ຕ້ອງໄດ້ຮັບຜິດຊອບໃຊ້ແທນ ລັດວິສາຫະກິດໄຟຟ້າລາວ

0
4741

ຕາມການລາຍງານ ຂອງຄວາມສະຫງົບໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ຈໍາເລີຍຊື່ ທ້າວ ຕຸ້ຍ ອາຍຸ 27 ປີ ຢູ່ບ້ານຈະເລີນ ເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ຖືກ ຄະນະສານອາຍາຂັ້ນຕົ້ນ ແຂວງບໍລິຄໍາໄຊ ຕັດສິນລົງໂທດຈໍາຄຸກ 3 ປີ ແລະ ປັບໃຫມ 5.000.000 ກີບ ໃນສະຖານການລັກຊັບເປັນອາຈິນ ພ້ອມທັງໃຫ້ຮັບຜິດຊອບໃຊ້ແທນຄ່າເສຍຫາຍ ຈໍານວນ 666 ລ້ານກວ່າກີບ ຄືນໃຫ້ ລັດວິສາຫະກິດໄຟຟ້າລາວ.

  • ຕໍ່ກັບການກະທໍາຂອງຈໍາເລີຍ ຕາງຫນ້າອົງການໄອຍະການປະຊາຊົນ ແຂວງບໍລິຄໍາໄຊ ເປີດເຜີຍວ່າ:ພາຍຫຼັງທີ່ ເຈົ້າຫນ້າທີ່ ປກສ ແຂວງບໍລິຄໍາໄຊ ໄດ້ຮັບແຈ້ງຄວາມຈາກ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງບໍລິຄໍາໄຊ ວ່າມີກຸ່ມຄົນບໍ່ຫວັງດີຈໍານວນຫນຶ່ງ ໄດ້ເຄື່ອນໄຫວລັກເຫຼັກສານເສົາໄຟຟ້າແຮງສູງ. ແລະ ນ໋ອດຈັບເສົາໄຟ ຢູ່ເຂດທາງເຂົ້າເຂື່ອນນ້ໍາເທີນ 1 ເມືອງປາກກະດິງ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາ ສະເພາະ ສົມທົບກັບ ປກສ ເມືອງປາກກະດິງ ລົງຊັ້ນນະສູດສະຖານທີ່ເກີດເຫດ ແລະ ຕິດຕາມການເຄື່ອນ ໄຫວຂອງກຸ່ມຄົນບໍ່ດີ, ຈົນມາຮອດວັນທີ 19 ເມສາ 2021 ຈຶ່ງສາມາດກັກຕົວ ທ້າວ ຕຸ້ຍ ມາດໍາເນີຄະດີ ຕາມລະບຽບກົດຫມາຍ.
  • ຜ່ານການສືບສວນ-ສອບສວນ ທ້າວ ຕຸ້ຍ ໃຫ້ການຮັບສາລະພາບວ່າ:

ໃນເດືອນເມສາ 2021, ໄດ້ຮ່ວມກັບນັກພວກເຄື່ອນໄຫວລັກຊັບ ປະເພດເຫຼັກສານເສົາໄຟຟ້າແຮງ ສູງ ແລະ ນ໊ອດຈັບເສົາໄຟ ຢູ່ເຂດທາງເຂົ້າເຂື່ອນນ້ໍາເທີນ 1 ຈໍານວນ 5 ຄັ້ງ ຄື:

  • ຄັ້ງທີ 1: ສາມາດລັກເຫຼັກໄດ້ຈໍານວນ 8 ເສັ້ນ ແລະ ນ໋ອດ 4 ກິໂລກຼາມ
  • ຄັ້ງທີ 2: ລັກເຫຼັກໄດ້ 8 ເສັ້ນ ແລະ ນ໋ອກຈໍານວນຫນຶ່ງ
  • ຄັ້ງທີ 3: ໄດ້ໄປລັກເອົາເຫຼັກສານເສົາໄຟ ແລະ ນ໋ອດ ຈໍານວນ 24 ກິໂລກຼາມ
  • ຄັ້ງທີ 4: ລັກເຫຼັກໄດ້ 2 ເສັ້ນ ແລະ ນ໋ອດຈໍານວນຫນຶ່ງ
  • ຄັ້ງສຸດທ້າຍ: ໄດ້ໄປລັກເອົາເຫຼັກສານເສົາໄຟຟ້າ ຈໍານວນ 19 ເສັ້ນ ພ້ອມນ໋ອດ

ເມື່ອລັກໄດ້ແລ້ວ ກໍນໍາໄປຂາຍໃຫ້ຮ້ານຮັບຊື້-ຂາຍເຫຼັກເສດ ເປັນຄົນສັນຊາດຫວຽດນາມ ໄດ້ເງິນ ທັງຫມົດ 276.000 ກີບ ແລ້ວມາແບ່ງກັນໄປໃຊ້ຈ່າຍຫຼິ້ນກິນຟຸມເຟືອຍຈົນຫມົດ; ຈາກນັ້ນ, ໄລຍະຕໍ່ມາ ຈຶ່ງ ຖືກເຈົ້າຫນ້າທີ່ກັກຕົວມາດໍາເນີນຄະດີ ຕາມຂັ້ນຕອນຂອງກົດຫມາຍ.

ການກະທໍາຂອງ ທ້າວ ຕຸ້ຍ (ຈໍາເລີຍ) ແມ່ນແຕະຕ້ອງເຖິງສິດ ແລະ ກໍາມະສິດຂອງລັດ ຫຼື ລວມຫມູ່, ເຮັດໃຫ້ສັງຄົມບໍ່ມີຄວາມເປັນລະບຽບຮຽບຮ້ອຍ, ບ້ານເມືອງບໍ່ມີຄວາມສະຫງົບສຸກປອດໄພ, ທັງໆທີ່ຜູ້ ກ່ຽວກໍຮູ້ແລ້ວວ່າ: ການລັກຊັບຂອງຄົນອື່ນມາເປັນຂອງຕົນ ທັງຕໍ່ຫນ້າ ແລະ ຫຼັບຫຼັງ ແມ່ນຜິດຕໍ່ລະບຽບ ກົດຫມາຍ ແຕ່ຜູ້ກ່ຽວມີເຈດຕະນາລັກ, ຈຶ່ງເຫັນວ່າເປັນການກະທໍາຜິດທາງອາຍາສະຖານການລັກຊັບເປັນ ອາຈິນ ເຊິ່ງຜິດໃນມາດຕາ 231 ວັກ 3 ຂອງປະມວນກົດຫມາຍອາຍາ; ດ້ວຍເຫດຜົນ ແລະ ຫຼັກຖານດັ່ງ ກ່າວ, ຄະນະສານອາຍາຂັ້ນຕົ້ນ ສານປະຊາຊົນ ແຂວງບໍລິຄໍາໄຊ ຈຶ່ງເຫັນຄວນພິຈາລະນາຕັດສິນລົງໂທດຈໍາ ຄຸກຈໍາເລີຍ 3 ປີ ປັບໃຫມ 5.000.000 ກີບ ພ້ອມທັງໃຫ້ໃຊ້ແທນຄ່າເສຍຫາຍຄືນໃຫ້ ລັດວິສາຫະກິດ ໄຟຟ້າລາວ ສາຂາແຂວງບໍລິຄໍາໄຊ ເປັນເງິນຈໍານວນ 666.714.408 ກີບ.

ສ່ວນຂອງກາງຄະດີທີ່ເຈົ້າຫນ້າທີ່ສາມາດກູ້ຄືນມາໄດ້ ມີເຫຼັກ 68 ເສັ້ນ, ນ໋ອດ 35,5 ກິໂລກຼາມ ທີ່ ທ້າວ ຕູ້ຍ ແລະ ພັກພວກລັກໄປ ໄດ້ມອບຄືນໃຫ້ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງບໍລິຄໍາໄຊ ແລ້ວ.

ສໍາລັບຜູ້ທີ່ເອົາຕົວຫຼົບຫນີ ເຈົ້າຫນ້າທີ່ຕໍາຫຼວດ ໄດ້ຂຶ້ນບັນຊີເປົ້າຫມາຍນໍາຈັບຕົວ, ຖ້າພົບເຫັນ ແລະ ຈັບ ຕົວພວກກ່ຽວໄດ້ ກໍຈະນໍາມາດໍາເນີນຄະດີຕາມລະບຽບກົດຫມາຍຕາມພາຍຫຼັງ.

ສ່ວນຮ້ານທີ່ໄດ້ຮັບຊື້-ຂາຍເຫຼັກຈໍານວນດັ່ງກ່າວ ເຈົ້າຫນ້າທີ່ກໍໄດ້ສ້າງບົດບັກທຶກສຶກສາອົບຮົມ ຖ້າ ຫາກຍັງມີການເຄື່ອນໄຫວຮັບຊື້-ຂາຍຊັບຜິດກົດຫມາຍອີກ ກໍຈະນໍາຕົວມາດໍາເນີນຄະດີຕາມລະບຽບ ກົດຫມາຍໃນຂັ້ນຕໍ່ໄປ.

LEAVE A REPLY

Please enter your comment!
Please enter your name here