ລົດຕິດໄຟແນ້ນ ບໍ່ມີເອກະສານໃດໆ ແຕ່ເຈົ້າໜ້າທີ່ກວດພົບຢາເສບຕິດ

0
1741

ຕາມການລາຍງານຂອງຄວາມສະຫງົບໃຫ້ຮູ້ວ່າ : ໃນວັນທີ 6 ມິຖຸນາ 2022 ເວລາປະມານ 21:30 ໂມງ, ເຈົ້າຫນ້າທີ່ຕໍາຫຼວດຈະລາຈອນ ຕັ້ງຈຸດກວດ ປ້ອມປາກສັງ ບ້ານທ່ານາສາ ເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ກວດກາລົດກະບະຣີໂວ້ສີຂາວ ເລກ. ທະບຽນ ຽວ 9994 ກໍາແພງນະຄອນ ທີ່ກໍາລັງຂັບຂີ່ມາທາງທິດເຫນືອ ມຸ່ງຫນ້າເຂົ້າພື້ນທີ່ເມືອງສັງທອງ ແລະ ເມື່ອກວດກາເອກະສານ ເຈົ້າຂອງລົດຕອບວ່າ: ລົດຕິດໄຟແນ້ນ ບໍ່ມີເອກະສານໃດໆ ແຕ່ເຈົ້າຫນ້າທີ່ເກີດ ຄວາມສົງໄສ ຈຶ່ງບອກໃຫ້ຜູ້ຂັບຂີ່ເອົາແວ່ນດ້ານຫຼັງລົງ ສັງເກດເຫັນເປົາສີດໍາ 1 ຫນ່ວຍ ມີຜ້າແພສີຜ້າປົກໄວ້ ຈຶ່ງຖາມຜູ້ຂັບຂີ່ ແຕ່ພວກກ່ຽວໄດ້ເລັ່ງຂັບລົດຫຼົບຫນີໄປ.

ຮອ ອານົງສັກ ພຸດທະວົງ ຫົວຫນ້າຫນ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສັງທອງ ໃຫ້ຮູ້ວ່າ:

ພາຍຫຼັງທີ່ໄດ້ຮັບຂໍ້ມູນຈຶ່ງລາຍງານຜູ້ບັນຊາ ແລະ ປະສານທຸກເລົ່າຮົບວິຊາສະເພາະ ກໍາລັງປ້ອງກັນ ຄວາມສະຫງົບເມືອງ ອອກສະກັດລັດ, ຮອດເວລາປະມານ 7:30 ໂມງຂອງມື້ຕໍ່ມາ ຈຶ່ງພົບເຫັນລົດກະບະ ຄັນດັ່ງກ່າວຈອດປະໄວ້ຢູ່ພື້ນທີ່ບ້ານນາຫອຍ ກ່ອນທໍາການກວດຄົ້ນພົບເຫັນກະແຈປະໄວ້ຢູ່ຕີນລົດ ພາຍໃນ ລົດມີເອກະສານຈໍານວນຫນຶ່ງ ແລະ ຢາບ້າຈໍານວນ 16 ເມັດ.

ຫຼັງຈາກນັ້ນ, ເວລາຕໍ່ມາປະມານ 17:00 ໂມງຂອງວັນດຽວກັນ ໄດ້ຮັບແຈ້ງຈາກພົນລະເມືອງດີ ຜ່ານ ທາງໂທລະສັບ ວ່າ: ພົບເຫັນ ທ້າວ ດາວເຮືອງ ອາຍຸ 40 ປີ ຢູ່ບ້ານໂຄກແຫ້ ເມືອງສັງທອງ ລາກເອົາເປົ້າສີດໍາ ທີ່ຢູ່ແຄມທາງເຂົ້າໄປໃນປ່າ ຫ່າງຈາກທາງປະມານ 4 ແມັດ.

ພາຍຫຼັງໄດ້ຮັບແຈ້ງຄວາມ ຈຶ່ງໄດ້ນໍາຕົວຜູ້ກ່ຽວໄປສອບສວນ ແລະ ຜ່ານການສອບສວນ ຜູ້ກ່ຽວ ສາລະພາບວ່າ:

ເປົາສີດໍາທີ່ພົບເຫັນ ແລ້ວລາກອອກຈາກແຄມທາງໄປຊຸກເຊື່ອງໄວ້ໃນປ່ານັ້ນ ເບື້ອງຕົ້ນຕົນໄດ້ເອົາມີດ ປາດເບິ່ງຈຶ່ງຮູ້ວ່າແມ່ນຢາບ້າ ລວມມີ 42 ແພັກ ຫຼື 126 ມັດ ຫຼື 252.000 ເມັດ, ຕົນຈຶ່ງໄດ້ແບ່ງອອກ ເປັນສາມພູດ ແລ້ວເອົາໄປຊຸກເຊື່ອງໄວ້ຢູ່ນາ ເຂດບ້ານອ່າງນ້ອຍ ແລະ ຊຸກເຊື່ອງໄວ້ແຄມທາງລະຫວ່າງ ບ້ານ ໂຄກແຫ້ ຫາ ບ້ານເພຍລາດ.

ຕໍ່ກັບຂອງກາງດັ່ງກ່າວ, ເຈົ້າຫນ້າທີ່ ກອງບັນຊາການ ປກສ ເມືອງສັງທອງ ໄດ້ເກັບກູ້ມາຮັກໄວ້ເປັນ ຂອງກາງໃນການດໍາເນີນຄະດີ.

LEAVE A REPLY

Please enter your comment!
Please enter your name here