ສືບຕໍ່ບໍລິການໃຫ້ປະຊາຊົນສາມາດຖອນເງິນໄດ້ຕາມປົກກະຕິຄືຜ່ານມາ

0
1028

ໃນວັນ 15 ມິຖຸນາ ຜ່ານມາ ທ່ານ ນາງ ຂັນແກ້ວ ຫ້າມະນີເງົາ ຫົວໜ້າກົມນະໂຍບາຍເງິນຕາ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ໃຫ້ຮູ້ກ່ຽວກັບວຽກງານການຄຸ້ມຄອງເງິນຕາຕ່າງປະເທດຕໍ່ສື່ມວນຊົນທີີ່ຫ້ອງປະຊຸມ ທຫລ ຊຶ່ງມີເນື້ອໃນດັ່ງນີ້: ວຽກງານໃນການຄຸ້ມຄອງເງິນຕາຕ່າງປະເທດຢູ່ ສປປ ລາວ.

ໃນເງື່ອນໄຂທີ່ ສປປ ລາວ ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ-ເງິນຕາ ດັັ່ງທີ່ພວກເຮົາເຫັນການເພີີ່ມຂຶ້ນຂອງອັດຕາເງິນເຟີ້, ການເໜັງຕີງຂອງອັດຕາແລກປ່ຽນ, ລາຄານໍ້າມັນ ຊຶ່ງບັນຫາດັັ່ງກ່າວ ຫຼາຍປະເທດກໍພວມປະເຊີນຢູ່ເຊັ່ນດຽວກັນ. ລວມທັງປະເທດທີ່ມີເສດຖະກິດຂະໜາດໃຫຍ່ ແລະ ເຂັ້ມແຂງ ກໍປະເຊີນກັບບັນຫາອັດຕາເງິນເຟີ້ເພີ່ມຂຶ້ນສູງທີ່ສຸດ ໃນຮອບຫຼາຍ 10 ປີ.

ໃນສະພາບແວດລ້ອມຄືແນວນີ້, ທຸກຂະແໜງການທັງພາກລັດ ແລະ ທຸລະກິດ ກໍໄດ້ພະຍາຍາມແກ້ໄຂບັນຫາດ້ວຍມາດຕະການຈໍານວນໜຶ່ງຢ່າງເໝາະສົມ ໂດຍສະເພາະມາດຕະການທີ່ທະນາຄານແຫ່ງ ສປປ ລາວ ພວມຈັດຕັ້ງປະຕິບັດໃນຂອບເຂດຂອງນະໂຍບາຍເງິນຕາແມ່ນສຸມໃສ່ປັບປຸງວຽກງານການຄຸ້ມຄອງເງິນຕາຕ່າງປະເທດ, ການແລກປ່ຽນເງິນຕາ, ການຊຸກຍູ້ສົ່ງເສີມການຂະຫຍາຍຕົວຂອງເສດຖະກິດ, ຫຼຸດຜ່ອນການເພີ່ມຂຶ້ນຂອງອັດຕາເງິນເຟີ້ ແລະ ອື່ນໆ.

ຄຽງຄູ່ກັນນີ້, ໃນການຈັດຕັ້ງປະຕິບັດມາດຕະການຕ່າງໆ ກໍປະກົດມີຄວາມເຂົ້າໃຈຂອງສັງຄົມທີີ່ອາດຈະຄາດເຄື່ອນຈາກຄວາມເປັນຈິງ ແລະ ບໍ່ທັນເປັນເອກະພາບຢ່າງທົ່ວເຖິງ ຕໍ່ບາງວິທີການໃນການຈັດຕັ້ງປະຕິບັດຕົວຈິງຂອງຂະແໜງການ ຊຶ່ງອາດຈະເກີດຈາກການສື່ສານປະຊາສໍາພັນຂອງຂະແໜງການຍັງບໍ່ທັນມີປະສິດທິພາບ ແລະ ບໍ່ກວ້າງຂວາງເທົ່າທີີ່ຄວນ ເປັນຕົ້ນ ເມື່ອບໍ່ດົນມານີ້ ກໍມີການຮັບຮູ້ ແລະ ເຂົ້າໃຈຄາດເຄື່ອນກ່ຽວກັບແຈ້ງການ ສະບັບວັນທີ 9 ແລະ ວັນທີ 13 ມິຖຸນາ 2022 ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ກ່ຽວກັບການຖອນເງິນທີີ່ໂອນຜ່ານລະບົບບໍລິການຮັບເງິນດ່ວນ Money gram.

ທ່ານນາງ ຂັນແກ້ວ ຫ້າມະນີເງົາ ໃຫ້ຮູ້ຕື່ມວ່າ: ປັດຈຸບັນທະນາຄານທຸລະກິດ ກໍຄືລະບົບ Money gram ຍັງສືບຕໍ່ບໍລິການໃຫ້ປະຊາຊົນສາມາດຖອນເງິນໄດ້ຕາມປົກກະຕິຄືຜ່ານມາ.

ສະນັ້ນ, ແຈ້ງມາຍັງບັນດາທ່ານຊາບ ແລະ ໝັ້ນໃຈໃນຄວາມປອດໄພຂອງຊັບສິນກໍຄືເງິນຝາກຂອງທ່ານຢູ່ນໍາລະບົບ ທະນາຄານ ແຫ່ງ ສ​ປ​ປ ລາວ. ຕິດພັນກັບວຽກງານຄຸ້ມຄອງເງິນຕາຕ່າງປະເທດ, ທະນາຄານແຫ່ງ ສປປ ລາວ, ທະນາຄານທຸລະກິດ ແລະ ບັນດາຂະແໜງການກ່ຽວຂ້ອງ ແມ່ນໄດ້ຈັດຕັ້ງປະຕິບັດໜ້າທີີ່ຕາມບົດບາດຂອງໃຜລາວ ພາຍໃຕ້ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 55/ສພຊ ລົງວັນທີ 22 ທັນວາ 2015, ໃນນັ້ນ ມາດຕາ 15 ໄດ້ກຳນົດກ່ຽວກັບການເປີດບັນຊີ ແລະ ການນໍາໃຊ້ເງິນຕາ ໃນບັນຊີເງິນຝາກ ຢູ່ ສປປ ລາວ ຄື:

ຜູ້ມີພູມລໍາເນົາ ຢູ່ ສປປ ລາວ ສາມາດນໍາເງິນກີບ ແລະ ເງິນຕາຕ່າງປະເທດ ທີີ່ມີແຫຼ່ງທີີ່ມາຖືກຕ້ອງ ຝາກເຂົ້າບັນຊີຂອງຕົນ ທີີ່ເປີດໄວ້ນໍາທະນາຄານທຸລະກິດ ຢູ່ ສປປ ລາວ ແລະ ເງິນໃນບັນຊີດັັ່ງກ່າວ ສາມາດຖອນ ແລະ ຮັບດອກເບ້ຍ ຕາມປະເພດບັນຊີເງິນຝາກຂອງຕົນນໍາທະນາຄານທຸລະກິດ.

ສະນັ້ນ, ອີງໃສ່ນິຕິກໍາດັັ່ງກ່າວຂ້າງເທິງ ທະນາຄານແຫ່ງ ສປປ ລາວ ຂໍຢັ້ງຢືນວ່າ ບັນດາທ່ານທີ່ມີເງິນຕາຕ່າງປະເທດຢູ່ໃນຄອບຄອງ ຍັງສາມາດເປີດບັນຊີເງິນຝາກ, ສາ ມາດຖອນ, ໂອນ ຕາມປະເພດບັນຊີ ແລະ ສະກຸນເງິນທີ່ຕົນຄອບຄອງໄດ້ຕາມປົກກະຕິ.

ພ້ອມດຽວກັນນີ້, ຂໍແຈ້ງຂ່າວຕື່ມວ່າ ລັດຖະບານ ພວມກະກຽມຈະນໍາສະເໜີຮ່າງກົດ ໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບປັບປຸງ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະມາຊິກສະພາແຫ່ງຊາດ ຊຸດທີ IX ໃນອີກບໍ່ພໍ່ເທົ່າໃດວັນຂ້າງໜ້າ ຊຶ່ງຮ່າງກົດໝາຍດັັ່ງກ່າວ ຍັງຄົງຮັກສາສິດໃນການຖືຄອງ ແລະ ນໍາໃຊ້ເງິນຕາຕ່າງປະເທດ ຄືກັບສະບັບປັດຈຸບັນ ໝາຍຄວາມວ່າ ສາມາດຖືຄອງໃນຮູບແບບເງິນສົດ ແລະ ເງິນຝາກ ໄດ້, ແຕ່ກ່ອນຈະນໍາໃຊ້ຊໍາລະຄ່າສິນຄ້າ ແລະ ບໍລິການຕ່າງໆ ຢູ່ພາຍໃນປະເທດໃຫ້ແລກປ່ຽນເປັນເງິນກີບສາກ່ອນ.

ໃນໂອກາດນີ້, ຮຽກຮ້ອງໃຫ້ປະຊາຊົນລາວ ທີ່ເປັນລູກຄ້າຂອງທະນາຄານທຸລະກິດ ມີຄວາມເຊື່ອໝັ້ນຕໍ່ການເຄື່ອນໄຫວຂອງລະບົບທະນາຄານ, ບໍ່ຫຼົງເຊື່ອຕໍ່ກະແສຂ່າວທີີ່ບໍ່ເປັນທາງການ ຫຼື ມີຂໍ້ສົງໄສປະການໃດ ຂໍໃຫ້ປະສານຫາພາກສ່ວນກ່ຽວຂ້ອງ ໃຫ້ຄວາມກະຈ່າງແຈ້ງ ເພື່ອເຂົ້າໃຈໃຫ້ຖືກຕ້ອງ ປະກອບສ່ວນເຂົ້າໃນການປັບປຸງແກ້ໄຂວຽກງານຄຸ້ມຄອງມະຫາພາກ ຂອງລັດ ກໍຄືການເຄື່ອນໄຫວທຸລະກິດ ແລະ ເພື່ອຜົນປະໂຫຍດລວມຂອງປະຊາຊົນລາວບັນດາເຜົ່າໃຫ້ມີຊີວິດການເປັນຢູ່ກັບເຂົ້າສູ່ສະພາບປົກກະຕິ ແລະ ເຂັ້ມແຂງຂຶ້ນເທື່ອລະກ້າວ.

ແຫຼ່ງຂ່າວ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here