ຍັງພົບການລັກໃຊ້ກະແສໄຟຟ້າ ແລະ ດັດແປງໝໍ້ນັບໄຟຢ່າງຕໍ່ເນື່ອງ

0
866

ການລັກໃຊ້ກະແສໄຟຟ້າ ແລະ ດັດແປງໝໍ້ນັບໄຟ ເປັນໜຶ່ງໃນສາເຫດຂອງພະລັງງານຕົກເຫ່ຍນອກເຕັກນິກ ແລະ ເປັນປະ ກົດການຫຍໍ້ທໍ້ທີ່ກໍ່ໃຫ້ເກີດຄວາມເສຍຫາຍທາງຊັບສິນຂອງລັດວິ ສາຫະກິດໄຟຟ້າລາວ ກໍຄື ຊັບສິນຂອງລັດ. ຈາກການຕິດຕາມກວດກາຂອງລັດວິສາຫະກິດໄຟຟ້າລາວ ສາມາດພົບເຫັນການລັກກະແສໄຟຟ້າຫລາຍຮູບແບບ.

ໜຶ່ງໃນນັ້ນ ແມ່ນຜູ້ຊົມໃຊ້ໄຟຟ້າຮ່ວມ ມືກັບກຸ່ມຄົນບໍ່ດີດັດແປງໝໍ້ນັບໄຟ ເຮັດໃຫ້ການເຮັດວຽກຜິດປົກ ກະຕິ ແລະ ບໍ່ຖືກຕາມຕະຖານເຕັກນິກຂອງລັດວິສາຫະກິດໄຟ ຟ້າລາວ.

ນັບແຕ່ປີ 2021 ຫາ ຕົ້ນປີ 2022 ນີ້, ທົ່ວປະເທດ ກວດພົບການລັກໃຊ້ກະແສໄຟຟ້າ ແລະ ດັດແປງໝໍ້ນັບໄຟທັງໝົດ 31 ກໍລະ ນີ, ຄິດໄລ່ພະລັງງານຄືນຫລັງຫລາຍກວ່າ 9,6 ລ້ານ ກິໂລວັດໂມງ, ມູນຄ່າເສຍຫາຍຫລາຍກວ່າ 19,3 ຕື້ກີບ. ທ່ານ ຈັນສົມ ພິລາລົມ, ຫົວໜ້າຝ່າຍກວດກາ, ລັດວິສາຫະກິດໄຟຟ້າລາວ ໃຫ້ສໍາພາດຕໍ່ນັກຂ່າວໂທລະພາບແຫ່ງຊາດລາວເມື່ອບໍ່ດົນມານີ້ວ່າ:

ໃນຈໍານວນພະລັງານໄຟຟ້າທີ່ເສຍໄປ ສາມາດເກັບກູ້ຄືນໄດ້ 4,9 ລ້ານກິໂລວັດໂມງ, ພ້ອມນີ້ສາມາດເກັບກູ້ເງິນຄືນໄດ້ 5,6 ຕື້ກີບ ແລະ ຍັງຄ້າງຢູ່ 13,6 ຕື້ກີບ ທີ່ຍັງດໍາເນີນຄະດີຢູ່, ຖ້າຫາກລູກຄ້າທີ່ກະທໍາຜິດຍອມຈ່າຍຈະໄດ້ຜ່ອນໂທດຈາກໜັກໃຫ້ເປັນເບົາ ແຕ່ຖ້າບໍ່ຍອມຈ່າຍຄືນຈະໄດ້ຟ້ອງສານຕາມລະບຽບກົດໝາຍທີ່ ກໍານົດໄວ້. ຜົນເສຍຫາຍຢ່າງຫລວງຫຼາຍຈາກພະລັງງານຕົກເຮ່ຍນອກລະບົບເຕັກນິກ ທີ່ເກີດຈາກການລັກໃຊ້ກະແສໄຟຟ້າ ເຮັດໃຫ້ການຫລຸດຜ່ອນຕົວເລກພະລັງງານຕົກເຮ່ຍ ຍ້ອນຜູ້ຊົມໃຊ້ໄຟຟ້າສົມຮູ້ຮ່ວມຄິດກັບກຸ່ມຄົນບໍ່ດີ, ລວມເຖີງເຈົ້າໜ້າທີ່ໄຟຟ້າລັກໃຊ້ກະແສໄຟຟ້າ ແລະ ດັດແປງໝໍ້ນັບໄຟ ໄດ້ກາຍເປັນໜຶ່ງໃນຫລາຍຄາດໝາຍສູ້ຊົນທີ່ລັດວິສາຫະກິດໄຟຟ້າລາວ ຕ້ອງໄດ້ເອົາໃຈໃສ່ຕິດຕາມກວດກາແກ້ໄຂ ແລະ ມີມາດຕະການລົງໂທດຕໍ່ຜູ້ກະທໍາຜິດຢ່າງເຂັ້ມງວດ ແລະ ເດັດຂາດ.

ເຊີ່ງໃນໄຕມາດທີ 1 ຂອງປີ 2022 ນີ້, ລັດວິສາຫະກິດໄຟຟ້າລາວ ໄດ້ປະ ຕິບັດວິໄນດ້ວຍການປົດປ່ອຍພະ ນັກງານໄຟຟ້າທີ່ກະທໍາຜິດກ່ຽວ ກັບການລັກໃຊ້ກະແສໄຟຟ້າອອກຈາກການເປັນພະນັກງານຂອງຕົນແລ້ວ 5 ກໍລະນີ, ໃນນີ້ 2 ກໍລະນິຢູ່ນະຄອນຫລວງວຽງຈັນ ແລະ 3 ກໍລະນີ ແມ່ນຢູ່ຕ່າງແຂວງ.

ຫົວໜ້າຝ່າຍກວດກາ, ລັດວິສາ ຫະກິດໄຟຟ້າລາວ ຢືນຢັນວ່າ: ປັດຈຸບັນ ຖ້າມີພະນັກງານໄຟຟ້າຄົນໃດມີສ່ວນໃນການລັກໃຊ້ກະແສໄຟຟ້າ ແລະ ດັດແປງໝໍ້ນັບໄຟ ຖ້າຜ່ານການສອບສວນຢ່າງລະອຽດວ່າກະທໍາຜິດແທ້ ແມ່ນຈະຖືກໄລ່ອອກທັນທີໂດຍບໍ່ມີການກ່າວຕັກເຕືອນ, ຂຽນໃບສໍາຫລວດ, ປົດຊັ້ນ ຫລື ປົດຕໍາແໜ່ງຄືເມື່ອກ່ອນ. ນອກຈາກນີ້ ເມື່ອຖືກໄລ່ອອກແລ້ວ ຈະບໍ່ໄດ້ຮັບນະໂຍບາຍໃດໆ ຈາກລັດວິສາຫະກິດໄຟຟ້າລາວ. ໃນໄລຍະຜ່ານມາ ເມື່ອພົບເຫັນການລັກໃຊ້ກະແສໄຟຟ້າ ແລະ ດັດ ແປງໝໍ້ນັບໄຟ, ລັດວິສາຫະກິດໄຟຟ້າລາວ ໄດ້ຢຸດການໃຊ້ກະແສໄຟຟ້າຊົ່ວຄາວ ພ້ອມທັງດໍາເນີນການໄກ່ເກ່ຍທາງແພ່ງດ້ວຍການປັບໄໝ ເຊີ່ງສ່ວນໃຫຍ່ສິ້ນສຸດເມື່ອຜູ້ກະທໍາຜິດຍອມຈ່າຍຄ່າປັບໄໝ ແຕ່ວິທີການດັ່ງກ່າວບໍ່ສາມາດນໍາເອົາຜູ້ມີສ່ວນຮ່ວມກະທໍາຜິດມາດໍາເນີນຄະດີຕາມລະບຽບກົດໝາຍ ຈິ່ງເຮັດໃຫ້ການລັກໃຊ້ກະແສໄຟຟ້າ ແລະ ດັດແປງໝໍ້ນັບໄຟ ປະກົດໃຫ້ເຫັນຢ່າງຕໍ່ ເນື່ອງ ແລະ ກາຍເປັນປະກົດການຫຍໍ້ທໍ້ທີ່ສ້າງຄວາມເສຍຫາຍໃຫ້ແກ່ລັດວິສາຫະກິດໄຟຟ້າລາວ ກໍຄື ລັດຖະບານ ທັງກົດໝ່ວງຖ່ວງດຶງການພັດທະນາປະ ເທດຊາດ ຈິ່ງຈໍາເປັນຕ້ອງໄດ້ຫາວິທີແກ້ໄຂໃຫ້ໄດ້ຢ່າງເດັດຂາດ.

ແຫຼ່ງຂ່າວ: Lao National Radio

LEAVE A REPLY

Please enter your comment!
Please enter your name here