ລມ​ຕ ກະຊວງການເງິນ ເຄື່ອນໄຫວຊຸກວຽກການເງິນ ຕ້ານການຮົ່ວໄຫຼລາຍຮັບ

0
820

ລມ​ຕ ກະຊວງການເງິນ ເຄື່ອນໄຫວຊຸກວຽກການເງິນ ຕ້ານການຮົ່ວໄຫຼລາຍຮັບຢູ່ແຂວງຊຽງຂວາງ ໃນຫວ່າງບໍ່ດົນມານີ້, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ, ໂດຍການຕ້ອນຮັບຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເຈົ້າແຂວງຊຽງຂວາງ, ຄະນະພະແນກການເງິນ, ຫົວໜ້າຫ້ອງການ-ການເງິນ, ພະນັກງານ – ລັດຖະກອນຂະແໜງການເງິນເຂົ້າຮ່ວມ.

ໂອກາດນີ້, ທ່ານລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາຂອງຂະແໜງການເງິນແຂວງຊຽງຂວາງ ຈາກທ່ານ ຄຳພູມີ ບົວລະພີມ ຫົວໜ້າພະແນກການເງິນແຂວງຊຽງຂວາງ ຊຶ່ງໄດ້ຍົກໃຫ້ເຫັນການເຄື່ອນໄຫວວຽກງານການຈັດຕັ້ງປະຕິບັດວາລະແຫ່ງຊາດໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ຕິດພັນກັບຄຳສັ່ງເລກທີ 18/ນຍ ວ່າດ້ວຍ ການຕ້ານການຮົ່ວໄຫຼລາຍຮັບທຸກຮູບແບບ, ການແກ້ໄຂພາຫະນະທີ່ນຳເຂົ້າທີ່ບໍ່ຖືກຕ້ອງ, ການຕິດຕັ້ງຊິງຊັ່ງທີ່ທັນສະໄໝຢູ່ດ່ານສາກົນນ້ຳກັ່ນ (ສ້າງແລ້ວ, ແຕ່ຍັງເປີດນຳໃຊ້ບໍ່ໄດ້ເພາະເຄື່ອງປະກອບຍັງບໍ່ຄົບ), ຄາດຄະເນລາຍຮັບງົບປະມານທັງໝົດ 148,93 ຕື້ກີບ, ຄາດຄະເນລາຍຈ່າຍງົບປະມານທັງໝົດ 424,21 ຕື້ກີບ (ບໍ່ມີລາຍຈ່າຍພາກລົງທຶນ).

ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ເນັ້ນໃຫ້ການ​ເງິນ​ແຂວງເອົາໃຈໃສ່ໃນການຄຸ້ມຄອງການຈັດເກັບລາຍຮັບ, ຊິງຊັ່ງ, ແຮ່ທາດ ຫັນໄປສູ່ຄວາມທັນສະໄໝ ໂດຍນຳໃຊ້ເຄື່ອງເອເລັກໂຕຣນິກເປັນຕົ້ນແມ່ນຊິງຊັ່ງຢູ່ດ່ານສາກົນນ້ຳກັ່ນ, ເພື່ອສະດວກໃນການກວດກາຕິດຕາມ ແລະ ຕ້ານການຮົ່ວໄຫຼລາຍຮັບ, ກວດກາເກັບອາກອນທີ່ດິນ, ແຮງງານ, ສິ່ງແວດລ້ອມໃຫ້ມີຄຸນນະພາບ, ປັບປຸງບຸກຄະລາກອນ, ປະເມີນຜົນພະນັກງານ, ຝຶກອົບຮົມວຽກງານອຸປະກອນຮັບໃຊ້, ກວດກາຄືນລົດປະຈຳຕຳແໜ່ງ ແລະ ບັນຫາອື່ນໆ.

ຂໍ້ມູນຂ່າວ-ພາບ: ກະ​ຊວງ​ການ​ເງິນ

LEAVE A REPLY

Please enter your comment!
Please enter your name here