ຄຶກຄື້ນ! ສະຫຼອງວັນປະກາດສ້າງຕັ້ງນະຄອນປາກເຊຄົບຮອບ 4 ປີ ພ້ອມທັງສົມໂພດຫໍຫຼັກເມືອງ

0
1131

ແຂວງຈຳປາສັກ ໄດ້ຈັດພິທີສະເຫຼີມສະຫຼອງວັນປະກາດສ້າງຕັ້ງ ນະຄອນປາກເຊ ຄົບຮອບ 4 ປີ (31 ພຶດສະພາ 2018 -31 ພຶດສະພາ 2022), ພ້ອມທັງສົມໂພດຫໍຫຼັກເມືອງ ແລະ ພິທີອະພິເສກພຣະ ອາຈານ ມະຫາ ສຸວັນ ຈັນທະຣາຊ ປະທານ ອພສ ແຂວງຈຳປາສັກ ໃນວັນທີ 31 ພຶດສະພາ ຜ່ານມາ ໂດຍມີພຣະອາຈານມະຫາ ບຸນມາ ສີມມາພົມ ປະທານສູນກາງອົງການພຸດທະສາສະໜາສຳພັນລາວ, ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈຳປາສັກ,ທ່ານ ນາງ ອິນລະວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນປາກເຊ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງນະຄອນປາກເຊ (ເມືອງປາກເຊ) ຍົກໃຫ້ເຫັນຄວາມເກັ່ງກ້າອາດຫານ,ສະຫລາດສ່ອງໃສຂອງການນຳພັກ-ລັດ ແລະ ບັນພະບູລຸດແຕ່ລະຮຸ່ນຄົນ ຕະຫລອດຮອດປະຊາຊົນບັນດາເຜົ່າ ທີ່ເອົາໃຈໃສ່ສ້າງສາພັດທະນາເມືອງປາກເຊ ໃຫ້ກ້າວຂຶ້ນ ຢ່າງບໍ່ຢຸດຢັ້ງ. ພ້ອມນີ້, ຍັງຍົກໃຫ້ເຫັນເຖິງປະຫວັດມູນເຊື້ອວັດຫລວງປາກເຊ ແລະ ການກໍ່ສ້າງຫໍຫລັກເມືອງປາກເຊ ເຊິ່ງການກໍ່ສ້າງຫໍຫລັກເມືອງ ແມ່ນຕິດພັນກັບຮີດຄອງປະເພນີຂອງທ້ອງຖິ່ນ, ຄວາມໝາຍສຳຄັນຂອງ ຫລັກບ້ານ-ຫລັກເມືອງ ແມ່ນສັນຍາລັກຄວາມໝັ້ນຄົງຖາວອນ ແລະ ຄວາມຢູ່ເຢັນເປັນສຸກຂອງບ້ານເມືອງ, ທັງແມ່ນສັນຍາລັກ ແຫ່ງຄວາມສາ ມັກຄີປອງດອງ ເປັນອັນໜຶ່ງອັນດຽວຂອງຊາວເມືອງທຸກຊົນຊາດຊົນເຜົ່າ.

ໂດຍເຫັນໄດ້ຄວາມສຳຄັນທາງປະຫວັດສາດ ໃນການສ້າງຕັ້ງບ້ານ-ສ້າງຕັ້ງເມືອງ, ໃນ ປີ 2013 ທ່ານ ເຈົ້າແຂວງຈຳປາສັກ ໄດ້ອອກຂໍ້ຕົກລົງວ່າດ້ວຍການອະນຸມັດ ສຶກສາ, ຄົ້ນຄວ້າ, ສຳຫລວດ-ອອກແບບໂຄງການຫໍຫລັກເມືອງປາກເຊ ແລະ ໄດ້ຮັບຮອງເອົາແບບໂຄງການກໍ່ສ້າງຫໍຫລັກເມືອງປາກເຊ ຕາມຂໍ້ຕົກລົງ ເລກທີ 179/ຈຂ.ຈສ, ລົງວັນທີ 6 ກຸມພາ 2015. ຈາກນັ້ນ, ໃນວັນທີ 29 ພຶດສະພາ 2015 ໂຄງການກໍ່ສ້າງຫໍຫລັກເມືອງປາກເຊ ໄດ້ເລີ່ມການກໍ່ສ້າງ ແລະ ວາງສີລາລຶກ ຢ່າງເປັນທາງການ ທີ່ບ້ານຫລັກເມືອງ, ນະຄອນປາກເຊ (ໜ້າວັດຫລວງປາກເຊ), ຮອດວັນທີ 22 ມັງກອນ 2022 ໂຄງການດັ່ງ ກ່າວໄດ້ສຳເລັດການກໍ່ສ້າງ (ໂດຍການຮັບເໝົາກໍ່ສ້າງຂອງບໍລິສັດ 3S ພັດທະນາ ຈຳກັດຜູ້ດຽວ) ແລະ ວັນທີ 29 ພຶດສະພາ 2022 ກໍໄດ້ມີພິທີອັງເຊີນເອົາ “ເສົາສຸວັນນະມະນີສີລາຈາລຶກ” ແລະ ພຣະພຸດທະຮູບຄູ່ບາລະມີ 4 ອົງ ເຂົ້າສະຖິດໃນຫໍຫລັກເມືອງ ເປັນທີ່ຮຽບຮ້ອຍ ແລະ ເລີ່ມບັນຈຸວັດຖຸມຸງຄຸນຕ່າງໆເຂົ້າໃສ່.

ໃນພິທີ ໄດ້ມີການຕັກບາດ ຖວາຍສັງຄະທານ ແດ່ພຣະສົງ 108 ອົງ ແລະ ພິທີເຖຣາພິເສກ ຫົດສົງມຸທິຕາ ພຣະອາຈານໃຫຍ່ ມະຫາ ສຸວັນ ຈັນທະລາດ, ປະທານ ອພສ ແຂວງ ຈຳປາສັກ ແລະ ຕອນຄ່ຳວັນທີ 31 ພຶດສະພາ ກໍມີພິທີສົມໂພດຫໍຫລັກເມືອງປາກເຊ ຢ່າງເປັນທາງການ.

ແຫຼ່ງຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here