ພົບຢາບ້າ 457 ມັດ ສ່ວນເຮືອເປົ້າໝາຍແມ່ນປົບໜີ

0
878

ພິທີມອບ-ຮັບຢາເສບຕິດ(ຢາບ້າ)457ມັດ ລະຫວ່າງກອງບັນຊາການທະຫານແຂວງ ແລະ ກອງບັນຊາການ ປກສ ແຂວງສະຫວັນນະເຂດ.

ທາງເຈົ້າໜ້າທີ່ທະຫານຊາຍແດນກອງຮ້ອຍ 326 ຍຶດໄດ້ ໃນເວລາ 18:00 ໂມງ ຂອງວັນທີ 24 ພຶດສະພາ ທີ່ຜ່ານມາ ໃນຂະນະທີ່ກຳລັງປະຕີບັດກວດກາລາດຕະເວນຕາມຊາຍແດນແມ່ນໍ້າຂອງຢູ່ຂອບເຂດບ້ານຜາອຸດົມ ແລະ ຈຸດກົງພະນັງ ບ້ານ ໜອງບົວທ່າ ເມືອງສອງຄອນແຂວງສະຫວັນນະເຂດ ເຊິ່ງໄດ້ພົບເຮືອຫາງຍາວກຳລັງແລ່ນອອກຈາກຖໍ້າດອນເຕົ່າ ແລ່ນມາທາງດອນຂີ້ເຮ່ຍເທິງປາກຫ້ວຍກົງພະນັງ ແຕ່ເຮືອດັ່ງກ່າວກໍໄດ້ປົບໜີໄປທາງປະເທດໄທ ຈາກນັ້ນເຈົ້າໜ້າທີ່ຈິ່ວງໄດ້ກວດຄົ້ນຈຸດດັ່ງກ່າວກໍໄດ້ພົບຢາເສບຕິດ 5 ກະສອບ ຈາກນັ້ນກໍໄດ້ນຳໄປມອບໃຫ້ເຈົ້າໜ້າທີ່ວິຊາສະເພາະເພື່ອຈະໄດ້ດຳເນີນຄະດີຕໍ່ໄປ.

LEAVE A REPLY

Please enter your comment!
Please enter your name here