ການຝຶກຊ້ອມກອບກູ້ໄພພິບັດຮ່ວມ​ 03 ກອງທັບ ລາວ-ຫວຽດນາມ-ກໍາປູເຈຍ ປະຈໍາປີ 2022

0
988

ກອງປະຊຸມມອບໝາຍໜ້າທີ່ການຝຶກຊ້ອມກອບກູ້ໄພພິບັດຮ່ວມ​ 03 ກອງທັບ ລາວ-ຫວຽດນາມ-ກໍາປູເຈຍ ປະຈໍາປີ 2022

ກອງປະຊຸມເຜີຍແຜ່ແຜນການ, ຂໍ້ຕົກລົງ ແລະ ມອບ​ໝາຍໜ້າທີ່ໃຫ້ແຕ່ລະກົມກອງຈັດຕັ້ງການຝຶກຊ້ອມກອບກູ້ໄພພິບັດຮ່ວມ 03 ກອງທັບ ລາວ-ຫວຽດນາມ-ກໍາປູເຈຍ ປະຈໍາປີ 2022 ຈັດຂຶ້ນໃນຕອນເຊົ້າວັນທີ 6 ມິຖຸນາ 2022, ທີ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງສະຫາຍ ພົນຕີ ຈັນທອງ ສອນຕະອາດ, ຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານຄະນະກໍາມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ, ມີບັນດາຄະນະຊີ້ນໍາ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ພັນຕີ ວົງສະຫວັນ ທໍາມະວົງໄຊ ຮອງຫົວໜ້າພະແນກ ຍຸດທະວິທີ ກົມອົບຮົມ ກົມໃຫຍ່ເສນາທິການກອງທັບ, ໄດ້ຜ່ານແຜນການຝຶກຊ້ອມກອບກູ້ໄພພິບັດຮ່ວມລະຫວ່າງ 03 ກອງທັບ, ກອງທັບປະຊາຊົນລາວ-ກອງທັບປະຊາຊົນຫວຽດນາມ, ກອງທັບຣາຊະອະນາຈັກກໍາປູເຈຍ, ສໍາລັບເນື້ອໃນຂອງການຝຶກຊ້ອມປະກອບມີ 03 ເນື້ອໃນຄື: ຊອກຄົ້ນ-ກອບກູ້ ຜູ້ປະສົບໄພທາງນໍ້າ, ຊອກຄົ້ນ-ກອບກູ້ ຜູ້ປະສົບໄພທາງອາກາດ, ຊອກຄົ້ນ-ກອບກູ້ ຜູ້ປະສົບໄພທາງບົກ.

ເຊິ່ງໄດ້ແບ່ງອອກເປັນ 03 ໄລຍະ, ໄລຍະທີ 1 ການຈັດຕັ້ງກະກຽມ, ໄລຍະທີ 2 ປະຕິບັດການຝຶກຊ້ອມ, ໄລຍະທີ 3 ສິ້ນສຸດການຫັດແອບ, ພ້ອມນນັ້ນໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະຝຶກຊ້ອມກອບກູ້ໄພພິບັດ, ໃນນັ້ນ ແຕ່ງຕັ້ງຄະນະຊີ້ນໍາ 8 ສະຫາຍ:

ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າ, ຊີ້ນໍາລວມ, ພົນຈັດຕະວາ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຮອງຫົວໜ້າ, ປະຈໍາການຊີ້ນໍາດ້ານເນື້ອໃນການຝຶກ, ພົນຈັດຕະວາ ພູມີ ດາລາເພັດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຮອງຫົວໜ້າ, ຊີ້ນໍາວຽກງານການເມືອງ, ພົນຈັດຕະວາ ບົວສິງ ອິນທະວົງ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ຄະນະຊີ້ນໍາດ້ານວຽກງານພະລາທິການ, ພົນຈັດຕະວາ ຈອມເພັດ ໄຊຍະສຸກ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ຄະນະຊີ້ນໍາດ້ານວຽກງານເຕັກນິກ, ພົນຈັດຕະວາ ບຸນທອນ ສິດສຸວົງ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ຄະນະຊີ້ນໍາດ້ານການພົວພັນຕ່າງປະເທດ, ພົນຈັດຕະວາ ບຸນຊູ ດວງຄໍາມີ ຫົວໜ້າກົມການເງິນ ກະຊວງປ້ອງກັນປະເທດ ຄະນະຊີ້ນໍາດ້ານງົບປະມານ, ພົນຈັດຕະວາ ບົວເຮືອງ ສົມຟອງບຸດຕາຂັນ ອໍານວຍການວິທະຍາຄານພະລາທິການກອງທັບ ຄະນະຊີ້ນໍາດ້ານສະຖານທີ່ ແລະ ຊີວິດການເປັນຢູ່ຂອງກໍາລັງເພື່ອນ, ພ້ອມນັ້ນກໍໄດ້ແຕ່ງຕັ້ງບາງຕໍາແໜ່ງງານທີ່ກ່ຽວຂ້ອງຕື່ມອີກ. ລວມຈໍານວນພົນເຂົ້າຮ່ວມທັງໝົດ 678 ສະຫາຍ.

ເພື່ອເພີ່ມທະວີການພົວພັນຮ່ວມມືທາງດ້ານການກອບກູ້ໄພພິບັດ ລະຫວ່າງ ສປປ ລາວ- ສສ ຫວຽດນາມ-ຣາຊະອະນາຈັກກໍາປູເຈຍ ໃຫ້ນັບມື້ເຂັ້ມແຂງ ແລະ ຕອບໂຕ້ໄພພິບັດທີ່ເກີດຂຶ້ນໄດ້ຢ່າງທັນການ, ເຊິ່ງການຝຶກຊ້ອມຮ່ວມຄັ້ງນີ້ ຍັງເປັນການແລກປ່ຽນບົດຮຽນ ແລະ ປະສົບການຮ່ວມກັນທາງດ້ານວິຊາສະເພາະ, ຮີດຄອງປະເພນີ ແລະ ວັດທະນະທໍາຂອງແຕ່ລະຊາດ ຕື່ມອີກ.

ແຫຼ່ງຂ່າວ: Lao National Radio

LEAVE A REPLY

Please enter your comment!
Please enter your name here