ເພື່ອການທ່ອງທ່ຽວທີ່ຢືນຍົງ

0
677

ກົມໂຄສະນາການທ່ອງທ່ຽວ ເຜີຍແຜ່ການປົກປັກຮັກສາສິ່ງແວດລ້ອມ ເພື່ອການທ່ອງທ່ຽວທີ່ຢືນຍົງ.

ໃນວັນທີ 7 ມິຖຸນາ 2022 ນີ້, ກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ໂຮງຮຽນມັກທະຍົມປາຍ ມິດຕະພາບ ວຽງຈັນ-ໂຮ່ຈີ່ມິງ ຈັດກິດຈະກຳເຜີຍແຜ່ການປົກປັກຮັກສາສິ່ງແວດລ້ອມ ເພື່ອການທ່ອງທ່ຽວທີ່ຢືນຍົງ ເນື່ອງໃນໂອກາດວັນສິ່ງແວດ ລ້ອມໂລກ 5 ມິຖຸນາ ຢູ່ສວນເຈົ້າອານຸວົງ (ແຄມຂອງ) ນະຄອນຫລວງວຽງຈັນ ພາຍໃຕ້ຫົວຂໍ້ “ການສົ່ງເສີມ, ປູກຈິດສຳນຶກ ແລະ ໂຄສະນາເຜີຍແຜ່ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ເພື່ອການທ່ອງທ່ຽວທີ່ຢືນຍົງ” ໂດຍມີ ທ່ານນາງ ແສງໂສດາ ວັນທານຸວົງ ຮອງຫົວໜ້າກົມໂຄສະນາການທ່ອງທ່ຽວ, ທ່ານນາງ ບຸນພາມາ ໂພທິສານ ຮອງຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ, ພ້ອມດ້ວຍ ຄູ-ອາຈານ ຈາກມະຫາວິທະຍາໄລແຫ່ງຊາດ ແລະ ນັກຮຽນຈາກໂຮງຮຽນດັ່ງກ່າວ ເຂົ້າຮ່ວມ.ທ່ານນາງ ແສງໂສດາ ວັນທານຸວົງ ໄດ້ກ່າວວ່າ:

ການຈັດກິດຈະ ໃນຄັ້ງນີ້, ແນໃສ່ຊຸກຍູ້, ສົ່ງເສີມ ໃຫ້ນັກຮຽນ ແລະ ຄູ-ອາຈານ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຄວາມໝາຍ, ຄວາມສຳຄັນຂອງການປົກປັກຮັກສາສິ່ງແວດລ້ອມ, ທັງເປັນການໂຄສະ ນາ ເຜີຍແຜ່ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ເພື່ອການທ່ອງທ່ຽວທີ່ຢືນຍົງ, ໃນນັ້ນ, ໄດ້ຈັດກິດຈະກຳ ຖາມ-ຕອບ ກ່ຽວກັບສິ່ງແວດລ້ອມ ແລະ ກິດຈະກໍາອະນາໄມ ລວມ (ເກັບຂີ້ເຫຍື້ອອ້ອມ ບໍລິເວນສວນເຈົ້າອານຸວົງ) ແນໃສ່ຊຸກຍູ້ສົ່ງເສີມ ເຮັດໃຫ້ຄູ-ອາຈານ ແລະ ນ້ອງນັກຮຽນ ເອົາໃຈໃສ່ປະກອບສ່ວນເຂົ້າໃນການປົກປັກຮັກສາສິ່ງ ແວດລ້ອມທາງທຳມະຊາດ ໃຫ້ຄົງຢູ່ ເພື່ອການທ່ອງທ່ຽວທີ່ຢືນຍົງ, ທັງເປັນການເພີ່ມຄວາມຮູ້ ແລະ ເປັນປະໂຫຍດໃຫ້ແກ່ນັກຮຽນ ເພື່ອນໍາໄປປະຕິບັດໃນໂຮງຮຽນ, ຄອບຄົວ ແລະ ຊຸມຊົນທ້ອງຖິ່ນທີ່ຕົນເອງອາໄສຢູ່ ໃຫ້ແທດເໝາະ ແລະ ສອດຄ່ອງກັບສະພາບຕົວຈິງ.ພ້ອມກັນນີ້, ທ່ານນາງ ບຸນພາມາ ໂພທິສານ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນສິ່ງແວດລ້ອມໂລກ ເຊິ່ງກອງປະຊຸມສຸດຍອດໂລກ ກ່ຽວກັບສິ່ງແວດລ້ອມຂອງມະນຸດ ທີ່ອົງການສະຫະປະຊາຊາດໄດ້ຈັດຂຶ້ນ ໃນວັນທີ 5 ມິຖຸນາ 1972 ທີ່ເມືອງສະຕັອກໂຮມ ປະເທດຊູແອດ ເຊິ່ງເປັນວັນທີ່ຜູ້ນໍາຮ້ອຍກວ່າປະເທດຈາກທົ່ວໂລກ ໄດ້ປຶກສາຫາລື ກ່ຽວກັບພຶດຕິກໍາຂອງມະນຸດ ທີ່ສ້າງບັນຫາດ້ານສິ່ງແວດລ້ອມ ແລະ ໄດ້ຮັບຮອງເອົາວັນດັ່ງກ່າວ ເປັນວັນສິ່ງແວດລ້ອມໂລກ. ສຳລັບ ສປປ ລາວ ກໍໄດ້ເລັງເຫັນຄວາມສໍາຄັນຂອງການປົກປັກຮັກສາສິ່ງແວດລ້ອມ ຈຶ່ງໄດ້ສ້າງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ເປັນສະບັບທໍາອິດຂຶ້ນໃນປີ 1999 ແລະ ໄດ້ກໍານົດເອົາວັນທີ 5 ມິຖຸນາ ເປັນວັນສິ່ງແວດລ້ອມແຫ່ງຊາດ, ຫລັງຈາກນັ້ນ, ກອງທຶນປົກປັກຮັກສາສິ່ງແວດລ້ອມ ກໍໄດ້ສ້າງຂຶ້ນໃນປີ 2005 ເພື່ອເຮັດໜ້າທີ່ລະດົມ, ສະສົມ ແລະ ສະໜອງທຶນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຄຸ້ມຄອງຊັບພະຍາກອນທຳມະ ຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ. ທ່ານນາງ ບຸນພາມາ ໂພທິສານ ຍັງໃຫ້ຮູ້ອີກວ່າ: ອີງຕາມຂໍ້ມູນຂອງອົງການອານາໄມໂລກ ໄດ້ສະແດງໃຫ້ຮູ້ວ່າ ມີຄົນເສຍຊີວິດຫລາຍກວ່າ 10 ລ້ານຄົນ ໃນທົ່ວໂລກໃນແຕ່ລະປີ ຍ້ອນບັນຫາທາງດ້ານສິ່ງແວດລ້ອມ, ໃນນັ້ນປະມານ 7 ລ້ານຄົນໄດ້ເສຍຊີວິດ ຈາກບັນຫາມົນລະພິດທາງອາກາດ.

ສະນັ້ນ, ພວກເຮົາຈົ່ງຮ່ວມແຮງຮ່ວມໃຈກັນຢ່າງຈິງຈັງ ເພື່ອຖະນຸຖະໜອມໂລກ ດ້ວຍການປົກປັກຮັກສາ ແລະ ແກ້ໄຂບັນຫາສິ່ງແວດລ້ອມ ພາຍໃຕ້ຄຳຂວັນ “ໂລກມີພຽງໜຶ່ງດຽວ” (Only One Earth), ພວກເຮົາຕ້ອງສາມາດຢູ່ຮ່ວມກັບທຳມະຊາດຢ່າງກົມກຽວ ແລະ ຍືນຍົງ.

ຂ່າວ-ພາບ: ຂປລ

LEAVE A REPLY

Please enter your comment!
Please enter your name here