ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ ມອບລາຍຮັບທັງໝົດໃຫ້ລັດຖະບານລາວ ກວ່າ 40,84 ລ້ານໂດລາສະຫະລັດ ໃນປີ 2021
20 ເມສາ 2022 – LXML ມອບເງິນ ຈຳນວນ 5.582.907,81 ໂດລາສະຫະລັດ ສຳລັບຄ່າຊັບພະຍາກອນແຮ່ທາດ ໄຕຼມາດທີ 4 ປີ 2021 ຈາກ ການຜະລິດ-ຈຳໜ່າຍໂລຫະຄຳ ແລະ ທອງ (ລວມທັງໝົດກວ່າ 17,24 ລ້ານໂດລາສະຫະລັດ ໃນປີ 2021), ຊຶ່ງລວມຍອດລາຍຮັບມອບໃຫ້ແກ່ລັດຖະບານ ສປປ ລາວ ໃນສົກປີ 2021 (ລວມທັງອາກອນຕ່າງໆ ແລະ ຄ່າຊັບພະຍາກອນແຮ່ທາດ) ກວ່າ 40,84 ລ້ານໂດລາສະຫະລັດ.
![](https://tholakhong.com/wp-content/uploads/2022/04/ານຍສບລ.png)
ທ່ານ ພຸດທະສິນ ເຮືອງທະວົງ, ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ, ກະຊວງການເງິນ (ຂວາ) ໄດ້ຮັບ ຄ່າຊັບພະຍາກອນແຮ່ທາດ ຈາກ ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ ບໍ່ຄຳ-ທອງເຊໂປນ (ລຊມລ) ໂດຍການເປັນສັກຂີພິຍານຂອງ ຫົວໜ້າພະແນກຂອງກະຊວງການເງິນ ທ່ານ ວົງພະສິດ ສີລາວົງ, ໜ່ວຍງານຄຸ້ມຄອງຊັບພະຍາກອນ ທ່ານນາງ ມີນາລັດ ພັດມະນີຈັນ ແລະ ວິຊາການພະແນກ ທ່ານ ສຸກສັນ ວັນນະລາດ, ຫົວໜ້າພົວພັນພາຍນອກ ຂອງ ລຊມລ ທ່ານນາງ ດາວມະນີ ຈັນພະແກ້ວ ແລະ ຮອງຫົວໜ້າພົວພັນພາຍນອກ ທ່ານນາງ ປານີ ສີວົງຄຳຈັນ ກໍ່ໄດ້ເຂົ້າຮ່ວມ.
ນັບເປັນນິມິດໝາຍທີ່ດີ ທີ່ທາງຂັ້ນສູນກາງໄດ້ເລີ່ມຕົ້ນມີການກະຈາຍລາຍຮັບລົງສູ່ທ້ອງຖິ່ນ ຊຶ່ງທາງກົມຄຸ້ມຄອງຊັບສິນແຫ່ງລັດ ກໍ່ໄດ້ໃຫ້ຊາບວ່າ ລາຍຮັບຈາກຄ່າຊັບພະຍາກອນແຮ່ທາດໃນສົກປີ 2021 ແມ່ນໄດ້ຖືກແບ່ງປັນລົງສູ່ແຂວງສະຫວັນນະເຂດປະມານ 7,5 ລ້ານໂດລາສະຫະລັດ ຊຶ່ງໄດ້ກາຍເປັນຄວາມພາກພູມໃຈຂອງຜູ້ພັດທະນາກໍ່ຄືບໍລິສັດ ລຊມລ ແລະ ແຂວງສະຫວັນນະເຂດກໍ່ຄືແຂວງເຈົ້າພາບ.
ນັບຕັ້ງແຕ່ເລີ່ມມີການຂຸດຄົ້ນ-ປຸງແຕ່ງ-ຜະລິດຄຳ-ທອງ ມາແຕ່ປີ 2003 ເປັນຕົ້ນມາ, ທາງບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ບໍ່ຄຳ-ທອງເຊໂປນ ໄດ້ປະກອບສ່ວນພັນທະຂອງຕົນທີ່ເປັນ ລາຍຮັບໂດຍກົງໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ເປັນເງິນທັງໝົດ ຫຼາຍກວ່າ 1,6 ຕື້ໂດລາສະຫະລັດ ລວມທັງ ຄ່າຊັບພະຍາກອນແຮ່ທາດທັງໝົດຫຼາຍກ່ວາ 383 ລ້ານໂດລາສະຫະລັດ.