ກະຊວງການເງິນ ກຳລັງເລັ່ງແກ້ໄຂບັນຫາງົບປະມານຮົ່ວໄຫຼ

0
1139

ປັດຈຸບັນ, ຂະແໜງການເງິນ ກຳລັງເລັ່ງຄົ້ນຄວ້າກົນໄກ ແລະ ມາດຕະການເພີ່ມເຕີມ ເພື່ອແກ້ໄຂບັນຫາການຮົ່ວໄຫຼຂອງງົບປະມານໃຫ້ຫຼຸດລົງ ໂດຍໄວ ເນື່ອງຈາກບັນຫາດັ່ງກ່າວເກີດສຽງສະທ້ອນເຖິງຄວາມເປັນຫວ່ງຈາກສະມາຊິກສະພາແຫ່ງຊາດ ກໍຄື ສັງຄົມຫລາຍສົມຄວນ.

ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ທີ່ດໍາເນີນໃນວັນທີ 14 ມິຖຸນາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໂດຍທ່ານ ບຸນໂຈມ ອຸບົນປະເສີດ ໄດ້ຊີ້ແຈງຫຼາຍບັນຫາປີ່ນອ້ອມໃນຂົງເຂດວຽກງານການເງິນ ໂດຍສະເພາະ ບັນຫາການຮົ່ວໄຫລຂອງງົບປະມານລັດ ກໍແມ່ນປະເດັນໜຶ່ງທີ່ສໍາຄັນ ທີ່ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ກໍຄືທົ່ວສັງຄົມມີຄວາມເປັນຫວ່ງ ແລະ ຢາກເຫັນມີການແກ້ໄຂຢ່າງເປັນຮູບປະທໍາ ແລະ ເຂັ້ມງວດ.

ຕໍ່ບັນຫາດັ່ງກ່າວ, ທ່ານ ບຸນໂຈມ ອຸບົນປະເສີດ ກ່າວວ່າ: ບັນຫາການຮົ່ວໄຫລຂອງງົບປະມານແມ່ນຍັງມີຫລາຍສົມຄວນ, ເຖິງວ່າຜ່ານມາຂະແໜງການກ່ຽວຂ້ອງໄດ້ມີຄວາມພະຍາຍາມໃນການສະກັດກັ້ນດ້ວຍຫລາຍວິທີ, ແຕ່ກໍເຫັນວ່າແກ້ໄດ້ພຽງປາຍເຫດເທົ່ານັ້ນ. ແນວໃດກໍຕາມ ປັດຈຸບັນກະຊວງການເງິນ ພວມວິເຄາະໄຈ້ແຍກບັນດາປະກົດການທີ່ເປັນຕົ້ນ ເຫດພາໃຫ້ເກີດການຮົ່ວໄຫລຕ່າງໆ ເພື່ອມີມາດຕະການແກ້ໄຂໂດຍໄວ. ນອກນີ້ ຈະເລັ່ງຫັນເປັນທັນສະໄໝ ໃນວຽກງານການເກັບລາຍຮັບງົບປະມານ, ດໍາເນີນແຈ້ງພາສີແບບເອເລັກໂຕນິກໃຫ້ກວ້າງຂວາງ ເພື່ອບໍ່ໃຫ້ພະນັກງານ ແລະ ຜູ້ປະກອບການ ມີຊ່ອງວ່າງສາມາດສວຍໂອກາດຍົກເວັ້ນ ຫລື ລົບຫລີກການເສຍພາສີ-ອາກອນ.

ແຫຼ່ງຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here