ຈະລາຈອນ ນວ ປຶກສາຫາລື 3 ວຽກຫຼັກ ເພື່ອຫຼຸດຜ່ອນການສັນຈອນແອອັດ ແລະ ການເກີດອຸບັດຕິເຫດ

0
693

ໃນວັນທີ 30 ພຶດສະພາ 2022, ທີ່ຫ້ອງຕຳຫຼວດ, ຈະລາຈອນ ນວ ໄດ້ຈັດກອງປະຊຸມ ປຶກສາຫາລືວຽກ 3 ວຽກງານ ເພື່ອແນໃສ່ຫຼຸດຜ່ອນບັນຫາການສັນຈອນແອອັດ ແລະ ບັນຫາອຸບັດຕິເຫດ ຕາມທ້ອງທະຖົນ. ໃຫ້ກຽດເຂົ້າຮ່ວມໂດຍ ພັທ ຈັນທະບູນ ມະນີວົງ ຮອງຫົວໜ້າຫ້ອງຕຳຫຼວດ ຜູ້ຊີ້ນຳວຽກງານຕໍາຫຼວດຈະລາຈອນ ນວ, ມີ ພັທ ວິລະພົງ ສະເໜ່ຫາ ຫົວໜ້າພະແນກຕຳຫຼວດຈະລາຈອນ ນວ, ມີຄະນະພັກ ຄະນະພະແນກ, ຫົວໜ້າ-ຮອງ ກອງຮ້ອຍຕຳຫຼວດຈະລາຈອນ 9 ຕົວເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ ບັນດາສະຫາຍຜູ້ເຂົ້າຮ່ວມ ໄດ້ປຶກສາຫາລື ແລກປ່ຽນຄວາມຄິດເຫັນນຳກັນຢ່າງກົງໄປກົງມາ ໂດຍພ້ອມກັນປັບປຸງ 3 ວຽກງານຄື:

  • ວຽກງານໂຄສະນາລະບຽບການສັນຈອນຕາມທ້ອງຖະໜົນ: ເຫັນດີສືບຕໍ່ລົງໂຄສະນາຕາມ 3 ແຍກ 4 ແຍກ, ຕາມໂຮງຮຽນ,ໂຮງຈັກ, ໂຮງງານ ບ່ອນທີ່ມີຊຸມຊົນແອອັດ ເນັ້ນໃຫ້ຜູ້ຂັບຂີ່ມີສະຕິ ກຳໄດ້ກົດລະບຽບຈະລາຈອນ;
  • ວຽກງານຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມຖະໜົນ: ໄດ້ພ້ອມກັນເອົາໃຈໃສ່ວາງກໍາລັງລົງປະຈໍາການຄອຍເຫດຕະຫຼອດ 24 ຊົ່ວໂມງ, ລະບາຍການສັນຈອນ ທີ່ແອອັດສັບສົນໃນຂອບເຂດເມືອງຂອງຕົນ ໂດຍສະເພາະເລັ່ງໃສ່ລະບາຍໃນໂມງເຂົ້າການ-ເລີກການ, ແກ້ໄຂບັນຫາລົດຕິດອັ່ງອໍ, ບັນຫາການຈອດລົດຊະຊາຍຕາມແຄມທາງ
  • ການບັງຄັບໃຊ້ກົດໝາຍ: ປະຕິບັດໃຫ້ເຂັ້ມງວດຕໍ່ຜູ້ລະເມີດ ນັກຂັບຂີ່ລົດຈັກບໍ່ໃສ່ໝວກກັນກະທົບ, ລົດດັດແປງສະພາບເຕັກນິກ, ການລ່ວງໄຟອໍານາດ, ດື່ມສິ່ງມຶນເມົາແລ້ວຂັບຂີ່ພາຫະນະ, ຂັບຂີ່ລົດຢຽບທາງມ້າລາຍ ແລະ ອື່ນໆ.

ໂອກາດນີ້, ພັທ ຈັນທະບູນ ມະນີວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຈະລາຈອນ ນວ ທີ່ເອົາໃຈໃສ່ປະຕິບັດໜ້າທີ່ໄດ້ດີ ໃນໄລຍະຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ພະແນກ ຕໍາຫຼວດຈະລາຈອນ ນວ ແລະ ຈະລາຈອນ 9 ຕົວເມືອງ ເອກະພາບກັນ ສືບຕໍ່ປະຕິບັດໜ້າທີ່ວຽກງານບາງດ້ານທີ່ເຫັນວ່າຍັງບໍ່ທັນຖືກຕ້ອງ ສອດຄ່ອງ ປັບປຸງກົງຈັກການຈັດຕັ້ງ, ການແບ່ງຈຸງານ ແບ່ງຄວາມຮັບຜິດຊອບ, ແບບແຜນວິທີເຮັດວຽກໃຫ້ມີຄຸນນະພາບດີຂຶ້ນ, ເອົາໃຈໃສ່ແກ້ໄຂບັນຫາການສັນຈອນແອອັດພາຍເມືອງຂອງຕົນຢ່າງຕັ້ງໜ້າ, ການບັງຄັບໃຊ້ກົດໝາຍ ກໍໃຫ້ປະຕິບັດໃຫ້ຖືກຕ້ອງ, ມີຄວາມເປັນເອກະພາບກັນ ແລະ ຫຼີກລ່ຽງບັນຫາຫາງສຽງຈົ່ມວ່າຈາກສັງຄົມ.

ແຫຼ່ງຂ່າວ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

LEAVE A REPLY

Please enter your comment!
Please enter your name here