດໃຫຍ່ໄດ້ 2 ຄັນ, ຜູ້ຕ້ອງຫາ 1 ຄົນ, ລວມຂອງກາງຢາບ້າ 952 ກິໂລກຼາ, ໄອສ 534 ກິໂລກຼາມ. ພັທ ທອງໄຫຼ ເພັດດາວົງ ກ່າວວ່າ: ໃນວັນທີ 11 ເມສາ 2022, ເຈົ້າໜ້າທີ່ໄດ້ຮັບລາຍງານຈາກພົນລະເມືອງດີວ່າ ຈະມີກຸ່ມຄົນຈຳນວນໜຶ່ງເຄື່ອນຍ້າຍຂົນສົ່ງຢາເສບຕິດຜ່ານ ເມືອງຫົງສາ, ປກສ ເມືອງຈິ່ງໄດ້ຈັດຕັ້ງກຳລັງ ແລະ ວາງແຜນການເພື່ອສະກັດຈັບລົດເປົ້າໝາຍ.

ພໍຮອດເວລາ 12 ໂມງຂອງວັນດຽວກັນ ເຈົ້າໜ້າທີ່ກໍພົບເຫັນລົດເປົ້າໝາຍ 1 ຄັນ ຈິ່ງເຂົ້າສະກັດລົດຄັນດັ່ງກ່າວ ເປັນລົດວີໂກ້ແຊັມ ໝາຍເລກທະບຽນ ກວ ກຳແພງນະຄອນ 5869 ແລະ ໄດ້ຈັບຕົວຜູ້ຂັບຂີ່ທັນທີ ພ້ອມກວດຄົ້ນພາຍໃນລົດ ພົບເຫັນຢາບ້າ 1.690 ມັດ ເທົ່າກັບ 380 ກິໂລກຼາມ, ຢາໄອສ໌ 531 ຫໍ່ ເທົ່າກັບ 534 ກິໂລກຼາມ, ຢຶດໂທລະສັບມືຖື 2 ເຄື່ອງ ແລະ ນຳຕົວຜູ້ຖືຫາມາດຳເນີນການສືບສວນ-ສອບສວນ. ຜ່ານການສອບສວນ ຈິ່ງຮູ້ວ່າ:

ຜູ້ຖືກຫາ ຊື່ທ້າວ ສີແພງ ລີຢົງວ່າງ ອາຊີບພະນັກງານ ຢູ່ບ້ານແດນກາງ ເມືອງລອງ ແຂວງຫຼວງນໍ້າທາ ແລະ ຜູ້ກ່ຽວສາລະພາບວ່າ: ໄດ້ຮ່ວມກັບພັກພວກຂົນສົ່ງຢາເສບຕິດໃນຄັ້ງນີ້.

ຈາກຄຳໃຫ້ການຂອງຜູ້ຖືກຫາ, ເຈົ້າໜ້າທີ່ຈິ່ງໄດ້ຈັດວາງກຳລັງອອກຊອກໄລ່ຈັບຜູ້ຮ່ວມຂະບວນການທັນທີ ຈົນຮອດເວລາ 11 ໂມງ ຂອງວັນທີ 12 ເມສາ 2022 ເຈົ້າໜ້າທີ່ກໍພົບເຫັນລົດກະບະຣີໂວ້ ບໍ່ມີລົດເລກທະບຽນຈອດຖິ້ມໄວ້ແຄມທາງເຂດບ້ານພູແລ້ງກາງ ເມືອງຫົງສາ, ເຈົ້າໜ້າທີ່ເຂົ້າກວດຄົນບໍລິເວນໃກ້ຄຽງພົບຮ່ອງຮອຍຂອງກຸ່ມຄົນຈຳນວນໜຶ່ງຫຼົບໜີເຂົ້າປ່າ ແລະ ພົບເຫັນຢາບ້າຈຳນວນ 21 ເປົາ ນໍ້າໜັກ 572 ກິໂລກຼາມ ແລະ ກົດລົດພົບເຫັນຮ່ອງຮອຍການແກະປ້າຍທະບຽນອອກ ເຈົ້າໜ້າທີ່ຈິ່ງກວດຄົ້ນບໍເວນໃກ້ຄຽງອີກຄັ້ງກໍພົບເຫັນ ປ້າຍທະບຽນລົດ ກລ ກຳແພງນະຄອນ 6328, ເຈົ້າໜ້າທີ່ຈິ່ງນຳເອົາຢາບ້າ ແລະ ລົດ ມາກອງບັນຊາການ ປກສ ເມືອງເພື່ອສືບຕໍ່ສືບສວນ-ສອບສວນຂະຫຍາຍຜົນ.

ຫົວໜ້າ ປກສ ເມືອງຫົງສາ ຍັງໃຫ້ຮູ້ອີກວ່າ: ນີ້ກໍແມ່ນອີກໜຶ່ງຜົນງານຂອງ ປກສ ເມືອງຫົງສາ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດແກ້ໄຂຢາເສບຕິດ ເຊິ່ງຂອງກາງທີ່ຢຶດໄດ້ໃນຄັ້ງນີ້ ລວມມີຂອງກາງຢາບ້າ 952 ກິໂລກຼາ, ໄອສ 534 ກິໂລກຼາມ, ລົດໃຫຍ່ 2 ຄັນ, ຜູ້ຖືກຫາ 1 ຄົ ແລະ ໂທລະສັບມືຖື 2 ເຄື່ອງ ແລະ ເຈົ້າທີ່ກຳລັງເລັ່ງສືບສວນ-ສອບສວນເພື່ອນຳຈັບຜູ້ຮ່ວມຂະບວນການທັງຫມົດມາລົງໂທດຕາມກົດໝາຍ.

LEAVE A REPLY

Please enter your comment!
Please enter your name here