ຫວຽດນາມມີທັງໝົດ 1.272 ຫົວໜ່ວຍ ໃນລາວ

0
1394

ມູນຄ່າການຄ້າລາວ-ຫວຽດນາມ ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໃນປີ 2021 ມູນຄ່າການຄ້າລາວ-ຫວຽດນາມ ສາມາດບັນລຸໄດ້ຫຼາຍກວ່າ 1,37 ຕື້ໂດລາ ເພີ່ມຂຶ້ນ 33,32% ທຽບໃສ່ປີ 2020 ຊຶ່ງເປັນມູນຄ່າສູງ ທີ່ສຸດໃນຮອບ 10 ປີ. ຂະນະດຽວກັນຫວຽດນາມເປັນອັນດັບທີ 3 ຂອງການລົງທຶນຂອງຕ່າງປະເທດໃນ ສປປ ລາວ ຊຶ່ງມີ 1.272 ຫົວໜ່ວຍ, ທຶນຈົດທະບຽນທັງໝົດແມ່ນ 23.540.193.251.096 ກີບ

ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ເປີດເຜີຍເນື່ອງໃນໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2022 ຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່າງລາວ-ຫວຽດນາມ ຄົບຮອບ 45 ປີ ໃຫ້ຮູ້ວ່າ: ລັດຖະບານລາວ-ຫວຽດນາມ ກໍຄືສອງກະຊວງອຸດສາຫະກໍາ ແລະ ການຄ້າ ລາວ-ຫວຽດນາມ ໄດ້ສືບຕໍ່ເອົາໃຈໃສ່ຊຸກຍູ້ວຽກງານການຄ້າ ແລະ ການລົງທຶນ ລະຫວ່າງສອງຝ່າຍ ເພື່ອໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ ໄປຕາມຄາດໝາຍທີ່ສອງພັກ-ສອງລັດຖະບານ ວາງອອກ, ກໍຄືອັດຕາການຂະຫຍາຍຕົວ ຂອງມູນຄ່າການຄ້າຢ່າງໜ້ອຍ 10% ຕໍ່ປີ. ເພື່ອໃຫ້ຄາດໝາຍສູ້ຊົນດັ່ງກ່າວ ປະກົດຜົນເປັນຈິງ, ທັງສອງຝ່າຍ ໄດ້ລົງນາມໃນສັນຍາການຄ້າສະບັບໃໝ່ ໃນວັນທີ 3 ມີນາ 2015 ແລະ ສັນຍາການຄ້າຊາຍແດນ ໃນວັນທີ 27 ມິຖຸນາ 2015; ນັບແຕ່ນັ້ນມາ ບັນດາແຂວງທີ່ມີຊາຍແດນ ຂອງລາວ ແລະ ຫວຽດນາມ ໄດ້ນໍາເອົາເນື້ອໃນຈິດໃຈ ຂອງສັນຍາດັ່ງກ່າວໄປຈັດຕັ້ງຜັນຂະຫຍາຍ ຢ່າງມີປະສິດທິຜົນໃນລະດັບດີ ສາມາດສົ່ງເສີມວຽກງານການແລກປ່ຽນຊື້-ຂາຍ ລະຫວ່າງ ປະຊາຊົນ ແລະ ຊາວຄ້າຂາຍ ທີ່ອາໄສຢູ່ຕາມແຂວງທີ່ມີຊາຍແດນຕິດຈອດກັນຂອງທັງສອງປະເທດ. ຜ່ານການຈັດຕັ້ງປະຕິບັດສັນຍາດັ່ງກ່າວ ເຫັນວ່າທັງສອງຝ່າຍ ແມ່ນໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍ ຊຶ່ງສະແດງອອກໃນມູນຄ່າການຄ້າ ລະຫວ່າງ ສອງຝ່າຍ ເພີ່ມຂຶ້ນໃນຫຼາຍປີຜ່ານມາ.

ການຄ້າຊາຍແດນ ແລະ ການຄ້າສອງຝ່າຍ ລາວ-ຫວຽດນາມ ໄດ້ປະກອບສ່ວນສໍາຄັນເຂົ້າໃນການປະຕິບັດເປົ້າໝາຍການຮ່ວມມືຮອບດ້ານ ຂອງສອງຊາດ ໂດຍສະເພາະແມ່ນເປົ້າໝາຍການຮ່ວມມືທາງດ້ານເສດຖະກິດ ທີ່ສອງລັດຖະບານໄດ້ກຳນົດໄວ້ ໃນກອງປະຊຸມ ຂອງຄະນະກໍາມາທິການຮ່ວມມືທະວິພາຄີ ຄັ້ງທີ 44 ທີ່ນະຄອນຫຼວງຮ່າໂນ້ຍ ໃນວັນທີ 10 ມັງກອນ 2022, ເນື້ອໃນສັນຍາການຮ່ວມມື 5 ປີ 2021-2025 ແລະ ຍຸດທະສາດການຮ່ວມມື 10 ປີ 2021-2030 ຂອງສອງລັດຖະບານ.

ສໍາລັບໂຕເລກການແຈ້ງຂຶ້ນທະບຽນວິສາຫະກິດ ຂອງຫົວໜ່ວຍທຸລະກິດຫວຽດນາມ ໃນ ສປປ ລາວ ໄລຍະແຕ່ປີ 2011-2021, ຫວຽດນາມເປັນອັນດັບທີ 3 ຂອງການລົງທຶນຂອງຕ່າງປະເທດ ຊຶ່ງມີ 1.272 ຫົວໜ່ວຍ, ທຶນຈົດທະບຽນທັງໝົດແມ່ນ 23.540.193.251.096 ກີບ, ບັນດາກິດຈະກໍາປິ່ນອ້ອມ ເພື່ອກະກຽມໃຫ້ແກ່ການສະເຫຼີມສະຫຼອງບັນດາກິດຈະກໍາປິ່ນອ້ອມ ທີ່ສອງກະຊວງອຸດສາຫະກໍາ ແລະ ການຄ້າ ລາວ ແລະ ຫວຽດນາມ ໄດ້ຮ່ວມກັນຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ພວມຈັດຕັ້ງປະຕິບັດ ເພື່ອປະກອບສ່ວນໃຫ້ແກ່ການຈັດຕັ້ງຜັນຂະຫຍາຍສັນຍາການຄ້າຊາຍແດນ ແລະ ສັນຍາການຄ້າສອງຝ່າຍ ລາວ-ຫວຽດນາມ ທັງເປັນການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ມີຫຼາຍກິດຈະກໍ ໄດ້ແກ່:

ສໍາເລັດການຈັດກອງປະຊຸມ ການຮ່ວມມືພັດທະນາການຄ້າຊາຍແດນ ລາວ-ຫວຽດນາມ ຄັ້ງທີ XII ໃນວັນທີ 11 ເມສາ 2022 ທີ່ນະຄອນຫຼວງວຽງຈັນ. ກອງປະຊຸມໃນຄັ້ງນີ້ ແມ່ນເປັນເວທີສໍາຄັນ ໃຫ້ແກ່ທັງສອງຂະແໜງການອຸດສາຫະກໍາ ແລະ ການຄ້າ ແລະ ພາກສ່ວນກ່ຽວຂ້ອງ ຂອງທັງສອງປະເທດ ລາວ-ຫວຽດນາມ ໃນການຮ່ວມກັນຕີລາຄາຄືນສະພາບການຮ່ວມມືພັດທະນາການຄ້າຊາຍແດນໃນໄລຍະຜ່ານມາ ແລະ ຮ່ວມກັນປຶກສາຫາລືຊອກຫາແນວທາງໃນການແກ້ໄຂຂໍ້ຫຍຸ້ງຍາກຕ່າງໆທີ່ເກີດຂຶ້ນໃຫ້ຫຼຸດໜ້ອຍຖອຍລົງ ພ້ອມທັງຮ່ວມກັນວາງແຜນການຮ່ວມມືໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານການຄ້າ ເວົ້າລວມ, ເວົ້າສະເພາະ ແມ່ນການຄ້າຊາຍແດນ ສາມາດປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍການຮ່ວມມືຮອບດ້ານຂອງສອງຊາດ; ການພົບປະ 3 ກະຊວງ (ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ສສ ຫວຽດນາມ) ຢູ່ ສສ ຫວຽດນາມ (ຄາດວ່າຈະຈັດຂຶ້ນໃນລະຫວ່າງເດືອນກໍລະກົດ ຫຼື ສິງຫາ 2022) ໃນການພົບປະຄັ້ງນີ້ ຈະໄດ້ປັບປຸງ ແລະ ເຊັນສັນຍາການຄ້າສອງຝ່າຍ ລາວ-ຫວຽດນາມ ສະບັບປັບປຸງ; ງານວາງສະແດງສິນຄ້າປະຈໍາປີ ລາວ-ຫວຽດນາມ (ຄາດວ່າຈະຈັດຂຶ້ນໃນລະຫວ່າງວັນທີ 25-29 ສິງຫາ 2022 ທີ່ນະຄອນຫຼວງວຽງຈັນ); ການຮ່ວມມືໃນການສ້າງຕຶກໃໝ່ ຂອງກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກໍາ ແລະ ການຄ້າ; ຈັດກອງປະຊຸມສໍາມະນາ, ປາຖະກະຖາ, ເຜີຍແຜ່ ແລະ ສ້າງກິດຈະກໍາສົ່ງເສີມມູນເຊື້ອສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ທົ່ວສັງຄົມ ຂອງສອງຊາດໄດ້ຮັບຮູ້ (ຄາດວ່າຈະຈັດຂຶ້ນໃນເດືອນມິຖຸນາ 2022); ກິດຈະກໍາສະແດງຄວາມຮູ້ບຸນຄຸນຕໍ່ພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ ຂອງສອງປະເທດ ພ້ອມທັງສ້າງຂະບວນການແຂ່ງຂັນຍ້ອງຍໍ ຜູ້ທີ່ມີຜົນງານດີເດັ່ນໃນການຊຸກຍູ້-ສົ່ງເສີມ ການຮ່ວມມືລາວ-ຫວຽດນາມ ໃນຂະແໜງອຸດສາຫະກໍາ ແລະ ການຄ້າ (ຄາດວ່າຈະຈັດຂຶ້ນໃນເດືອນມິຖຸນາ ຫຼື ກໍລະກົດ 2022); ນອກຈາກນັ້ນ, ທັງສອງຝ່າຍ ລາວ-ຫວຽດນາມ ກໍຍັງໄດ້ຮ່ວມມືກັນແກ້ໄຂບັນຫາຕ່າງໆທີ່ຕິດພັນກັບສະພາບຂໍ້ຫຍຸ້ງຍາກດ້ານການຄ້າ ແລະ ການລົງທຶນ ເປັນຕົ້ນແມ່ນການອໍານວຍຄວາມສະດວກໃຫ້ແກ່ຄົນ, ພາຫະນະ ແລະ ສິນຄ້າ ຜ່ານດ່ານຊາຍແດນ.

ແຫຼ່ງຂ່າວ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here